Home ຂ່າວພາຍໃນ ຄະນະກຳມາທິການຍີ່່ປຸ່ນ ເພື່ອສະຫນອງວັກຊິນໃຫ້ແກ່ເດັກໃນທົ່ວໂລກ ແລະ ອົງການຢູນີເຊັບ ເພີ່ມທະວີການຮ່ວມມືເພື່ອຮັບປະກັນການເຂົ້າເຖີງວັກຊີນໃນທົວ ສປປ ລາວ

ຄະນະກຳມາທິການຍີ່່ປຸ່ນ ເພື່ອສະຫນອງວັກຊິນໃຫ້ແກ່ເດັກໃນທົ່ວໂລກ ແລະ ອົງການຢູນີເຊັບ ເພີ່ມທະວີການຮ່ວມມືເພື່ອຮັບປະກັນການເຂົ້າເຖີງວັກຊີນໃນທົວ ສປປ ລາວ

0

ເມື່ອບໍ່ດົນມານີ້ ຄະນະກຳມາທິການຍີ່່ປຸ່ນ ເພື່ອສະຫນອງວັກຊິນໃຫ້ແກ່ເດັກໃນທົ່ວໂລກ (JCV) ໄດ້ໄປຢ້ຽມຢາມ ແຂວງຈໍາປາສັກ ແລະ ອັດຕະປື ຂອງ ສປປ ລາວ ເພື່ອຕິດຕາມວຽກງານສັກວັກຊີນຂອງ ສປປ ລາວ ເເລະ ກໍານົດຂົງເຂດໃນວຽກງານດັ່ງກ່າວທີ່ຕ້ອງການ ການສະໜັບສະໜູນເຜີ່ມເຕີມ.

ວຽງຈັນ, 26 ມິນາ 2023 – ເມື່ອບໍ່ດົນມານີ້ ຄະນະຜູ້ແທນຈາກ ຄະນະກຳມາທິການຍີ່່ປຸ່ນ ເພື່ອສະຫນອງວັກຊິນໃຫ້ແກ່ເດັກໃນທົ່ວໂລກ (JCV), ເຊິ່ງເປັນ ອົງການທີ່ເຮັດວຽກເພື່ອສະໜັບສະໜູນວຽກງານສັກວັກຊີນສຳລັບເດັກນ້ອຍໃນບັດດາປະເທດທີ່ກຳລັງພັດທະນາໃນທົ່ວໂລກ, ໄດ້ເດີນທາງ ຮ່ວມກັບ ອົງການຢູນິເຊັບ ໄປເເຂວງ ຈໍາປາສັກ ແລະ ອັດຕະປື ເພື່ອຕິດຕາມວຽກງານສັກວັກຊີນຂອງເເຂວງ.

ໃນໄລຍະການຢ້ຽມຢາມ ແຂວງຈໍາປາສັກ ແລະ ອັດຕະປື ໃນລະຫວ່າງວັນທີ 28-29 ມີນາ ນີ້, ຄະນະຜູ້ແທນຈາກ JCV ໄດ້ມີໂອກາດສັງເກດການ ລະບົບການສັກວັກຊີນຢູ່ສຸກສາລາທ້ອງຖິ່ນ ເເລະ ການໃຫ້ບໍລິການສັກວັກຊີນເຂື່ອນທີ່ຢູ່ບັນດາໂຮງຮຽນ ແລະ ຊຸມຊົນ ໃນເເຂວງ.

ທ່ານ Okudera Noriho, ຜູ້ອໍານວຍການ JCV, ໄດ້ກ່າວວ່າ: “ການຢ້ຽມຢາມ ສປປ ລາວ ໃນຄັ້ງນີ້ຈະຊ່ວຍພວກເຮົາໃນການກໍານົດຈຸດສຸມການສະໜັບສະໜຸນຂອງ JCV ນັ້ນກໍຄຶປະຊາຊົນຢີ່ປຸນ ຕໍ່ວຽກງານສັກວັກຊີນ ຂອງ ສປປ ລາວ ເພື່ອບັນລຸພາລະກິດຂອງອົງການພວກເຮົາໃນການຮັບປະກັນວ່າເດັກນ້ອຍທຸກຄົນສາມາດເຂົ້າເຖີງວັກຊີນໄດ້.”

ປະຊາຊົນປະເທດຍີ່ປຸ່ນ ເປັນໜື່ງໃນຜູ້ສະໜັບສະໜູນວຽກງານສັກວັກຊີນໃນ ສປປ ລາວ ມາເປັນເວລາດົນນານ.

ໃນໄລຍະການແຜ່ລະບາດຂອງພະຍາດ ໂຄວິດ-19, ປະເທດຍີ່ປຸ່ນ ກໍໄດ້ໃຫ້ການສະໜັບສະໜູນຢ່າງໃກ້ຊິດຕໍ່ ສປປ ລາວ ໃນການຕອບໂຕ້ ແລະ ສົ່ງເສີມການສັກວັກຊີນກັນພະຍາດດັ່ງກ່າວ, ເຊັ່ນ: ການສະໜອງວັກຊີນກັນພະຍາດ ໂຄວິດ-19 ຫຼາຍກວ່າ 300,000 ໂດສ ໃຫ້ແກ່ ສປປ ລາວ; ການສະໜອງ ອຸປະກອນລະບົບເຢັນເພື່ອເກັບຮັກສາວັກຊີນ ເຊັ່ນ ກ່ອງເຢັນ ເເລະ ຕູ້ເຢັນ ເພື່ອເກັບຮັກສາວັກຊີນ, ພ້ອມດ້ວຍພາຫະນະພິເສດເພື່ອຂົນສົ່ງວັກຊີນ ໃຫ້ແກ່ແຂວງເຊກອງ ແລະ ອັດຕະປື.

ທ່ານ ດຣ ເພຍ ເຣເບລໂລ ບຣິດໂຕ, ຜູ້ຕາງຫນ້າ ອົງການຢູນິເຊບ ປະຈຳ ສປປ ລາວ, ໄດ້ກ່າວ: “ອົງການຢູນິເຊັບ ຂໍສະເເດງຄວາມຂອບໃຈມາຍັງ JCV ແລະ ປະຊາຊົນຍີ່ປຸ່ນ ທີ່ໄດ້ໃຫ້ການຮ່ວມມືຢ່າງແໜ້ນແຟ້ນໃນວຽກງານຢາກັນພະຍາດໃນ ສປປ ລາວ. ພວກເຮົາຫວັງວ່າ ການມາຢ້ຽມຢາມຄັ້ງນີ້ຂອງຄະນະຜູ້ແທນຈາກ JCV ຈະຊ່ວຍຮັດແໜ້ນການຮ່ວມມືລະຫວ່າງສອງປະເທດ ເພື່ອຜົນປະໂຫຍດຂອງເດັກນ້ອຍລາວຫຼາຍຂຶ້ນ.”

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version