Home ຂ່າວໜ້າໜຶ່ງ ຈະຈັດງານວາງສະແດງຈັບຄູ່ຮ່ວມມືດ້ານເຕັກໂນໂລຊີ ນະວັດຕະກຳ ລາວ-ຫວຽດນາມ

ຈະຈັດງານວາງສະແດງຈັບຄູ່ຮ່ວມມືດ້ານເຕັກໂນໂລຊີ ນະວັດຕະກຳ ລາວ-ຫວຽດນາມ

0

ກະ​ຊວງ ເຕັກ​ໂນ​ໂລ​ຊີ ແລະ ການ​ສື່ສານ ສ​ປ​ປ ລາວ ແລະ ກະ​ຊວງ ວິ​ທະ​ຍາ​ສາດ ແລະ ເຕັກ​ໂນ​ໂລ​ຊີ ສ​ສ ຫວຽດ​ນາມຈະຈັດງານວາງສະແດງ, ຈັບຄູ່ຮ່ວມມືດ້ານເຕັກໂນໂລຊີ ນະວັດຕະກຳ ລາວ-ຫວຽດນາມ (Tech-Innovation Vietnam-Laos) ປະຈໍາປີ 2023 ຂຶ້ນ ໃນລະຫວ່ງວັນທີ 4-5 ເມສາ 2023 ນີ້, ທ່ານ ບໍ່ວຽງຄຳ ວົງດາລາ ລັດຖະມົນຕີ​​ກະຊວງ​ ເຕັກໂນໂລຊີ ແລະ ການ​ສື່​ສານໄດ້ຖະແຫຼງຂ່າວກ່ຽວກັບການ​ຈັດງານ ດັ່ງກ່າວເມື່ອວັນທີ 21 ມີນາ ນີ້ວ່າ: ຈຸດປະສົງຕົ້ນຕໍຂອງການຈັດງານວາງສະແດງດັ່ງກ່າວແມ່ນເພື່ອຊຸກຍູ້ການຮ່ວມມືດ້ານການນຳໃຊ້, ຖ່າຍທອດ ເຕັກໂນໂລຊີ ນະວັດຕະກຳ, ແລະ ຊອກຄູ່ຮ່ວມມື ລະຫວ່າງ ໜ່ວຍງານຄົ້ນຄວ້າວິໄຈ ແລະ ບັນດາວິສາຫະກິດຂອງສອງປະເທດ, ເພີ່ມທະວີການພົວພັນຮ່ວມມື, ຮອບດ້ານບົນພື້ນຖານນ້ຳໃຈມິດຕະພາບອັນຍິ່ງໃຫຍ່ ແລະ ຄວາມສາມັກຄີພິເສດ ທີ່ເປັນມູນເຊື້ອອັນຍາວນານ ລະຫວ່າງ ລາວ-ຫວຽດນາມ, ເພື່ອເຊື່ອມໂຍງບັນດານັກຄົ້ນຄວ້າວິໄຈ ແລະ ນັກພັດທະນາເຕັກໂນໂລຊີ ນະວັດຕະກຳ ຂອງຫວຽດນາມ ກັບບັນດາອົງການຂອງລັດ ແລະ ບັນດາຫົວໜ່ວຍທຸລະກິດລາວ ເພື່ອຊຸກຍູ້ສົ່ງເສີມດ້ານການຄ້າ ແລະ ການລົງທຶນດ້ານເຕັກໂນໂລຊີ ນະວັດຕະກຳ ໃນຂົງເຂດທີ່ສຳຄັນຂອງລາວ, ເພື່ອສົ່ງເສີມການຖ່າຍທອດເຕັກໂນໂລຊີ, ການນຳໃຊ້ນະວັດຕະກຳ ສ້າງ ແລະ ຊອກກາລະໂອກາດໃນການຮ່ວມມື, ການລົງທຶນ ແລະ ການຖ່າຍທອດເຕັກໂນໂລຊີ ລະຫວ່າງບັນດາອົງການຈັດຕັ້ງ, ບັນດາວິສະຫະກິດ ລາວ-ຫວຽດນາມ.

ງານວາງສະແດງ, ຊອກຄູ່ຮ່ວມມືດ້ານເຕັກໂນໂລຊີ ນະວັດຕະກຳ ລາວ-ຫວຽດນາມ (Tech-Innovation Vietnam-Laos) ປະຈໍາປີ 2023 ດັ່ງກ່າວ ຄາດວ່າ ຈະຈັດຂຶ້ນໃນ ລະຫວ່າງວັນທີ 4-5 ເມສາ 2023, ທີ່ສູນ​ການ​ຮ່ວມມື​ສ​າ​ກົນ ແລະ ກາ​ນ​ຝຶກ​ອົບ​ຮົມ (ICTC), ນະຄອນຫຼວງງວຽງຈັນ.

ໃນງານຄັ້ງນີ້ເປັນການ​ຮ່ວມ​ມື​ລະ​ຫວ່າງ 2 ກະ​ຊວງ ກໍ​ຄື​ກະ​ຊວງ ເຕັກ​ໂນ​ໂລ​ຊີ ແລະ ການ​ສື່ສານ ສ​ປ​ປ ລາວ ແລະ ກະ​ຊວງ ວິ​ທະ​ຍາ​ສາດ ແລະ ເຕັກ​ໂນ​ໂລ​ຊີ ສ​ສ ຫວຽດ​ນາມ ຊຶ່ງ​ໄດ້​ມີ​ການ​ເຊື້ອ​ເຊີນ​ບັນ​ດາ​ສ​ະ​ຖາ​ບັນ​ການ​ຄົ້ນ​ຄວ້າ, ສະ​ຖາ​ບັນ​ການ​ສຶກ​ສາ, ພາກ​ສ່ວນ​ທຸ​ກິດ ແລະ ຜູ້​ປະ​ກອບ​ກິດ​ຈະ​ການ​ທຸ​ລະ​ກິດ​ Startup ທີ່​ມີ​ຊື່​ສຽງ ຈາກ 2 ປະ​ເທດ​ເຂົ້າ​ຮ່ວມ, ຊຶ່ງຈະໄດ້ຈັດຫຼາຍກິດຈະກໍາຢ່າງເປັນຂະບວນຟົດຟື້ນ ເຊັ່ນ: ງານວາງສະແດງ ກ່ຽວກັບເຕັກ​ໂນ​ໂລ​ຊີການ​ສື່​ສານຂໍ້​ມູນ​ຂ່າວ​ສານ,​ເຕັກໂນໂລຊີດິຈິ​ຕ໋ອນ, ພະລັງງານທົດແທນ, ການບຳບັດສິ່ງແວດລ້ອມ, ການເກັບຮັກສາອາຫານ-ເຕັກໂນໂລຊີປຸງແຕ່ງ, ຂົງເຂດການທ່ອງທ່ຽວ, ການຄ້າເອເລັກໂຕນິກ(E-commerce), ເຕັກໂນໂລຊີ ນະ​ວັດ​ຕະ​ກຳ​ໃໝ່, ຜົນງານການຄົ້ນຄວ້າ ແລະ ຜະລິດຕະພັນຈາກຫົວຄິດປະດິດສ້າງ ຂອງທຸລະກິດ Startup ຈາກ ສປປ ລາວ ແລະ ສສ ຫວຽດນາມ ຈຳນວນ 60 ກວ່າຮ້ານວາງສະແດງ (booth) ໃນນັ້ນຄາດຄະເນ ມີຮ້ານວາງສະແດງ ຂອງຫວຽດນາມ ຈຳນວນ 30 ຮ້ານ ແລະ ຮ້ານວາງສະແດງຂອງຄູ່ຮ່ວມມືລາວ ຈຳນວນ 30 ຮ້ານ, ມີກອງປະຊຸມສຳມະນາ ກ່ຽວກັບວິຊາການ ຫົວຂໍ້: ເປີດກ້ວາງການຮ່ວມມື ແລະ ກຳນົດແຜນພັດທະນາ ລະບົບນິເວດນະວັດຕະກຳ ແລະ ຜູ້ປະກອບການທຸລະກິດ Startup, ເວທີເສວະນາ ການເຊື່ອມໂຍງດ້ານເຕັກໂນໂລຊີ ແລະ ຜູ້ປະກອບການທຸລະກິດ Startup. ເນື້ອໃນຕົ້ນຕໍ: (1) ຂຸດຄົ້ນຊອກຮູ້, ຖ່າຍທອດເຕັກໂນໂລຊີ ແລະ ນະວັດຕະກຳ ຢູ່ ສສ ຫວຽດນາມ; (2) ຊຸກຍູ້ສົ່ງເສີມຖ່າຍທອດເຕັກໂນໂລຊີ ແລະ ນະວັດຕະກໍາ ຂອງ ສປປ ລາວ; (3) ກໍານົດແຜນຮ່ວມມື ເພື່ອພັດທະນາລະບົບນິເວດນະວັດຕະກຳໃໝ່ ລະຫວ່າງ ສອງປະເທດ ສປປ ລາວ ແລະ ສສ ຫວຽດນາມ (4) ພັດທະນາລະບົບນິເວດນະວັດຕະກຳ ໃໝ່ ສສ ຫວຽດນາມ ແລະ ເປີດກວ້າງຮ່ວມກັບ ສປປ ລາວ.​

ສະນັ້ນຂໍເຊີນຊວນບັນດາກະຊວງ, ຂະແໜງການພາກລັດ, ສະຖາບັນຄົ້ນຄວ້າ, ສະຖາບັນການສຶກສາ, ມະຫາວິທະຍາໄລ, ພາກທຸລະກິດ ເອກະຊົນ ແລະ ຜູ້ປະກອບການດ້ານໄອຊີທີ ແລະ ດີຈີຕອນ ທັງພາຍໃນ ແລະ ຕ່າງປະເທດ ເຂົ້າຮ່ວມໃນງາ​ນດັ່ງກ່າວ ເພື່ອວາງສະແດງຜົນງານ ໃຫ້ການອຸປະຖຳ ແລະ ເຂົ້າຊົມກິດຈະກຳຕ່າງໆຂອງການວາງສະແດງຄັ້ງນີ້ ຢ່າງຟົດຟື້ນ.

(ຂ່າວ-ພາບ:ສຳນານ-ພັດ)

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version