Home ທ່ອງທ່ຽວ ປຶກສາຫາລື ກຳນົດແຜນຄຸ້ມຄອງ, ຂອບເຂດເນື້ອທີ່ ແລະ ການບໍລິຫານໂຄງການພັດທະນາການທ່ອງທ່ຽວ ແບບອະນຸລັກທຳມະຊາດ ຫຼື ອຸທິຍານທໍລະນີສາດ ຢູ່ເຂດກອງລໍ-ນາຕານ

ປຶກສາຫາລື ກຳນົດແຜນຄຸ້ມຄອງ, ຂອບເຂດເນື້ອທີ່ ແລະ ການບໍລິຫານໂຄງການພັດທະນາການທ່ອງທ່ຽວ ແບບອະນຸລັກທຳມະຊາດ ຫຼື ອຸທິຍານທໍລະນີສາດ ຢູ່ເຂດກອງລໍ-ນາຕານ

0

ກອງປະຊຸມ ປຶກສາຫາລື ກຳນົດແຜນຄຸ້ມຄອງ, ຂອບເຂດເນື້ອທີ່ ແລະ ການບໍລິຫານຈັດການໂຄງການພັດທະນາການທ່ອງທ່ຽວ ແບບອະນຸລັກທຳມະຊາດ ອຸທິຍານທໍລະນີສາດ ຢູ່ເຂດກອງລໍ-ນາຕານ ແຂວງຄຳມ່ວນ ຈັດຂຶ້ນໃນວັນທີ 28 ມີນາ 2023 ທີ່ພະແນກ ຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ແຂວງຄໍາມ່ວນ ໂດຍມີທ່ານ ໄຊສົມບູນ ສຸວັນດາລາ ຫົວໜ້າພະແນກ ຖວທ ແຂວງ, ທ່ານ ເຟເດລິກ ຊາດອກຣ ຜູ້ອຳນວຍການອົງການສະແມັກ ຈາກປະເທດຝຣັ່ງ, ມີຜູ້ຕາງໜ້າຈາກກະຊວງກ່ຽວຂ້ອງ, ອົງການເຕຕຼັກຕິດສ໌, ອົງການອີເຟຼມິດສ໌, ການນໍາເມືອງຄູນຄໍາ, ເມືອງນາກາຍ ແລະ ຂະແໜງການທີ່ກ່ຽວຂ້ອງຂັ້ນແຂວງ, ຂັ້ນເມືອງເຂົ້າຮ່ວມ.

ກອງປະຊຸມໄດ້ສະເໜີຄວາມສອດຄ່ອງ ແລະ ຄວາມເໝາະສົມຂອງໂຄງການ, ສະເໜີການກຳນົດແຜນທີ່ ແລະ ການກຳນົດເນື້ອທີ່ຂອບເຂດຂອງໂຄງການໃນເບື້ອງຕົ້ນ, ການສະເໜີຮູບແບບຕ່າງໆທີ່ເປັນໄປໄດ້ ໃນຮູບແບບການບໍລິຫານຄຸ້ມຄອງ (ບົດບາດໜ້າທີ່ຂອງການຈັດຕັ້ງບໍລິຫານ, ການບໍລິຫານ ແລະ ໂຄງການການຈັດຕັ້ງໃນການຄຸ້ມຄອງບໍລິຫານ, ໜ້າທີ່ ແລະ ຄວາມຮັບຜິດຊອບຂອງແຕ່ລະພາກສ່ວນ. ພ້ອມນີ້ບັນດາຜູ້ເຂົ້າຮ່ວມຍັງໄດ້ພ້ອມກັນຄົ້ນຄວ້າແລກປ່ຽນຄຳຄິດເຫັນ ໃນການກຳນົດຂອບເຂດເນື້ອທີ່ໂດຍພື້ນຖານຂອງການສ້າງເປັນອຸທິຍານທໍລະນີສາດ ຫຼື geopark ເຂດຮ່ອມພູ ກອງລໍ-ນາຕານ, ການກຳນົດຮູບແບບ, ການບໍລິຫານຈັດການ, ການຄຸ້ມຄອງ ແລະ ແນະນຳວິທີການຈັດຕັ້ງປະຕິບັດ ເພື່ອເຮັດໃຫ້ວຽກງານການພັດທະນາການທ່ອງທ່ຽວໄດ້ຮັບການຈັດຕັ້ງປະຕິບັດ ແລະ ດຳເນີນໄປດ້ວຍບາດກ້າວທີ່ຂະຫຍາຍຕົວ ແລະ ມີປະສິດທິພາບ.

ອຸທິຍານທໍລະນີສາດ ເປັນພື້ນທີ່ທາງດ້ານພູມສາດທີ່ມີລັກສະນະພິເສດ ເປັນການລວມເອົາບັນດາຈຸດທີ່ມີເງື່ອນໄຂ ເປັນແຫຼ່ງທ່ອງທ່ຽວ ແລະ ມີພູມພາບທຳມະຊາດ ທີ່ມີຄວາມສຳຄັນທາງດ້ານທໍລະນີ ວິທະຍາ ທີ່ໄດ້ຮັບການບໍລິຫານຈັດການ ຕາມຫຼັກການລວມຂອງການອະນຸລັກ, ການໃຫ້ຄວາມຮູ້ ແລະ ການພັດທະນາແບບຍືນຍົງ ແລະ ຈະຕ້ອງໃຫ້ຄວາມສຳຄັນຕໍ່ກັບບັນຫາສະພາບແວດລ້ອມທຳມະຊາດ. ເຊິ່ງການກຳນົດເນື້ອທີ່ຢູ່ໃນເຂດພູຫີນປູນ ກອງລໍ-ນາຕານ ກວມເອົາເນື້ອທີ່ຂອງເມືອງຄູນຄໍາ ແລະ ເມືອງນາກາຍ ແຂວງຄໍາມ່ວນ ເຊິ່ງມີເນື້ອທີ່ຕາມແຜນທີ່ຈະສະເໜີເປັນອຸທິຍານທໍລະນີສາດ ປະມານ 700 ກິໂລຕາແມັດ ເຊິ່ງເນື້ອທີ່ດັ່ງກ່າວແມ່ນຈັດຢູ່ໃນລະດັບເນື້ອທີ່ຂ້ອນຂ້າງແຄບຂອງບັນດາອຸທິຍານທໍລະນີສາດໂລກ ຂອງອົງການ ຢູເນັດສ໌ໂກ ແຕ່ເນື້ອທີ່ດັ່ງກ່າວແມ່ນເປັນເນື້ອທີ່ມີຄວາມກົມກຽວກັນ, ມີທີ່ຢູ່ອາໄສ ສາມາດຕ້ອນຮັບເອົາແຂກທ່ອງທ່ຽວໄດ້ ແລະ ຍັງມີຄວາມເໝາະສົມກັບຄວາມສາມາດໃນການບໍລິຫານຈັດການ ແລະ ການສ້າງຂະບວນການໃນການພັດທະນາ ໂດຍສົມທົບກັບປະຊາຊົນຢູ່ໃນທ້ອງຖິ່ນ.

#Medialao#ມີເດຍລາວ#Khammouane New #ແຂວງຄໍາມ່ວນ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version