Home ຂ່າວໜ້າໜຶ່ງ ຄຄອຊ ສະຫຼຸບວຽກງານປະຈຳປີ 2022

ຄຄອຊ ສະຫຼຸບວຽກງານປະຈຳປີ 2022

0

ຄະນະກໍາມະການຄຸ້ມຄອງອິນເຕີເນັດແຫ່ງຊາດ (ຄຄອຊ) ໄດ້ຈັດກອງປະຊຸມສະຫຼຸບວຽກງານປະຈຳປີ 2022 ແລະ ວາງທິດທາງແຜນການປະຈຳປີ 2023 ຂຶ້ນໃນວັນທີ 22 ມີນາ ນີ້ ທີ່ກະຊວງປ້ອງກັນຄວາມສະຫງົບ (ປກສ) ທັງເຊິ່ງໜ້າ ແລະ ທາງໄກ, ໂດຍການເປັນປະທານຂອງທ່ານ ພົນເອກ ວິໄລ ຫຼ້າຄຳຟອງ ກໍາມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງ ປກສ ປະທານຄະນະກຳມະການຄຸ້ມຄອງອິນເຕີເນັດແຫ່ງຊາດ, ມີລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ ຮອງປະທານ-ຜູ້ປະຈຳການ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ມີນາໄຊ ພິລາວົງ ຫົວໜ້າສູນອິນເຕີເນັດແຫ່ງຊາດ ກະຊວງເຕັກໂນໂລຊີ ແລະ ການສື່ສານ ທັງເປັນຫົວໜ້າຫ້ອງການກອງເລຂາ ຄະນະກຳມະການຄຸ້ມຄອງອິນເຕີເນັດແຫ່ງຊາດ ໄດ້ສະເໜີຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງຄະນະກຳມະການຄຸ້ມຄອງອິນເຕີເນັດແຫ່ງຊາດ ສະບັບເລກທີ 19/ນຍ ລົງວັນທີ 30 ມັງກອນ 2023, ພ້ອມທັງລາຍງານກ່ຽວກັບການຈັດຕັ້ງວຽກງານ ຄຄອຊ ໃນໄລຍະປີ 2022 ຜ່ານມາ ແລະ ທິດທາງແຜນການໃນປີ 2023 ຊຶ່ງຍົກໃຫ້ເຫັນການເອົາໃຈໃສ່ຈັດຕັ້ງປະຕິບັດວຽກງານຕາມພາລະບົດບາດ, ສິດ ແລະ ໜ້າທີ່, ແນໃສ່ຈັດຕັ້ງຜັນຂະຫຍາຍແນວທາງນະໂຍບາຍຂອງພັກ ແລະ ລັດຖະບານໃນການຄຸ້ມຄອງ ແລະ ຊຸກຍູ້ສົ່ງເສີມກ່ຽວກັບວຽກງານອິນເຕີເນັດ, ເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ, ຄວາມປອດໄພທາງໄຊເບີ, ການຫັນເປັນດີຈີຕອນ, ການສ້າງລັດຖະບານດີຈີຕອນ, ການພັດທະນາເສດຖະກິດດີຈີຕອນ ແລະ ອຸດສາຫະ ກຳ 4.0 ທີ່ສໍາຄັນແມ່ນຊີ້ນໍາທຸກຂະແໜງການທີ່ກ່ຽວຂ້ອງໃນ ຄຄອຊ ຜັນຂະຫຍາຍວຽກງານໃຫ້ຕິດພັນ 2 ວາລະແຫ່ງຊາດ.

ໃນກອງປະຊຸມຄະນະກຳມະການຄຸ້ມຄອງອິນເຕີເນັດແຫ່ງຊາດໄດ້ລາຍງານ ແລະ ປະກອບຄຳເຫັນຢ່າງກົງໄປກົງມາ ເພື່ອຮ່ວມກັນຕີລາຄາ ແລະ ຖອດຖອນບົດຮຽນ ຈາກການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ ແລະ ຮ່ວມກັນວາງທິດທາງແຜນການໃນຕໍ່ໜ້າ ເພື່ອເຮັດໃຫ້ວຽກງານຄຸ້ມຄອງອິນເຕີເນັດພາຍໃນປະເທດມີປະສິດທິພາບ ແລະ ປະສິດທິຜົນດີຂຶ້ນກວ່າເກົ່າ.

ທ່ານ ພົນເອກ ວິໄລ ຫຼ້າຄຳຟອງ ໄດ້ໃຫ້ກຽດໂອ້ລົມເນັ້ນໜັກໃຫ້ສືບຕໍ່ຕາມແຜນທີ່ໄດ້ກຳນົດ, ເປັນຕົ້ນ: ດ້ານການເມືອງ-ແນວຄິດ; ດ້ານການປັບປຸງການຈັດຕັ້ງ; ການແບ່ງຄວາມຮັບຜິດຊອບ; ການປັບປຸງຂັ້ນຕອນ ແລະ ຂອດການປະສານງານຂອງບັນດາກະຊວງ, ອົງການພັກ, ທັງຢູ່ສູນກາງ ແລະ ທ້ອງຖິ່ນ; ຊຸກຍູ້ໃຫ້ມີການສ້າງ ແລະ ປັບປຸງຄະນະກໍາມະການຄຸ້ມຄອງອິນເຕີເນັດຂັ້ນແຂວງ (ຄຄອຂ) ແລະ ເລັ່ງຝຶກອົບຮົມສ້າງຄວາມເຂັ້ມແຂວງໃຫ້ ຄຄອຂ ໃນທົ່ວປະເທດ; ດ້ານວຽກງານສ້າງ ແລະ ປັບປຸງນິຕິກຳ; ວຽກງານການພັດທະ ນາ ແລະ ປັບປຸງໂຄງລ່າງພື້ນຖານໂທລະຄົມມະນາຄົມ ແລະ ອິນເຕີເນັດໃຫ້ຄວບຄຸມທົ່ວປະເທດ, ຍົກລະດັບຄຸນນະພາບ ແລະ ການບໍລິການດ້ານໂທລະຄົມມະນາຄົມ, ອິນເຕີເນັດ ແລະ ເຕັກນິກໂນໂລຊີດີຈີຕອນ; ວຽກງານການຂຶ້ນທະບຽນເລກໝາຍໂທລະສັບ-ການຂຶ້ນທະບຽນການນໍາເຂົ້າໜ່ວຍໂທລະສັບມືຖື; ວຽກງານການຄຸ້ມຄອງ, ຕິດຕາມ ແລະ ກວດກາປະກົດການຫຍໍ້ທໍ້, ຫາງສຽງ, ຂ່າວປອມ, ການຕົວະຍົວະຫຼອກລວງຜ່ານສື່ສັງຄົມອອນລາຍ; ວຽກງານຄວາມປອດໄພໄຊເບີເພື່ອຕິດຕາມກວດກາ ແລະ ປ້ອງການການໂຈມຕີຕໍ່ບັນດາໂຄງລ່າງພື້ນຖານຂໍ້ມູນຂ່າວສານທີ່ສໍາຄັນ; ວຽກງານປ້ອງກັນ ແລະ ແກ້ໄຂອາຊະຍາກໍາໂດຍນໍາໃຊ້ລະບົບໂທລະຄົມມະນາຄົມ, ອິນເຕີເນັດ ແລະ ເຕັກໂນໂລຊີດີຈີຕອນ; ການເຜີຍແຜ່ ແລະ ການປູກຈິດສໍານຶກການນໍາໃຊ້ອິນເຕີເນັດ ແລະ ສື່ສັງຄົມອອນລາຍໃຫ້ປອດໄພ ແລະ ເກີດຜົນປະໂຫຍດ; ການກຽມຄວາມພ້ອມຮັບມືກັບບັນດາເຕັກໂນໂລຊີດີຈີຕອນໃໝ່ທີ່ຈະເກີດຂຶ້ນເປັນຕົ້ນປັນຍາປະດິດ (AI), ອິນເຕີເນັດຜ່ານດາວທຽມ; ການຫັນເປັນດີຈີຕອນເພື່ອສ້າງໃຫ້ ສປປ ລາວ ກາຍເປັນລັດຖະບານດີຈີຕອນ, ເສດຖະກິດດີຈີຕອນ ແລະ ສັງຄົມດີຈີຕອນ, ການຮ່ວມມືແລກປ່ຽນບົດຮຽນກັບປະເທດຄູ່ຮ່ວມມືຍຸດທະສາດ, ບັນດາປະເທດໃນພາກພື້ນ ແລະ ອົງ ການສາກົນຕ່າງໆໃນວຽກງານການພັດທະນາ ແລະ ການຄຸ້ມຄອງອິນເຕີເນັດ.

ຂ່າວ: ບຸນອູ້ມ, ພາບ: ວັນເພັງ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version