Home ຂ່າວພາຍໃນ ສົ່ງເສີມບົດບາດຂອງ ສສຊ ໃນການສ້າງຄວາມປອດໄພດ້ານສາທາລະນາສຸກ-ຄວາມຈະເລີນກ້າວໜ້າ ໃນລາວ

ສົ່ງເສີມບົດບາດຂອງ ສສຊ ໃນການສ້າງຄວາມປອດໄພດ້ານສາທາລະນາສຸກ-ຄວາມຈະເລີນກ້າວໜ້າ ໃນລາວ

0

ເມື່ອບໍ່ດົນມານີ້, ກອງເລຂາ ກົມຄຸ້ມຄອງໂຄງການ ແລະ ການຮ່ວມມືສາກົນສະພາແຫ່ງຊາດລາວ ໂດຍໄດ້ຮັບການສະໜັບສະໜູນຈາກອົງການເພື່ອສຸຂະພາບ ແລະ ຫລຸດຜ່ອນຄວາມທຸກຍາກ Health Poverty Action (HPA), ມະຫາວິທະຍາໄລວິທະຍາສາດສຸຂະພາບ ແລະ ຄູ່ຮ່ວມພັດທະນາ ຈັດສຳມະນາໃນຫົວຂໍ້ “ການສົ່ງເສີມພາລະບົດບາດຂອງສະມາຊິກສະພາແຫ່ງຊາດ ໃນການສ້າງຄວາມປອດໄພທາງດ້ານສາທາລະນາສຸກ ແລະ ຄວາມຈະເລີນກ້າວໜ້າ ໃນ ສປປ ລາວ” ໂດຍການເປັນປະທານຮ່ວມໂດຍ ທ່ານ ບຸນຕາ ເທບພະວົງ ປະທານກຳມາທິການວັດທະນະທຳ-ສັງຄົມ ສະພາແຫ່ງຊາດ ແລະ ທ່ານ ດຣ ເທັດ ລີນ ຜູ້ອຳນວຍການອົງການເພື່ອສຸຂະພາບ ແລະ ຫລຸດຜ່ອນຄວາມທຸກຍາກ Health Poverty Action (HPA). ທັງນີ້, ກໍເພື່ອແນ​ໃສ່ການເສີມ​ຂະຫຍາຍ​ບົດບາດ​ຊີ້ນໍາ ແລະ ນຳພາ​ຂອງ​ສະພາ​ແຫ່ງ​ຊາດ​ໃນ​ການຄຸ້ມຄອງຜົນປະໂຫຍດ ໃນຂະແໜງສາທາລະນາສຸກ ​ຂອງ​ປະ​ເທດ​ຊາດ ​ແລະ ຮັບປະກັນ​ທາງດ້ານການເງິນຕໍ່ກັບສຸຂະພາບຂັ້ນພື້ນຖານທີ່ຈໍາເປັນ ແລະ ວຽກງານວັກຊີນປ້ອງກັນພະຍາດ.

ໃນກອງປະຊຸມ ​​ຄະນະກໍາມາທິການດ້ານງົບປະມານ ​ແລະ ຄະນະກໍາມາທິການພັດທະນາ​ສັງຄົມ ​ແລະ ວັດທະນະທຳ ໄດ້ສະແດງໃຫ້ເຫັນຜົນສຳເລັດຂອງ ສປປ ລາວ ໃນການຫລຸດຜ່ອນອັດຕາການເສຍຊີວິດ ຂອງເດັກນ້ອຍຜ່ານໂຄງການສັກຢາກັນພະຍາດແຫ່ງຊາດ, ພ້ອມທັງໄດ້ຍົກເອົາບັນຫາຮີບດ່ວນຕໍ່ກັບສິ່ງທ້າທາຍທີ່ກຳລັງຈະເກີດຂຶ້ນເພື່ອສົນທະນາ: ການປ່ຽນແປງການຊ່ວຍເຫລືອຈາກຜູ້ໃຫ້ທຶນໃນຂະແໜງສາທາລະນາສຸກໃນທົ່ວໂລກ, ພັນທະໃນການລະດົມທຶນພາຍໃນທີ່ເພີ່ມຂຶ້ນ, ຄວາມບໍ່ສະຖຽນນະພາບທາງດ້ານເສດຖະກິດ ແລະ ການລົງທຶນທາງດ້ານສຸຂະພາບທີ່ຍັງຕໍ່າ.

ທ່ານ ໄມຟອງ ມີໄຊ ສະມາຊິກສະພາແຫ່ງຊາດລາວ ແລະ ຄະນະບໍດີ ມະຫາວິທະຍາໄລວິທະຍາສາດສຸຂະພາບ ແຫ່ງຊາດລາວ ໄດ້ກ່າວວ່າ: ກອງປະຊຸມຄັ້ງນີ້, ຈະຊ່ວຍໃຫ້ສະມາຊິກສະພາແຫ່ງຊາດມີຍຸດທະສາດໃນດ້ານງົບປະມານ, ເຄື່ອງມືໃນການຕິດຕາມກວດກາ ແລະ ກົນໄກພາກປະຕິບັດເພື່ອເສີມສ້າງຄວາມຮັບຜິດຊອບໃນການໃຊ້ຈ່າຍງົບປະມານໃນຂະແໜງສາທາລະນະສຸກ ໂດຍການເພີ່ມບົດບາດການກວດສອບຈະເຮັດໃຫ້ມີເປົ້າໝາຍທີ່ດີກວ່າເກົ່າໃນການຄຸ້ມຄອງຊັບພະຍາກອນຂະແໜງສາທາລະນະສຸກ, ປັບປຸງການບໍລິການດ້ານສຸຂະພາບທີ່ຈໍາເປັນຂັ້ນພື້ນຖານ ແລະ ຮັບປະກັນໃຫ້ພົນລະເມືອງລາວທຸກຄົນໄດ້ຮັບຜົນປະໂຫຍດຈາກການບໍລິການສັກຢາກັນພະຍາດທີ່ຈຳເປັນ. ສຸດທ້າຍແລ້ວ, ສະມາຊິກສະພາແຫ່ງຊາດມີຂໍ້ມູນ ແລະ ກຸນແຈສຳຄັນໃນການຂັບເຄື່ອນ ສປປ ລາວ ໃຫ້ທຸກຄົນມີສຸຂະພາບທີ່ດີ ແລະ ຈະເລີນຮຸ່ງເຮືອງຂຶ້ນ.

ໃນເດືອນຕຸລາ ແລະ ເດືອນພະຈິກ ປີ 2025, ຈະມີກອງປະຊຸມທີ່ກ່ຽວຂ້ອງ ອີກ 2 ຄັ້ງ ເພື່ອຊອກຫາທາງເລືອກດ້ານນະໂຍບາຍດ້ານການເງິນໃນການສະໜອງງົບປະມານໃນຂະແໜງສາທາລະນະສຸກ ແລະ ປິດທ້າຍດ້ວຍການສ້າງເຄືອຂ່າຍໃນວຽກງານ ສາທາລະນະສຸກຂອງຂອງສະພາແຫ່ງຊາດ ເຊິ່ງເປັນກົນໄກການປຶກສາຫາລື ແລະ ການຕິດຕາມຄວາມປອດໄພຂອງວຽກງານສາທາລະນະສຸກ. ກອງປະຊຸມຄັ້ງນີ້, ຄາດວ່າຈະເປັນເວທີທີ່ຢັ້ງຢືນໄດ້ໃນການຄຸ້ມຄອງການລົງທຶນດ້ານສຸຂະພາບ ແລະ ສະໜັບສະໜຸນ ສປປ ລາວ ໃຫ້ຫລຸດພົ້ນຈາກສະຖານະພາບປະເທດດ້ອຍພັດທະນາ.

ທ່ານ ດຣ ເທັດ ລີນ ຜູ້ອຳນວຍການ ອົງການເພື່ອສຸຂະພາບ ແລະ ຫລຸດຜ່ອນຄວາມທຸກຍາກ ໄດ້ກ່າວວ່າ: ການມີສ່ວນ ຮ່ວມໃນການປັບປຸງກົນໄກຄວາມຮັບຜິດຊອບ, ສະພາແຫ່ງຊາດລາວສາມາດມີບົດບາດກວດສອບຢ່າງເຂັ້ມງວດຂຶ້ນ ບໍ່ພຽງແຕ່ຮັບປະກັນໃຫ້ກອງທຶນໃນຂະແໜງສາທາລະນະສຸກ ໄດ້ຮັບການຈັດສັນເທົ່ານັ້ນ, ແຕ່ຍັງຖືກນຳໃຊ້ຢ່າງມີປະສິດທິຜົນ ແລະ ເທົ່າທຽມ. ສິ່ງນີ້ຈະນຳໄປສູ່ການປັບປຸງການໃຫ້ບໍລິການດ້ານສາທາລະນະສຸກຂັ້ນພື້ນຖານທີ່ຈໍາເປັນ ແລະ ວັກຊີນກັນພະຍາດ ແລະ ຈະກ້າວໄປສູ່ການປັບປຸງຜົນໄດ້ຮັບດ້ານສຸຂະພາບແຫ່ງຊາດ ແລະ ສ້າງຄວາມເຊື່ອໝັ້ນໃຫ້ແກ່ປະຊາຊົນໃນພາກລັດຖະບານ. ການສະໜອງທຶນທີ່ຄາດຄະເນໄດ້, ພຽງພໍ, ແລະ ຍືນຍົງໃນການສັກຢາວັກຊີນ ແລະ ການເບິ່ງແຍງສຸຂະພາບທີ່ຈໍາເປັນຂັ້ນພື້ນຍັງເປັນບຸລິມະສິດແຫ່ງຊາດ, ສອດຄ່ອງກັບວິໄສທັດຂອງ ສປປ ລາວ ກ່ຽວກັບຄວາມຈະເລີນຮຸ່ງເຮືອງ ແລະ ອຳນາດອະທິປະໄຕ.

ກອງປະຊຸມດັ່ງກ່າວ, ຍັງເປັນການສົ່ງເສີມບັນດາຄໍາໝັ້ນສັນຍາສາກົນ ລ່າສຸດຂອງ ສປປ ລາວ, ລວມທັງຄໍາໝັ້ນສັນຍາຂອງລັດຖະມົນຕີສາທາລະນະສຸກອາຊຽນ ກ່ຽວກັບການສະໜອງທຶນໃຫ້ແກ່ວຽກງານວັກຊີນກັນພະຍາດ ເຊິ່ງຮຽກຮ້ອງໃຫ້ບັນດາປະເທດສະມາຊິກຮັບປະກັນແຫລ່ງຊັບພະຍາກອນພາຍໃນປະເທດແບບຍືນຍົງ ສຳລັບວັກຊີນທີ່ເປັນສ່ວນໜຶ່ງຂອງຄວາມໝັ້ນຄົງດ້ານສຸຂະພາບຢູ່ພາກພື້ນ ແລະ ຄຳຮຽກຮ້ອງຂອງ ສະມາຊິກສະພາແຫ່ງຊາດ ອິສຕັນບູ ໄດ້ໃຫ້ດຳເນີນການຊ່ວຍເຫລືອດ້ານງົບປະມານ, ເຊິ່ງຮຽກຮ້ອງໃຫ້ສະພາເພີ່ມທະວີດ້ານນິຕິກຳ ແລະ ການຄວບຄຸມພະຍາດຕ່າງໆ ເພື່ອຮັບປະກັນວ່າເດັກນ້ອຍທຸກຄົນໄດ້ຮັບການປົກປ້ອງຈາກພະຍາດທີ່ສາມາດປ້ອງກັນໄດ້.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version