Home ຂ່າວພາຍໃນ ກວດຄວາມພ້ອມກຽມຝຶກຊ້ອມຮ່ວມລາວ-ຣັດເຊຍ

ກວດຄວາມພ້ອມກຽມຝຶກຊ້ອມຮ່ວມລາວ-ຣັດເຊຍ

0

ໃນວັນທີ 10 ກັນຍາ ຜ່ານມາ, ສະຫາຍ ພົນຈັດຕະວາ ກົງທອງ ສຸຂະວົງ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນລາວ ພ້ອມຄະນະ ແລະ ສະຫາຍ ພັນເອກ ໂຣມັນ ໂກວາເລັນໂກ ທີ່ປຶກສາທູດຝ່າຍທະຫານແຫ່ງ ສ ຣັດເຊຍ ປະຈໍາ ສປປ ລາວ ໄດ້ເຄື່ອນໄຫວກວດກາຄວາມພ້ອມຢູ່ພາກສະໜາມ ເພື່ອກະກຽມຫັດແອບຝຶກຊ້ອມຮ່ວມລາວ-ຣັດເຊຍ ພາຍໃຕ້ລະຫັດ “ລາໂຣດສ 2025” ທີ່ຈະໄດ້ຈັດຂຶ້ນຢູ່ສະໜາມຫັດແອບວິທະຍາຄານນາຍທະຫານບົກກົມມະດຳ.

ການເຄື່ອນໄຫວຄັ້ງນີ້, ຄະນະໄດ້ກວດກາເຕັກນິກພາຫະນະອາວຸດ-ຍຸດໂທປະກອນ ແລະ ທົດສອບຍິງລູກປືນແທ້ ຈາກນັ້ນ, ໄດ້ກວດກາເບິ່ງພື້ນທີ່ຕົວຈິງສະຖານທີ່ເຮືອນນອນ, ເຮືອນຄົວລວມ, ຫ້ອງນໍ້າ, ຜາມໄຊເປີດພິທີຫັດແອບ ເຂດເຕັກນິກ, ຫ້ອງປະຊຸມ ແລະ ສູນບັນຊາ.

ໂອກາດນີ້, ສະຫາຍ ພົນຈັດຕະວາ ກົງທອງ ສຸຂະວົງ ໄດ້ເນັ້ນໜັກໃຫ້ຄະນະຊີ້ນຳ ແລະ ອະນຸກຳມະການເນື້ອໃນ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງຈົ່ງສືບຕໍ່ເອົາໃຈໃສ່ປະສານສົມທົບແໜ້ນທາງດ້ານເນື້ອໃນຫົວບົດໃນການຫັດແອບ ພ້ອມກັນແກ້ໄຂບໍ່ວ່າຈະເປັນຂອດປະສານງານໃນການພົວພັນຮ່ວມມື, ດ້ານພາຫະເຕັກນິກ, ຈຳນວນພົນແຕ່ລະເຫຼົ່າຮົບ ຕ້ອງເປັນເຈົ້າການຈັດຕັ້ງປະຕິບັດບັນດາໜ້າວຽກຂອງຕົນໃຫ້ສຳເລັດ, ບັນລຸຕາມຄາດໝາຍ ແລະ ຮັບປະກັນໃຫ້ມີຄວາມປອດໄພ 100%.

ຂ່າວ: ໄຊສະຫວາດ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version