Home ຂ່າວຕ່າງປະເທດ ກຳປູເຈຍ ຕົກລົງເລືອກເອົາກິລາ 37 ປະເພດ ເຂົ້າແຂ່ງຂັນ ໃນຊີເກມ 32

ກຳປູເຈຍ ຕົກລົງເລືອກເອົາກິລາ 37 ປະເພດ ເຂົ້າແຂ່ງຂັນ ໃນຊີເກມ 32

0

ຕາມຂ່າວຈາກວິທະຍຸສາກົນຫວຽດນາມ ງານມະຫາກຳກິລາອາຊີຕາເວັນອອກສ່ຽງໃຕ້ ຄັ້ງທີ 32 (ຊີເກມ 32) ໄດ້ຕົກລົງ ເລືອກເອົາ ກິລາ 37 ປະເພດ ເຂົ້າແຂ່ງຂັນຢ່າງເປັນທາງການໃນເຫດການກິລາລະດັບພາກພື້ນ ເຊິ່ງຈະຈັດ​ຂຶ້ນໃນເດືອນ ພຶດສະພານີ້. ດັ່ງນັ້ນ ວັນທີ 14 ມີນາ, ທ່ານ Vath Charmoeun,ເລຂາທິການໃຫຍ່ ຄະນະ ກຳມະການ Olympic ແຫ່ງຊາດ ກຳປູເຈຍ (NOCC) ​ເປີດ​ເຜີຍວ່າ: ໃນຈຳນວນ ກິລາ 37 ປະເພດ ແຂ່ງຂັນ ຢ່າງເປັນທາງການ ໃນຊີເກມ 32 ນັ້ນ, ກຳປູເຈຍ ໄດ້ ຕົກລົງ ນຳກິລາ 3 ປະເພດ ທີ່ມີລັກສະນະເປັນເອກະລັກໃນວັດທະນະທຳຂອງຕົນ ເຂົ້າລາຍການແຂ່ງຂັນ ເຊິ່ງລວມມີ: ມວຍ Bokator, ມວຍ Kun Khmer ແລະ ໝາກ ເສິກ Ok Chaktrong.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງຂ່າວໂດຍ: ສະໄຫວ ລາດປາກດີ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version