Home ຂ່າວໜ້າໜຶ່ງ ນ້ຳທຸກຢາດມີຄ່າ ເຮົາຄວນຊ່ວຍກັນຮັກສາ ແລະ ໃຊ້ຢ່າງປະຢັດ (ເນື່ອງໃນໂອກາດວັນນໍ້າໂລກ 22 ມີນາ)

ນ້ຳທຸກຢາດມີຄ່າ ເຮົາຄວນຊ່ວຍກັນຮັກສາ ແລະ ໃຊ້ຢ່າງປະຢັດ (ເນື່ອງໃນໂອກາດວັນນໍ້າໂລກ 22 ມີນາ)

0

ວັນທີ 22 ມີນາ ຂອງທຸກໆປີເປັນວັນນ້ຳໂລກ (World Water Day) ຫຼື ວັນອະນຸລັກນໍ້າໂລກ ຊຶ່ງຖືວ່າເປັນວັນສຳຄັນອີກວັນໜຶ່ງຂອງມວນມະນຸດ ເພາະມະນຸດເຮົາຕ້ອງໃຊ້ຊັບພະຍາກອນນີ້ໃນການດຳລົງຊີວິດ ຊັບພະຍາກອນທີ່ວ່າກໍຄື “ນ້ຳ” ໂດຍວັນນໍ້າໂລກມີຈຸດເລີ່ມຕົ້ນມາຈາກກອງປະຊຸມສິ່ງແວດລ້ອມ ແລະ ການພັດທະນາແຫ່ງສະຫະປະຊາຊາດ ທີ່ເມືອງຣິໂອ ເດິ ຈາເນໂຣ ປະເທດເບຣຊິນ ໃນວັນທີ 22 ມີນາ 1992 ໂດຍການຄຳນຶງເຖິງການໃຊ້ຊັບພະຍາກອນນ້ຳຂອງມວນມະນຸດ ຈຶ່ງເກີດມີຄວາມຄິດທີ່ຈະຈັດກິດຈະກຳທີ່ເປັນແຜນແມ່ບົດໃຫ້ປະເທດຕ່າງໆທົ່ວໂລກໄດ້ເຝົ້າລະວັງຊັບພະຍາກອນນ້ຳໃນປະເທດນັ້ນໆ ແລະ ໃນວັນດຽວກັນສະມັດຊາ ແຫ່ງສະຫະປະຊາຊາດກໍໄດ້ອອກປະກາດໃຫ້ວັນທີ 22 ມີນາ ຂອງທຸກໆປີເປັນ ວັນນໍ້າໂລກ (World Water Day) ເພື່ອລະນຶກເຖິງຄວາມສຳຄັນຂອງນໍ້າ ເພາະນ້ຳເປັນຄວາມຕ້ອງການຂັ້ນພື້ນຖານຂອງສິ່ງທີ່ມີຊີວິດທຸກຊະນິດໃນໂລກ ອີກທັງຍັງກະຕຸ້ນໃຫ້ມວນມະນຸດ ຕື່ນຕົວໃນເລື່ອງການອະນຸລັກນ້ຳ ຊ່ວຍກັນເບິ່ງແຍງບຳລຸງຮັກສາ ການພັດທະນາແຫຼ່ງນ້ຳ ແລະ ການຈັດການຊັບພະຍາກອນນ້ຳຈືດແບບຍືນຍົງສຳລັບອະນາຄົດ ຈາກການທີ່ນ້ຳຈືດຂອງໂລກຂາດແຄນຫຼາຍຂຶ້ນ. ໃນປີ 1992 ສະມັດຊາສະຫະປະຊາຊາດໄດ້ປະກາດໃຫ້ວັນທີ 22 ມີນາຂອງທຸກໆປີເປັນວັນນ້ຳໂລກ ໂດຍເລີ່ມຕົ້ນໃນປີ 1993 ເປັນປີທຳອິດ ແລະ ເຊີນຊວນໃຫ້ປະເທດຕ່າງໆຮັບເປັນວັນສິ່ງແວດລ້ອມຂອງຊາດ.

ການຮຽກຮ້ອງໃຫ້ປະຊາຄົມໂລກໃຊ້ນ້ຳຢ່າງມີຄວາມຮັບຜິດຊອບ ເພື່ອໃຫ້ທຸກຄົນສາມາດມີນ້ຳດື່ມນ້ຳໃຊ້ຢ່າງເທົ່າທຽມກັນໃນລາຄາທີ່ຫາຊື້ໄດ້ ແລະ ສິ່ງທີ່ທ້າທາຍ ກໍຄືການຈັດກິດຈະກຳເພື່ອການອະນຸລັກນ້ຳ ຄຸນນະພາບຂອງນ້ຳ ແລະ ປະລິມານນ້ຳ ນອກຈາກນີ້, ຍັງຈະຕ້ອງມີການສ້າງຈິດສຳນຶກໃຫ້ເກີດຂຶ້ນທົ່ວໂລກວ່າ ນ້ຳເປັນສິ່ງສຳຄັນ ແລະ ມີບົດບາດໃນການພັດທະນາທີ່ຍືນຍົງ. ດັ່ງນັ້ນ, ທົ່ວໂລກຕ້ອງຍົກລະດັບຄວາມຮູ້ໃນການໝູນວຽນນຳນ້ຳມາໃຊ້ໃໝ່ ແລະ ການເພີ່ມນິໄສຕໍ່ການຈັດການຊັບພະຍາກອນນ້ຳທີ່ຫາຍາກນີ້ ຊຶ່ງທັງໝົດຈະບັນລຸຜົນໄດ້ດ້ວຍການດຶງສະຕິປັນຍາຂອງມວນມະນຸດອອກມາໃຊ້ ແລະ ສົ່ງເສີມວັດທະນະທຳການອະນຸລັກນ້ຳ. ເຖິງແມ່ນວ່າ ພື້ນທີ່ 2/3 ຂອງໂລກຈະເປັນນ້ຳ ແຕ່ສ່ວນໃຫຍ່ເປັນນ້ຳເຄັມທີ່ພົບໄດ້ໃນທະເລ ແລະ ມະຫາສະໝຸດຄິດສະເລ່ຍ 97,5% ສ່ວນອີກ 2,5% ເປັນນ້ຳຈືດ ຊຶ່ງສ່ວນໃຫຍ່ເປັນນ້ຳກ້ອນບໍລິເວນແອນຕາກຕິກາ ແລະ ກຣີນແລນ ລວມໄປເຖິງນ້ຳໃຕ້ດິນທີ່ບໍ່ສາມາດນຳມາໃຊ້ໄດ້. ແຫຼ່ງນ້ຳຈືດທີ່ນຳມາດື່ມ ແລະ ນຳມາໃຊ້ ແມ່ນໄດ້ມາຈາກທະເລສາບ, ອ່າງເກັບນ້ຳ, ແມ່ນ້ຳ ແລະ ຫ້ວຍນ້ຳ ຊຶ່ງມີຈຳນວນພຽງ 0,26% ຂອງນ້ຳຈືດທີ່ມີຢູ່ທັງໝົດ ແລະ ນ້ຳຈືດໃນປະລິມານດັ່ງກ່າວຍັງມີສ່ວນໜຶ່ງທີ່ຢູ່ໃນສະພາບປົນເປື້ອນ ແລະ ມີສານພິດຕ້ອງນຳມາບຳບັດກ່ອນນຳມາໃຊ້. ວັນນ້ຳໂລກ ວັນທີ 22 ມີນາ ທຸກໆປີພວກເຮົາທຸກຄົນຄວນໃຫ້ຄວາມສຳຄັນຕໍ່ນ້ຳ ໂດຍອົງການສະຫະປະຊາຊາດຈະກຳນົດຫົວຂໍ້ຂອງວັນອະນຸລັກນ້ຳໂລກໃນແຕ່ລະປີແຕກຕ່າງກັນອອກໄປ ຊຶ່ງຫົວຂໍ້ຂອງປີນີ້ຄື “ການເລັ່ງການປ່ຽນແປງ” (Accelerating Change).

ການຄົ້ນຄວ້າວິທີແກ້ໄຂທໍາມະຊາດ ແລະ ສິ່ງທ້າທາຍທີ່ເກີດຂຶ້ນໃນສະຕະວັດທີ 21 ຄວາມເສຍຫາຍດ້ານສິ່ງແວດລ້ອມຄຽງຄູ່ກັບການປ່ຽນແປງສະພາບອາກາດເຮັດໃຫ້ເກີດໄພທິບັດທີ່ກ່ຽວຂ້ອງກັບນ້ຳທີ່ພວກເຮົາເຫັນທົ່ວໂລກ. ໄພນ້ຳຖ້ວມ, ໄພແຫ້ງແລ້ງ ແລະ ມົນລະພິດທາງນ້ຳແມ່ນຮ້າຍແຮງກວ່າເກົ່າ ຖ້າພວກເຮົາບໍ່ສົນໃຈກັບລະບົບນິເວດ ມັນຍາກທີ່ຈະໃຫ້ທຸກຄົນມີນ້ຳສະອາດໃຊ້ຕາມທີ່ພວກເຮົາຕ້ອງການ ເພື່ອຄວາມຢູ່ລອດ ແລະ ເຕີບໂຕ. ບັນດາວິທີແກ້ໄຂໄພທຳມະຊາດມີທ່າແຮງທີ່ຈະແກ້ໄຂສິິ່ງທ້າທາຍດ້ານນ້ຳ ພວກເຮົາຈຳເປັນຕ້ອງມີພື້ນຖານໂຄງລ່າງ “ສີຂຽວ” ໃຫ້ຫຼາຍ, ການປູກຕົ້ນໄມ້, ການເຊື່ອມຕໍ່ກັບແມ່ນ້ຳໃນພື້ນທີ່ນ້ຳຖ້ວມ ແລະ ການຟື້ນຟູດິນຈະເຮັດໃຫ້ມີການປັບປຸງຮອບວຽນນ້ຳ ແລະ ປັບປຸງສຸຂະພາບການດຳລົງຊີວິດຂອງມະນຸດ.

ຮຽບຮຽງໂດຍ: ວິໄລພອນ ເພັດໄພບູນ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version