Home ຂ່າວພາຍໃນ ລັດຖະມົນຕີກະຊວງທ່ອງທ່ຽວກຳປູເຈຍ ຢ້ຽມຊົມສະຖານທີ່ທ່ອງທ່ຽວ ແຂວງຫລວງພະບາງ

ລັດຖະມົນຕີກະຊວງທ່ອງທ່ຽວກຳປູເຈຍ ຢ້ຽມຊົມສະຖານທີ່ທ່ອງທ່ຽວ ແຂວງຫລວງພະບາງ

0

ວັນທີ 14 ມີນາ 2023 ນີ້, ທ່ານ ທອງ ຄົນ ລັດຖະມົນຕີກະຊວງທ່ອງທ່ຽວ ແຫ່ງຣາຊະອານາຈັກກຳປູເຈຍ ພ້ອມຄະນະ ໄດ້ເດີນທາງຢ້ຽມຢາມແຂວງຫລວງພະບາງ ນຳພາຄະນະໂດຍ ທ່ານ ອຸ່ນທວງ ຂາວພັນ ຮອງລັດຖະມມົນຕີ ກະຊວງຖະແຫລງຂ່າວ, ວັດທະນະທຳ-ທ່ອງທ່ຽວ ແຫ່ງ ສປປລາວ ໂດຍໄດ້ຮັບການຕ້ອນຮັບຈາກທ່ານ ຈັນສະໝອນ ທິບພະວັນ ຮອງຫົວຫນ້າພະແນກ ຖະແຫລງຂ່າວ, ວັດທະນະທຳ-ທ່ອງທ່ຽວ ແຂວງຫລວງພະບາງ.

ໂອກາດນີ້, ຄະນະຜູ້ແທນດັ່ງກ່າວ ກໍໄດ້ຢ້ຽມຊົມກຸ່ມຫັດຖະກຳບ້ານຊ່າງຄ້ອງ ເຊິ່ງເປັນຈຸດທີ່ມີນັກທ່ອງທ່ຽວມາຢ້ຽມຊົມ, ບ້ານຊ່າງຄ້ອງມີຈຸດພິເສດຫລາຍຢ່າງ ເປັນຕົ້ນ ການຜະລິດເຈ້ຍປໍສາ ແລະ ຫັດຖະກຳທີ່ເຮັດຈາກເຈ້ຍປໍສາ ເພື່ອຈຳໜ່າຍໃຫ້ນັກທ່ອງທ່ຽວ. ນອກຈາກນີ້, ຍັງເປັນບ່ອນຝຶກອົບຮົມການຜະລິດເຈ້ຍປໍສາ ໃຫ້ນັກທ່ອງທ່ຽວ ຫລື ຜູ້ທີ່ມີຄວາມສົນໃຈຕື່ມອີກ, ໃນບ້ານຊ່າງຄ້ອງ ຍັງມີເຮືອນນ້ຳຊາ, ຮ້ານຈຳໜ່າຍເຄື່ອງດື່ມ ແລະ ຊາ-ກາເຟ ທີ່ເປັນຜະລິດຕະພັນປອດສານພິດ, ຜະລິດຕະພັນຫັດຖະກຳແຜ່ນແພ ທີ່ມີເອກະລັກແບບຫລວງພະບາງ ແລະ ມີພິພິຕະພັນມູນເຊື້ອແຜ່ນແພ ທີ່ສ່ອງແສງເຖິງປະຫວັດຄວາມເປັນມາອັນຍາວນານ ຂອງການຜະລິດແຜ່ນແພ ແລະ ລວດລາຍແຜ່ນແພ ຂອງແຕ່ລະຊົນເຜົ່າທີ່ມີເອກະລັກຂອງໃຜລາວ.

ພ້ອມນີ້, ກໍໄດ້ໄປຢ້ຽມຊົມວັດຊຽງທອງ ເຊິ່ງເປັນວັດຄູ່ບ້ານຄູ່ເມືອງຂອງປະຊາຊົນຫລວງພະບາງ, ຢ້ຽມຊົມອຸທິຍານນໍ້າຕົກຕາດກວາງຊີ ແລະ ຫໍພິພິຕະພັນແຫ່ງຊາດຫລວງພະບາງ ຕື່ມອີກ.

ຂ່າວ-ພາບ: ອຸໄທລັດ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version