Home ຂ່າວພາຍໃນ ສາລະວັນ ໄດ້ຮັບທຶນກໍ່ສ້າງໂຮງໝໍນ້ອຍ ມູນຄ່າ 87 ພັນໂດລາ

ສາລະວັນ ໄດ້ຮັບທຶນກໍ່ສ້າງໂຮງໝໍນ້ອຍ ມູນຄ່າ 87 ພັນໂດລາ

0

ແຂວງສາລະວັນ ໄດ້ຮັບທຶນກໍ່ສ້າງໂຮງໝໍນ້ອຍ ຢູ່ບ້ານຄຳທອງ ເມືອງເລົ່າງາມ ແຂວງສາລະວັນ ໃນມູນຄ່າ 87 ພັນໂດລາ ໂດຍໄດ້ຮັບທຶນຊ່ວຍເຫຼືອຈາກລັດຖະບານຢິ່ປຸ່ນ, ໃນໂຄງການເສີມສ້າງຄວາມໝັ້ນຄົງຂອງມະນຸດ ໃນຂັ້ນຮາກຖານປີ 2022, ໂຄງການກໍ່ສ້າງໂຮງໝໍນ້ອຍດັ່ງກ່າວ ເປັນອາຄານຊັ້ນດຽວ ຂະໜາດ: 11X17 ແມັດ, ລວມມີ 7 ຫ້ອງ, ໂຄງສ້າງເຮັດດ້ວຍເບຕົງເສີມເຫຼັກ ຊຶ່ງຈະໄດ້ລົງມືຈັດຕັ້ງປະຕິບັດກໍ່ສ້າງໃນທ້າຍເດືອນມີນາ 2023 ແລະ ຈະສໍາເລັດໃນທ້າຍເດືອນກັນຍາ 2023.

ພິທີເຊັນສັນຍາມອບ-ຮັບ ທຶນດັ່ງກ່າວ ໄດ້ຈັດຂຶ້ນຫວ່າງບໍ່ດົນມານີ້ ທີ່ຫ້ອງປະຊຸມສະຖານເອກອັກຄະຣາຊະທູດຢີ່ປຸ່ນ ປະຈຳ ສປປ ລາວ ເຊັນມອບໂດຍ: ທ່ານ ໂຄບະຢາຊິ ເຄັນອິຈິ ເອກອັກຄະຣາຊະທູດຍີ່ປຸ່ນປະຈຳ ສປປ ລາວ (ຕາງໜ້າລັດຖະບານຍີ່ປຸ່ນ), ເຊັນຮັບໂດຍ: ທ່ານ ອາຄົມ ລ່ຳວິຈິດ ຫົວໜ້າພະແນກສາທາລະນະສຸກແຂວງສາລະວັນ ຕາງໜ້າເຈົ້າຂອງໂຄງການ (ຝ່າຍ ສປປ ລາວ) ໂດຍຊ້ອງໜ້າ ທ່ານ ດາວວົງ ພອນແກ້ວ ເຈົ້າແຂວງສາລະວັນ ແລະ ພາກສ່ວນທີ່ກ່ຽວຂ້ອງທັງສອງຝ່າຍ ເຂົ້າຮ່ວມເປັນສັກຂິພິຍານ.

(ຂ່າວ: ສະຖານທູດຍີ່ປຸ່ນ)

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version