Home ຂ່າວພາຍໃນ ປກສ ແຂວງອຸດົມໄຊ ປະກອບສ່ວນສໍາຄັນໃນການຮັກສາຄວາມສະຫງົບໂຄງການລົດໄຟ ລາວ-ຈີນ

ປກສ ແຂວງອຸດົມໄຊ ປະກອບສ່ວນສໍາຄັນໃນການຮັກສາຄວາມສະຫງົບໂຄງການລົດໄຟ ລາວ-ຈີນ

0

ກໍາລັງປ້ອງກັນຄວາມສະຫງົບ (ປກສ) ແຂວງອຸດົມໄຊ ໄດ້ປະກອບສ່ວນສໍາຄັນເຂົ້າໃນການຮັກສາຄວາມສະ ຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍໃນໂຄງການລົດ ໄຟ ລາວ-ຈີນ ເຮັດໃຫ້ການຈັດຕັ້ງປະຕິບັດໂຄງການນັບແຕ່ມື້ເລີ່ມຕົ້ນຈົນຮອດປັດຈຸບັນ ສາມາດດໍາເນີນໄປໄດ້ຢ່າງສະ ດວກສະບາຍ.

ພົນຈັດຕະວາ ສີວອນ ໄຊຍະວົງ, ຫົວໜ້າກອງບັນຊາ ການ ປກສ ແຂວງອຸດົມໄຊ ໃຫ້ສໍາພາດຕໍ່ສື່ມວນຊົນເມື່ອບໍ່ດົນມານີ້ວ່າ: ນັບແຕ່ມື້ເລີ່ມຕົ້ນຈັດຕັ້ງປະຕິບັດໂຄງການລົດ ໄຟ ລາວ-ຈີນ, ກໍາລັງ ປກສ ແຂວງ ໄດ້ເອົາໃຈໃສ່ຮ່ວມກັບ ກໍາລັງທີ່ກ່ຽວຂ້ອງຂອງແຂວງ ແລະ ຈາກກະຊວງປ້ອງກັນຄວາມສະຫງົບ ເພື່ອປະຕິບັດໜ້າທີ່ຮັກສາຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍຕາມແລວທາງລົດໄຟໄລຍະທາງຜ່ານ ແຂວງອຸດົມໄຊ ຢ່າງເຂັ້ມງວດ, ພ້ອມນີ້ ໄດ້ຮ່ວມກັບພາກສ່ວນກ່ຽວຂ້ອງໄກ່ເກ່ຍເພື່ອຊົດເຊີຍໃຫ້ປະ ຊາຊົນທີ່ໄດ້ຮັບຜົນກະທົບຈາກໂຄງການ. ພາຍຫລັງເປີດນໍາໃຊ້ທາງລົດໄຟ ລາວ-ຈີນ ຢ່າງເປັນທາງການ, ກະຊວງປ້ອງກັນຄວາມສະຫງົບ ໄດ້ມອບຄວາມໃຫ້ແຂວງຮັບຜິດ ຊອບວຽກງານນີ້ໂດຍກົງ. ຈາກນັ້ນ ປກສ ແຂວງ ຮ່ວມກັບ ປກສ ບັນດາເມືອງທີ່ກ່ຽວຂ້ອງ ໄດ້ສືບຕໍ່ຈັດສັນກໍາລັງປະຈໍາຢູ່ຕາມສະ ຖານີ, ອຸບມົງ ແລະ ແຕ່ລະຈຸດສໍາຄັນຕ່າງໆ, ພ້ອມນີ້ ຍັງມີໜ່ວຍລາດຕະເວນ ແລະ ໜ່ວຍເຄື່ອນໄຫວເພື່ອໂຄສະນາໃຫ້ປະຊາຊົນຢູ່ບັນດາບ້ານທີ່ຢູ່ຕາມແລວທາງລົດໄຟພາຍໃນແຂວງ ເປັນເຈົ້າການປົກປັກຮັກສາເສັ້ນທາງລົດໄຟຮ່ວມກັນຢ່າງຕໍ່ເນື່ອງ, ທັງໄດ້ຮ່ວມກັບພາກສ່ວນກ່ຽວຂ້ອງເຄື່ອນໄຫວກວດກາ ແລະ ເຮັດບົດບັນທຶກກັບຜູ້ປະກອບການຮ້ານເກັບຊື້ເຫລັກເສດພາຍໃນແຂວງບໍ່ໃຫ້ເກັບຊື້ເຫລັກເສດທີ່ບໍ່ຖືກຕ້ອງຈາກກຸ່ມຄົນບໍ່ດີຕ່າງໆ.

ພົນຈັດຕະວາ ສີວອນ ໄຊຍະວົງ ໃຫ້ຮູ້ຕື່ມວ່າ: ຜ່ານການເຄື່ອນໄຫວປ້ອງກັນຄວາມສະຫງົບຕາມເສັ້ນທາງລົດ ໄຟ ລາວ-ຈີນ ຢູ່ແຂວງອຸດົມໄຊ ຢ່າງເປັນເຈົ້າການມາຮອດປັດຈຸບັນ ໂດຍລວມເຫັນວ່າການຈັດຕັ້ງປະຕິບັດທຸກວຽກ ງານແມ່ນມີຄວາມສະດວກດີ ຍ້ອນຂັ້ນເທີງໃຫ້ການຊີ້ນໍາຢ່າງໃກ້ຊິດ ແລະ ຕໍ່ເນື່ອງ. ນອກຈາກນີ້ ຍັງມີບັນດານິຕິກໍາທີ່ກ່ຽວ ຂ້ອງເປັນເຄື່ອງມື ແລະ ບ່ອນອີງສໍາຄັນໃນການຈັດຕັ້ງປະຕິບັດວຽກງານຕົວຈິງ. ສ່ວນດ້ານປະກົດການຫຍໍ້ທີ່ເກີດຂຶ້ນ ແມ່ນພົບເຫັນແຕ່ໃນໄລຍະເລີ່ມຕົ້ນຂອງການຈັດຕັ້ງປະຕິບັດໂຄງການເທົ່ານັ້ນ ເນື່ອງຈາກເຈົ້າໜ້າທີ່ສາມາດຈັບກຸ່ມຄົນບໍ່ຫວັງດີໄດ້ຈໍານວນໜຶ່ງທີ່ມາລັກສາຍ ໄຟ ແລະ ຫລັກຮົ້ວຂອງໂຄງການ. ຢ່າງໃດກໍຕາມ ມາຮອດປັດຈຸບັນນີ້ ບັນດາປະກົດການຫຍໍ້ທໍ້ດັ່ງກ່າວແມ່ນບໍ່ປະກົດໃຫ້ເຫັນອີກແລ້ວ.

ຫົວໜ້າກອງບັນຊາການ ປກສ ແຂວງອຸດົມໄຊ ໃຫ້ຮູ້ຕື່ມວ່າ: ໃນໄລຍະຜ່ານມາ ປະຊາຊົນຢູ່ບັນດາບ້ານຕາມລຽບຕາມເສັ້ນທາງລົດໄຟພາຍໃນແຂວງອຸດົມໄຊໃຫ້ການຮ່ວມມືປະກອບສ່ວນຄຸ້ມຄອງ ແລະ ປົກປັກຮັກສາ ກໍຄື ຈັດຕັ້ງປະຕິິບັດຕາມລະບຽບທີ່ໂຄງການລົດໄຟລາວ-ຈີນ, ລວມເຖີງບັນດານິຕິກໍາທີ່ລັດຖະບານລາວວາງອອກໄດ້ດີ ຈຶ່ງເຮັດໃຫ້ການກໍ່ສ້າງ ກໍຄື ການບໍລິການລົດໄຟຢູ່ແຂວງອຸດົມໄຊ ສາມາດດໍາເນີນໄປໄດ້ຢ່າງສະດວກສະບາຍ ແລະ ມີຄວາມເປັນລະບຽບຮຽບຮ້ອຍດີ. ຢ່າງໃດກໍຕາມ ເພື່ອຮັບປະກັນບໍ່ໃຫ້ມີປະກົດການຫຍໍ້ທໍ້ທີ່ກ່ຽວຂ້ອງກັບທາງລົດໄຟລາວ-ຈີນ ເກີດຂຶ້ນ, ທ່ານໄດ້ຮຽກຮ້ອງໃຫ້ບັນດາຜູ້ປົກຄອງທຸກຄົນ ຈົ່ງເອົາໃຈໃສ່ສຶກສາອົບຮົມລູກຫລານຂອງຕົນບໍ່ໃຫ້ໄປລັກອຸປະກອນຂອງທາງລົດໄຟ ຫລື ເອົາສັດຕ່າງໆ ເຂົ້າໄປລ້ຽງໃນເຂດແລວເສັ້ນທາງລົດໄຟລາວ- ຈີນ. ພ້ອມນີ້ ບັນດາຜູ້ປະ ກອບການຮັບຊື້ເຫລັກເສດຕ້ອງປະຕິບັດຕາມລະບຽບການຢ່າງເຂັ້ມງວດດ້ວຍການບໍ່ຊື້ເຫລັກເສດຈາກກຸ່ມຄົນບໍ່ດີນໍາໄປຂາຍ, ທັ້ງນີ້ກໍ່ເພື່ອເຮັດໃຫ້ລົດໄຟລາວ-ຈີນ ເຊີ່ງເປັນໂຄງການຮ່ວມມືລະຫວ່າງສອງລັດຖະບານລາວ ແລະ ຈີນ ນໍາເອົາຜົນປະໂຫຍດສູງ ສຸດມາໃຫ້ປະຊາຊົນຊາວແຂວງອຸດົມໄຊ ກໍຄື ປະເທດລາວເຮົາ.

ສໍາລັບແຂວງອຸດົມໄຊ ແມ່ນແຂວງທີ່ມີໄລຍະທາງລົດ ໄຟ ລາວ-ຈີນ ຜ່ານຍາວກວ່າໝູ່ໃນບັນດາແຂວງທີ່ມີທາງລົດໄຟດັ່ງກ່າວຜ່ານໃນລາວ ມີຄວາມຍາວທັັງໝົດ 120 ກວ່າກິໂລ ແມັດ ໂດຍຜ່ານ 3 ເມືອງພາຍໃນແຂວງ ຄື: ເມືອງໄຊ, ເມືອງງາ ແລະ ເມືອງນາໝໍ້, ປະກອບມີ 9 ສະຖາ ນີ, ແຕ່ໄລຍະທໍາອິດແມ່ນກໍ່ສ້າງພຽງ 3 ສະຖານນີ ຄື: ສະ ຖານີເມືອງໄຊ, ສະຖານີເມືອງນາໝໍ້, ແລະ ສະຖານີເມືອງງາ.

Cr: BT

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version