Home ຂ່າວໜ້າໜຶ່ງ ສືບຕໍ່ຍູ້ແຮງການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ສ້າງການຫັນປ່ຽນທີ່ແຂງແຮງ ເລິກເຊິ່ງ ແລະ ຮອບດ້ານ

ສືບຕໍ່ຍູ້ແຮງການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ສ້າງການຫັນປ່ຽນທີ່ແຂງແຮງ ເລິກເຊິ່ງ ແລະ ຮອບດ້ານ

0

ປີ 2023 ນີ້ເປັນປີທີ່ສາມ ແລະ ຖືເປັນໄລຍະກາງສະໄໝ ແຫ່ງການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັັກ ກໍ່ຄື ກອງປະຊຸມໃຫຍ່ ຂອງບັນດາອົງຄະນະພັກ ກະຊວງ, ອົງ ການ ແລະ ທ້ອງຖິ່ນ, ຢູ່ໃນທ່າມກາງສະພາບການພາກພື້ນ ແລະ ສາກົນ ສືບຕໍ່ຜັນແປທີ່ມີທັງເງື່ອນ ໄຂອັນເອື້ອອໍານວຍ ແລະສິ່ງທ້າທາຍທົດສອບຫຼາຍປະການ ເຊິ່ງຮຽກຮ້ອງໃຫ້ພັກເຮົາ ຕ້ອງຍຶດໝັ້ນ ແລະຮູ້ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ, ຜົນງານທີ່ພັກເຮົາໄດ້ສ້າງສົມມາ ໃຫ້ໜັກແໜ້ນ ແລະປະດິດສ້າງໃໝ່ ແລະ ເພີ່ມທະວີການສືບຕໍ່ນໍາພາຊີ້ນໍາ ສ້າງການຫັນປ່ຽນທີ່ແຂງແຮງອີ່ຫຼີ່, ບຸກບືນສູ້ຊົນ ເພື່ອປັບປຸງ, ກໍ່ສ້າງຕົນເອງ ແນໃສ່ຍົກສູງຄວາມສາມາດນໍາພາ ແລະລັກສະນະນໍາໜ້າ ຂອງພັກເຮົາຂຶ້ນຢ່າງບໍ່ຍຸດຢັ້ງ.  

ເພື່ອສືບຕໍ່ຍູ້ແຮງການປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ໃຫ້ບັນລຸຜົນສໍາເລັດເປັນຮູບປະທໍານັ້ນ, ຄະນະພັກແຕ່ລະຂັ້ນ, ສະມາຊິກພັກ, ພະນັກງານ, ນັກຮົບແຕ່ລະສະຫາຍ ກໍ່ຄື ປວງຊົນລາວທັງຊາດ ຕ້ອງສືບຕໍ່ກໍາແໜ້ນ ເນື້ອໃນຈິດໃຈສໍາຄັນ ຂອງມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ແລະ ແນວຄິດຊີ້ນໍາຈໍານວນໜຶ່ງ ຂອງສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ແຫ່ງ ສປປ ລາວ ກ່ຽວກັບການປັບປຸງ, ກໍ່ສ້າງພັກເຮົາ ເປັນພັກປະຕິວັດ ທີ່ຍາມໃດກໍ່ມີຄວາມປອດໃສ, ເຂັ້ມແຂງ, ໜັກແໜ້ນ ຕາມຈິດໃຈສ້າງການຫັນປ່ຽນທີ່ແຂງແຮງ, ເລິກເຊິ່ງ ເພື່ອຜັນຂະຫຍາຍເຂົ້າສູ່ຂະບວນການວຽກງານຕົວຈິງ ຢູ່ແຕ່ລະຂົງເຂດວຽກງານ ດັ່ງນີ້:

ໜຶ່ງ, ຄະນະພັກທຸກຂັ້ນ, ສະມາຊິກພັກ-ພະນັກງານທຸກສະຫາຍ ຕ້ອງເຊື່ອມຊຶມ, ເຂົ້າໃຈ ແລະ ກໍາແໜ້ນ ຈິດໃຈການຫັນປ່ຽນທີ່ແຂງແຮງ ເຊິ່ງເນື້ອແທ້ກໍ່ແມ່ນສ້າງໃຫ້ໄດ້ປັດໄຈ  3 ຢ່າງ  ຄື:“ສ້າງຄວາມເຂົ້າໃຈບັນຫາຢ່າງຖືກຕ້ອງ, ຊັດເຈນຢ່າງເອກະພາບ, ຢ່າງພາວະວິໄສ; ສ້າງຄວາມຕັດ ສິນໃຈ ເດັດດ່ຽວແກ້ໄຂບັນຫາ ໄດ້ຢ່າງຂາດຕົວ; ຈາກນັ້ນ ຈຶ່ງສ້າງໃຫ້ໄດ້ຄວາມຮັບຜິດຊອບການ ເມືອງ, ເດັດຂາດເສຍສະຫຼະ ຂອງຄະນະພັກ-ຄະນະນໍາ ແລະສະມາຊິກພັກ ແຕ່ລະສະຫາຍ ຕໍ່ພັກ, ຕໍ່ລັດ, ຕໍ່ປະຊາຊົນ ແລະ ຕໍ່ປະເທດຊາດ ຢ່າງແທ້ຈິງ”. ຜ່ານການຈັດຕັ້ງປະຕິບັດ ມະຕິ XI ຂອງພັກ ກໍ່ໄດ້ສະແດງໃຫ້ເຫັນສະພາບການສ້າງແຜນຜັນຂະຫຍາຍ ແນວທາງ, ນະໂຍບາຍ ທີ່ວາງອອກ ຍັງມີລັກສະນະລວມໆ, ບໍ່ທັນມີຈຸດສຸມ ໃນການແກ້ໄຂບັນຫາຕົວຈິງ ກໍ່ຄື ບໍ່ທັນສະແດງອອກຢ່າງເປັນຮູບປະທໍາ ກ່ຽວກັບຄວາມຕັດສິນໃຈອັນເດັດດ່ຽວ-ເດັດຂາດ, ຄະນະນໍາແຕ່ລະຂັ້ນຈຳນວນໜຶ່່ງ ບໍ່ທັນເຂົ້າໃຈເລິກເຊິ່ງ, ຈະແຈ້ງ ແລະລັງເລ ຕໍ່ກັບຈິດໃຈສ້າງການຫັນປ່ຽນທີ່ແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ, ກໍາບໍ່ແໜ້ນບັນຫາຕົ້ນຕໍ ທີ່ຕ້ອງແກ້ໄຂ ກໍ່ຄືການປະດິດສ້າງດ້ານວິທີຈັດຕັ້ງປະຕິບັດຕົວຈິງ ທັງຂາດການທຸ້ມເທ ເສຍສະຫຼະຕົນ ເພື່ອສ້າງການຫັນປ່ຽນໃນວຽກງານຕົວຈິງ ຈຶ່ງກໍ່ໃຫ້ເກີດມີຫຼາຍບັນຫາໃນການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມ; ສະນັ້ນ ພັກເຮົາຕ້ອງແກ້ໃຫ້ໄດ້, ແກ້ໃຫ້ມີການຫັນປ່ຽນຈະແຈ້ງ ສະພາບທີ່ວ່າ ເມື່ອຕົກລົງເປັນເອກະພາບກັນແລ້ວ, ອອກມະຕິແລ້ວ ແຕ່ການຜັນຂະຫຍາຍ ຍັງຊັກຊ້າ, ບາງກໍລະນີ ເວົ້າບໍ່ໄປຄຽງຄູ່ກັບການກະທໍາ, ເວົ້າຫຼາຍ ແຕ່ເຮັດ   ໜ້ອຍ ຫຼືເຮັດກໍ່ອືດອາດ ແກ່ຍາວ, ປະສິດທິຜົນບໍ່ສູງ.

ສອງ, ຕ້ອງສືບຕໍ່ສ້າງການຫັນປ່ຽນໃໝ່ດ້ານຈິນຕະນາການ, ຍົກລະດັບຄຸນນະພາບວຽກງານການເມືອງ-ແນວຄິດ ໃຫ້ເຂົ້າສູ່ລວງເລິກ; ສະຫາຍເລຂາທິການໃຫຍ່ ໄດ້ຊີ້ນໍາໃນກອງປະຊຸມວຽກງານການເມືອງ-ແນວຄິດທົ່ວປະເທດຄັ້ງທີ V ໃນທ້າຍປີ 2022 ວ່າ: “ວຽກງານການເມືອງ-ແນວຄິດ ຖືເປັນສະໜາມຮົບແຖວ  ໜ້າອັນໜຶ່ງ ໃນວຽກງານຂອງພັກເຮົາ, ແນວຮົບນີ້ມັນຕ້ອງສອດຫ້ອຍເຂົ້າໄປໝົດທຸກການເຄື່ອນໄຫວຂອງພັກ, ຂອງລັດ, ຂອງອົງການຈັດຕັ້ງມະຫາຊົນ, ຂອງທຸກຊັ້ນຄົນໃນສັງຄົມ     ເໝືອນດັ່ງສາຍເລືອດທີ່ຫຼໍ່ລ້ຽງຮ່າງກາຍ ຂອງຄົນເຮົາ. ຖ້າຖືວຽກງານການເມືອງ-ແນວຄິດ ປຽບເໝືອນສະໜາມຮົບ ແນ່ນອນຕ້ອງເວົ້າເຖິງການຕໍ່ສູ້, ການຕໍ່ສູ້ນີ້ ແມ່ນການຕໍ່ສູ້ລະຫວ່າງ ອັນຖືກ ກັບອັນຜິດ ຢູ່ໃນກະໂຕສະມາຊິກພັກ ເພື່ອເຮັດໃຫ້ແຕ່ລະຄົນ ເອົາຊະນະຢູ່ກະໂຕແນວຄິດ ແລະ ການກະທຳ ຂອງຕົນເອງ, ເຮັດໃຫ້ການຕໍ່ສູ້ນີ້ ກ້າວໄປເຖິງຈຸດໝາຍທີ່ວ່າ: ຄວາມຖືກຕ້ອງ, ເປັນທໍານັ້ນ ຕ້ອງຕີຖອຍແນວຄິດຜິດເຂວອອກໄປ, ສຸດທ້າຍ ແນວຄິດຖືກຕ້ອງ, ການກະທຳທີ່ຖືກຕ້ອງ ຕ້ອງເອົາຊະນະແນວຄິດບໍ່ຖືກຕ້ອງ ແລະ ຜິດເຂວໃຫ້ໄດ້, ເດັດດ່ຽວບໍ່ປ່ອຍໃຫ້ຄວາມຄິດ ແລະ ການກະທຳທີ່ຜິດເຂວ ກືນກິນເນື້ອທີ່ ແລະ ຄອບງໍາມັນສະໝອງ ຫຼື ແນວຄວາມຄິດ ຂອງສະມາຊິກພັກ ແລະ ປະຊາຊົນເຮົາ ໄດ້ເປັນອັນຂາດ”; ໃນສະພາບເງື່ອນໄຂປະຈຸບັນ ພັກເຮົາຕ້ອງຮັບປະກັນຄວາມເປັນເອກະພາບສູງ ທາງດ້ານທັດສະນະຫຼັກໜັ້ນຊົນຊັ້ນ, ເດັດດ່ຽວຢຶດໝັ້ນໃນອຸດົມການ ຂອງພັກ, ກຳລັງແຮງທາງດ້ານການເມືອງ-ແນວຄິດ ຂອງພັກ ຕ້ອງຮັບປະກັນດ້ວຍກຳລັງແຮງທາງດ້ານການຈັດຕັ້ງ. ສະນັ້ນ ກ່ອນອື່ນໝົດ ຕ້ອງຮັບປະກັນໃຫ້ຫຼັກການລວມສູນປະຊາທິປະໄຕ ໄດ້ຮັບການຈັດຕັ້ງປະຕິບັດຢ່າງຖືກຕ້ອງ ແລະ ເຂັ້ມງວດ, ເຮັດໃຫ້ພັກເຮົາກາຍເປັນກຳລັງການເມືອງທີ່ມີຄວາມເປັນເອກະພາບທາງດ້ານແນວຄິດ, ມານະຈິດ ແລະ ການກະທຳຕົວຈິງ. ພວກເຮົາ ຕ້ອງສືບຕໍ່ເສີມຂະຫຍາຍປະຊາທິປະ ໄຕພາຍໃນພັກ ແລະໃນທົ່ວສັງຄົມ ຕິດພັນກັບການເພີ່ມທະວີຄວາມຮັບຜິດຊອບ ແລະ ຄວາມເຂັ້ມງວດກວດຂັນທາງດ້ານລະບຽບວິໄນ, ຕ້ອງສືບຕໍ່ສ້າງ ແລະ ປັບປຸງກົນໄກສົ່ງເສີມປະຊາທິປະໄຕ ໄປຄຽງຄູ່ກັບການຮັບປະກັນການນຳພາລວມສູນ, ເປັນເອກະພາບ; ເປັນເຈົ້າການ ແລະ ເດັດດ່ຽວຕໍ່ສູ້ຕ້ານກັບປະກົດການອາດຍາສິດ, ເອກາທິປະໄຕ, ລ່ວງລະເມີດສິດອັນຊອບທໍາຂອງປະຊາຊົນ, ແນວຄິດຄັບແຄບ, ພາກສ່ວນ, ກຸ່ມກ້ອນ ຜົນປະໂຫຍດ, ບໍ່ເຄົາລົບລະບຽບວິໄນ.

ສາມ, ຄະນະພັກແຕ່ລະຂັ້ນ ຕ້ອງຖືສໍາຄັນ ແລະ ເອົາໃຈໃສ່ຕໍ່ການປັບປຸງພັກ ດ້ານການຈັດຕັ້ງຕາມທິດປອດໃສ, ເຂັ້ມແຂງ, ໜັກແໜ້ນ; ສະຫາຍເລຂາທິການໃຫຍ່ ຊີ້ອອກວ່າ “ການປັບປຸງພັກດ້ານການຈັດຕັ້ງ ໃຫ້ປອດ, ເຂັ້ມແຂງ, ໜັກແໜ້ນ ນັ້ນ ເປັນທັງຄວາມຮຽກຮ້ອງຕ້ອງການພາວະວິໄສ, ເປັນທັງການເລັ່ງທວງ ຂອງສະຖານະການຄວາມຈຳເປັນທີ່ແທ້ຈິງ ຂອງພັກ, ຂອງລັດ ແລະ ຂອງປະ ເທດຊາດ…ພວກເຮົາຈະຖືເປັນວຽກທຳມະດາບໍ່ໄດ້, ເຮັດໄປຕາມເປັນຕາມເກີດ ຫຼືໄປຕາມອັດທະ ຍາໄສ ຍິ່ງບໍ່ໄດ້”. ເພິ່ນສັງເກດຕີລາຄາຢ່າງເລິກເຊິ່ງ ແລະ ກົງໄປກົງມາວ່າ: “ໜ່ວຍພັກຫຼາຍບ່ອນທີ່ມີນາມມະຍົດ ເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ແຕ່ກວດເບິ່ງຕົວຈິງແລ້ວ ພັດເຕັມໄປດ້ວຍບັນຫາຫຍໍ້ທໍ້, ສະມາຊິກພັກ ຫຼື ການນຳ ຂອງພັກຢູ່ບັນດາຄະນະພັກ ຈຳນວນບໍ່ໜ້ອຍ ເຕັມແຕ່ການປະພຶດທີ່ບໍ່ດີ, ບໍ່ເປັນແບບຢ່າງ, ບໍ່ເປັນແວ່ນແຍງທີ່ດີ ໃຫ້ແກ່ມະຫາຊົນ ແລະ ປະຊາຊົນ. ຍິ່ງໄປກວ່ານັ້ນ ໜ່ວຍພັກ, ຄະນະພັກຈຳນວນໜຶ່ງ ມີພຶດຕິກຳ ທີ່ຝືນຕໍ່ລະບຽບວິໄນ ຂອງພັກ, ບໍ່ນັບຖືລະບຽບກົດໝາຍ, ຖືຕົນເປັນຜູ້ມີສິດອຳນາດ ຢູ່ເໜືອປະຊາຊົນ, ເໜືອກົດໝາຍ, ສວຍໃຊ້ໜ້າທີ່ຕຳ ແໜ່ງ ລັກໂລບ, ສໍ້ໂກງ ແລະ ອື່ນໆ”…

ສີ່, “ຄະນະພັກ, ສະມາຊິກພັກແຕ່ລະຂັ້ນ ຕ້ອງຍົກສູງຄວາມເປັນແບບຢ່າງນໍາໜ້າ ດ້ານມານະຈິດປະຕິວັດ, ຄຸນທາດການເມືອງ, ສ້າງຕົນເອງໃຫ້ເປັນຄົນມີລະບຽບວິໄນເຂັ້ມງວດ, ບຸກບືນສູ້ຊົນຜ່ານຜ່າຄວາມຫຍຸ້ງຍາກຕ່າງໆ, ມີຄວາມຮັບຜິດຊອບໃນການແກ້ໄຂພະຍາດຕ່າງໆ ພາຍໃນພັກເຮົາ ຢ່າງເດັດດ່ຽວໜຽວແໜ້ນອີ່ຫຼີ່ ເປັນຕົ້ນແມ່ນການເສື່ອມຖອຍ ທາງດ້ານແບບແຜນດຳລົງຊີວິດ, ຕິດແສດແບບແຜນຫຼິ້ນກິນຟຸມເຟືອຍ, ຊ່ວງເສັງກັນໄປໃນທາງທີ່ບໍ່ຖືກ, ສໍ້ລາດບັງຫຼວງ, ສວຍໃຊ້ໜ້າທີ່ຕຳແໜ່ງ ເພື່ອຫາຜົນປະໂຫຍດສ່ວນຕົວ ທີ່ບໍ່ຖືກຕ້ອງ; ຕ້ອງປັບປຸງຕົນເອງ ໃຫ້ເປັນຜູ້ປອດໃສຂາວສະອາດ, ໃຊ້​ຈ່າຍ​ຢ່າງປະຢັດ, ສັດຊື່ບໍ​ລິ​ສຸດ, ຮັບໃຊ້ປະຊາຊົນ ແລະປະເທດຊາດ, ພະນັກງານ ຂອງພັກ, ສະມາຊິກພັກ ຕ້ອງໃຫ້ເປັນຜູ້ຮັບໃຊ້ປະຊາຊົນ ຢ່າງບໍລິສຸດຜຸດຜ່ອງແທ້”. ເພີ່ມທະວີຄວາມສາມັກຄີເປັນເອກະພາບພາຍໃນ, ຍົກລະດັບຄວາມຮູ້ ຄວາມສາມາດໃນທຸກດ້ານໃຫ້ສູງຂື້ນຕື່ມອີກ, ໃກ້ຊິດສະໜິດຕິດແໜ້ນກັບມະຫາຊົນ ຢູ່ສະເໝີ; ພ້ອມນັ້ນກໍ່ພະຍາຍາມຮຽນຮູ້-ຖອດຖອນບົດ ຮຽນຈາກພຶດຕິກຳ, ປັບປຸງດັດແປງແແບບແຜນນໍາພາ-ວິທີນຳພາໃຫ້ທັນການ, ຍົກສູງບົດບາດ ແລະ ຄວາມສາມາດນຳພາຂອງພັກ, ເພີ່ມທະວີຄວາມເປັນແບບຢ່າງນຳໜ້າດ້ານການຕໍ່ສູ້ ຂອງສະມາຊິກພັກ, ຍົກສູງຄວາມຮັບຜິດຊອບ, ເສີມຂະຫຍາຍມານະຈິດປະຕິວັດ, ບຸກບືນສູ້ຊົນ ເຮັດສໍາເລັດໜ້າ ທີ່ວຽກງານ ທີ່ພັກ ແລະລັດ ມອບໝາຍໃຫ້; ເຊີດຊູກຽດ ແລະອິດທິພົນບົດບາດ ຂອງພັກເຮົາຂຶ້ນຢ່າງບໍ່ຢຸດຢັ້ງ ເພື່ອໃຫ້ສົມກັບຄວາມ ໄວ້ເນື້ອເຊື່ອໃຈ ຂອງປະຊາຊົນບັນດາເຜົ່າ, ໃຫ້ສົມກັບເປັນຜູ້ຈັດຕັ້ງ ແລະ ນຳພາທຸກໄຊຊະນະ ຂອງການປະຕິວັດລາວ.

ຫ້າ, ການຈັດຕັ້ງພັກທຸກຂັ້ນ, ສະມາຊິກພັກ, ພະນັກງານ ຕ້ອງເຄົາລົບສິດ, ຜົນປະໂຫຍດອັນຊອບທໍາ ຂອງປະຊາຊົນ, ຄວາມມຸ່ງມາດປາຖະໜາ ຂອງປະຊາຊົນບັນດາເຜົ່າ; ພັກເຮົາ ບໍໍ່ມີຜົນປະ ໂຫຍດອັນໃດ ນອກເໜືອຈາກຜົນປະໂຫຍດຂອງປະເທດຊາດ ແລະຂອງປະຊາຊົນ. ດັ່ງນັ້ນ “ຄະນະພັກແຕ່ລະຂັ້ນ, ສະມາຊິກພັກທຸກສະຫາຍ ຕ້ອງເສີມຂະຫຍາຍມູນເຊື້ອ ຂອງພັກເຮົາ, ຍຶດໝັ້ນການເດີນຕາມແນວທາງມະຫາຊົນ, ເອົາປະຊາຊົນເປັນກົກ, ເອົາຊົນນະບົດເປັນເປົ້າໝາຍໃນການພັດທະ ນາ ເພື່ອແກ້ໄຂຄວາມທຸກຍາກ ຂອງປະຊາຊົນ; ຖ້າຊົນນະບົດ ບໍ່ມີການພັດທະນາ, ບໍ່ມີການຫັນປ່ຽນຢ່າງເປັນຮູບປະທໍາ, ປະຊາຊົນ ບໍ່ທັນຫຼຸດພົ້ນຈາກຄວາມທຸກຍາກ, ໝາຍວ່າບ່ອນນັ້ນແມ່ນບົ່ງບອກເຖິງຄຸນນະພາບ ຂອງການນໍາພາ ຂອງພັກ, ຄວາມເອົາໃຈໃສ່ຕໍ່ໜ້າທີ່ ຂອງອົງການປົກຄອງ; ບ່ອນໃດເຫັນວ່າ ວຽກນີ້ບໍ່ໄປ-ບໍ່ມາ, ຍໍ້າເທົ້າ ຫຼືຖອຍຫຼັງ ຕ້ອງຊອກໃຫ້ເຫັນຄວາມຮັບຜິດຊອບ ຂອງຜູ້ນໍາພາ ຢູ່ບ່ອນນັ້ນ”. ເພິ່ນຂະຫຍາຍຄວາມຕື່ມວ່າ: “ເມື່ອມອບວຽກ, ແບ່ງຄວາມຮັບຜິດຊອບກັນແລ້ວກໍ່ຕ້ອງກຳນົດເວລາປະຕິບັດ, ກວດກາ, ປະເມີນຜົນ ການເຮັດວຽກ ຂອງແຕ່ລະສະຫາຍໃຫ້ຖືກຕ້ອງ, ຊັດເຈນ, ບໍ່ປະປ່ອຍໃຫ້ເຮັດຜິດຄຸມເຄືອ, ແກ່ຍາວ, ຖ້າເຮັດໄດ້ດີກໍ່ຕ້ອງຖືກຍ້ອງຍໍຊົມເຊີຍ, ຖ້າເຮັດອ່ອນ ຫຼືບົກຜ່ອງ ຕ້ອງຕັກເຕືອນ,  ກ່າວເຕືອນ ຫຼື ປົດຕໍາແໜ່ງ, ຖ້າຜິດພາດໜັກກວ່າ ກໍ່ຕ້ອງໃຫ້ມີການລົງວິໄນ ຕາມຄວາມຜິດ, ຜູ້ທີ່ເຮັດວຽກບໍ່ໄດ້ ກໍ່ຕ້ອງເອົາອອກ, ເອົາຜູ້ໃໝ່ມາປ່ຽນ, ຍິ່ງເປັນພະ ນັກງານຂັ້ນສູງທໍ່ໃດ ກໍ່ຕ້ອງຮັບຮູ້ລະບຽບ ແລະ  ຫຼັກການ ຂອງການບໍລິຫານ ຄື: ມີຂຶ້ນ-ມີລົງ, ມີເຂົ້າ-ມີອອກ ນັ້ນຄືຫຼັກວິທະຍາສາດ ຂອງການບໍລິຫານ”.

ຫົກ, ສືບຕໍ່ເພີ່ມທະວີການຊີ້ນໍາປັບປຸງ ເພື່ອສ້າງຄວາມເຂັ້ມແຂງ ຂອງວຽກງານກວດກາ ການປະຕິບັດວິໄນ ຂອງພັກ, ກົດໝາຍຂອງລັດ ແລະ ການຕ້ານ, ສະກັດກັ້ນ ການສໍ້ລາດບັງຫຼວງ ເຖິງວ່າຜ່ານມາໄດ້ມີຄວາມພະຍາຍາມ ແລະ ແກ້ໄຂໄດ້ສ່ວນໜຶ່ງ ແຕ່ໂດຍລວມຍັງມີລັກສະນະອືດອາດ, ບໍ່ທັນມີຈຸດສຸມ, ການແກ້ໄຂຜົນຂອງການກວດກາ ກໍ່ຄື ຜົນຂອງການກວດສອບ ສືບຕໍ່ແກ່ ຍາວ ແລະ ມີຄວາມຫຍຸ້ງຍາກສັບສົນ. ຄະນະພັກແຕ່ລະຂັ້ນ ຕ້ອງຍົກສູງຄວາມຮັບຜິດຊອບການ ເມືອງ ​ແລະ ຄວາມ​ເປັນ​ເອກະ​ພາບ, ຄວາມເດັດຂາດເຂັ້ມງວດ ຕໍ່ວຽກງານກວດກາ ແລະ ການແກ້ໄຂຜົນຂອງການກວດກາໃຫ້ທັນການ, ປົກປ້ອງສິດ, ຜົນປະໂຫຍດອັນຊອບທໍາ ຂອງບຸກຄົນ, ລວມໝູ່, ຂອງປະເທດຊາດ; ສືບຕໍ່ຕັ້ງໜ້າແກ້ໄຂ ແລະຕີຖອຍປະກົດການສວຍໃຊ້ໜ້າທີ່ ເພື່ອຫາຜົນປະ ໂຫຍດສ່ວນຕົວ ຂອງເຈົ້າໜ້າທີ່ລັດໃຫ້ເດັດຂາດເຂັ້ມງວດ ໂດຍສະເພາະການແກ້ໄຂພະນັກງານ-ສະ ມາຊິກພັກ ຜູ້ມີບັນຫາຢູ່ພາຍໃຕ້ການຄຸ້ມຄອງ ຂອງຂັ້ນຕ່າງໆ ກໍ່ຄືຄວາມບໍ່ເປັນແບບຢ່າງນໍາໜ້າ ຂອງຜູ້ເປັນຫົວໜ້າ ແລະ ພະນັກງານນໍາພາ-ຄຸ້ມຄອງແຕ່ລະຂັ້ນ ນັບທັງພະນັກງານການນຳຂັ້ນສູງ ເຊິ່ງສະ ຫາຍເລຂາທິການໃຫຍ່ ໄດ້ຊີ້ອອກວ່າ: “ຖ້າຜູ້ໃດປະພຶດບໍ່ດີ, ຂາດຄຸນສົມບັດສິນທຳ, ມີການກະທຳ ທີ່ບໍ່ສົມເປັນພະນັກງານ, ມີຄວາມຄິດໂລບມາກໂລພາ, ສໍ້ສົນ, ສ້າງກຸ່ມກ້ອນຂຶ້ນ ເພື່ອຫາຜົນປະ ໂຫຍດ, ມີພຶດຕິກຳ ທີ່ບໍ່ເພິ່ງປາດຖະໜາ, ແນວຄິດເອກະຊົນ, ເອກາທິປະໄຕ, ຂາດລະບຽບວິໄນລົບລູ່ກົດໝາຍ ເປັນໄພຕໍ່ສັງຄົມ, ຕໍ່ອົງກອນ…ແມ່ນຢ່າໃຫ້ເຂົ້າມາຢູ່ໃນຖັນແຖວການຈັດຕັ້ງ ຫຼືເປັນຜູ້ມີອຳນາດໜ້າທີ່ ໃນຖັນແຖວການຈັດຕັ້ງ…ແນ່ນອນວ່າ ພະນັກງານເຮົາ ມີຜູ້ຜິດໜ້ອຍ, ຮູ້ເທົ່າບໍ່ເຖິງການ, ບໍ່ມີເຈດຕະນາກໍ່ໃຫ້ສຶກສາອົບຮົມກໍ່ສ້າງ, ແຕ່ຖ້າຫາກມີການກະທຳໂດຍເຈດຕະນາ ແລະ ກະ ທຳຜິດຫຼາຍຄັ້ງ, ບໍ່ປ່ຽນແປງ ກໍ່ຕ້ອງໄດ້ຮັບຜິດຊອບ ຕໍ່ຄວາມຜິດ, ການຈັດຕັ້ງ, ການນຳຂັ້ນນັ້ນໆ ກໍ່ຕ້ອງຮັບຜິດຊອບຕໍ່ສິ່ງດັ່ງກ່າວ, ຖ້າຫາກປະໄວ້ຈະເປັນພິດໄພຕໍ່ການຈັດຕັ້ງ ແລະ ຕໍ່ສັງຄົມກໍ່ຕ້ອງໄດ້ເດັດດ່ຽວແກ້ໄຂ”. 

ເນື່ອງໃນໂອກາດວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 68 ປີ, ທົ່ວພັກ, ທົ່ວລັດ, ທົ່ວກໍາລັງປະກອບອາວຸດ ແລະ ປະຊາຊົນລາວບັນດາເຜົ່າ ຈົ່ງເຊີດຊູນໍ້າໃຈຮັກຊາດ, ຮັກລະບອບປະຊາທິປະໄຕປະຊາຊົນ, ປະຕິບັດສິດເປັນເຈົ້ົ້າ ຂອງປະເທດຊາດຢ່າງແຂງແຮງ,  ບຸກໜ້າບືນຕົວຜ່ານຜ່າອຸປະສັກ ແລະ ຄວາມຫຍຸ້ງຍາກນາໆປະການ,ເປັນເຈົ້ົ້າການເຂົ້ົ້າຮ່ວມທຸກຂະບວນການວຽກງານ ຂອງພັກ-ລັດ, ພ້ອມກັນເສີມຂະຫຍາຍຈຸດດີ, ປັບປຸງ ແກ້ໄຂຈຸດອ່ອນ ແລະ ຂໍ້ຂາດຕົກບົກ ພ່ອງ, ຕັ້ງໜ້າປະກອບສ່ວນເຂົ້ົ້າໃນການວາງ, ບູລະນະ ແລະ ປະຕິບັດ ແນວທາງ, ແຜນນະໂຍບາຍ ຂອງພັກ ເພື່ອນໍາພາປະເທດຊາດອັນແສນຮັກ ຂອງພວກເຮົາ ກ້າວເດີນສູ່ຈຸດໝາຍສັງຄົມນິຍົມ ທີ່ພັກ ແລະ ປະຊາຊົນເຮົາ ໄດ້ເລືອກເອົາໄວ້ແລ້ວນັ້ນຄື ປະເທດຊາດມັ່ງຄັ່ງເຂັ້ມແຂງ, ປະຊາຊົນຮັ່ງມີຜາສຸກ, ສັງຄົມສາມັກຄີເປັນປຶກແຜ່ນ, ປະຊາທິປະໄຕ, ຍຸຕິທໍາ ແລະ ສີວິໄລ.

ພວກເຮົາ ເຊື່ອໝັ້ນຢ່າງເຕັມປ່ຽມວ່າ  ດ້ວຍທາດແທ້ມູນເຊື້ອປະຕິວັດ ຂອງພັກປະຊາຊົນປະຕິວັດລາວ, ດ້ວຍຄວາມເປັນເຈົ້າ ແລະ ກຳລັງແຮງມະຫາສາມັກຄີ ໃນທົ່ວປວງຊົນລາວທັງຊາດ ບົນພື້ນຖານຂອງແນວທາງປ່ຽນແປງໃໝ່ ຮອບດ້ານ ມີຫຼັກການ ຂອງພັກເຮົາ ກໍ່ຄືພາຍໃຕ້ແສງສະ ຫວ່າງ ແຫ່ງມະຕິກອງປະຊຸມໃຫຍ່ຄັ້ງທີ  XI ຂອງພັກ, ພາລະກິດ ປົກປັກຮັກສາ ແລະ ສ້າງສາພັດ ທະນາປະເທດຊາດ ຕ້ອງບັນລຸໄດ້ຜົນສຳເລັດ ແລະ ມີໄຊຊະນະ ຢ່າງແນ່ນອນ.

ພັກປະຊາຊົນປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ!

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version