Home ຂ່າວການເມືອງ ລັດຖະບານ ເປີດກອງປະຊຸມວິສາມັນ

ລັດຖະບານ ເປີດກອງປະຊຸມວິສາມັນ

0

ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການ ໃນການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ກໍຄືການຄຸ້ມຄອງລັດ-ຄຸ້ມຄອງສັງຄົມ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງຂຶ້ນເປັນກ້າວໆ ເວົ້າລວມ, ເວົ້າສະເພາະ ເພື່ອປະຕິບັດແຜນການສ້າງ ແລະ ປັບປຸງກົດໝາຍ ປະຈຳປີ 2023 ທີ່ສະພາແຫ່ງຊາດໄດ້ຮັບຮອງ ໃຫ້ບັນລຸຕາມຄາດໝາຍ, ດັ່ງນັ້ນ ໃນຕອນເຊົ້າວັນທີ 15 ມີນາ 2023 ທີ່ສຳນັກງານນາຍົກລັດຖະມົນຕີ, ລັດຖະບານ ໄດ້ເປີດກອງປະຊຸມວິສາມັນ ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ; ມີບັນດາທ່ານຮອງນາຍົກລັດຖະມົນຕີ, ທ່ານຮອງປະທານສະພາແຫ່ງຊາດ, ປະທານກໍາມາທິການກົດໝາຍ ແລະ ສະມາຊິກລັດຖະບານ ເຂົ້າຮ່ວມຢ່າງພ້ອມພຽງ.

ກອງປະຊຸມຄັ້ງນີ້ ດຳເນີນເປັນເວລາສອງວັນ (15-16 ມີນາ 2023) ຊຶ່ງເນື້ອໃນຂອງກອງປະຊຸມ ແມ່ນຈະລາຍງານ, ຄົ້ນຄວ້າ, ປຶກສາຫາລື ກ່ຽວກັບ ຮ່າງກົດໝາຍ 9 ສະບັບ ທີ່ລັດຖະບານ ຈະສະເໜີ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ IX ພິຈາລະນາຮັບຮອງ ຄື: 1. ຮ່າງກົດໝາຍ ວ່າດ້ວຍສາທາລະນະສຸກ (ສ້າງໃໝ່); 2. ຮ່າງກົດໝາຍ ວ່າດ້ວຍທະນາຄານທຸລະກິດ (ສະບັບປັບປຸງ); 3. ຮ່າງກົດໝາຍ ວ່າດ້ວຍສັດນໍ້າ ແລະ ການປະມົງ (ສະບັບປັບປຸງ); 4. ຮ່າງກົດໝາຍ ວ່າດ້ວຍສັດປ່າ (ສະບັບປັບປຸງ); 5. ຮ່າງກົດໝາຍ ວ່າດ້ວຍການຈັດພິມຈຳໜ່າຍ (ສະບັບປັບປຸງ); 6. ຮ່າງກົດໝາຍ ວ່າດ້ວຍການຊົດເຊີຍຄ່າເສຍຫາຍຈາກລັດ (ສ້າງໃໝ່); 7. ຮ່າງກົດໝາຍ ວ່າດ້ວຍການປົກປ້ອງສິດ ແລະ ຜົນປະໂຫຍດຂອງເດັກ (ສະບັບປັບປຸງ); 8. ຮ່າງກົດໝາຍ ວ່າດ້ວຍສານທະຫານ (ສະບັບປັບປຸງ); 9. ຮ່າງກົດໝາຍ ວ່າດ້ວຍການຈັດຫາງານ (ສ້າງໃໝ່).

ເພື່ອເຮັດໃຫ້ກອງປະຊຸມລັດຖະບານຄັ້ງນີ້ ປະສົບຜົນສຳເລັດຕາມຈຸດປະສົງ ແລະ ຄາດໝາຍທີ່ກຳນົດໄວ້, ທ່ານນາຍົກລັດຖະມົນຕີ ໄດ້ຮຽກຮ້ອງບັນດາທ່ານສະມາຊິກລັດຖະບານ ຈົ່ງພ້ອມກັນເອົາໃຈໃສ່ຄົ້ນຄວ້າ ແລະ ປະກອບຄຳເຫັນຢ່າງເລິກເຊິ່ງ, ກະທັດຮັດ ແລະ ມີຈຸດສຸມ ເພື່ອຮັບປະກັນໃຫ້ບັນດາຮ່າງກົດໝາຍ ທີ່ຈະນຳເຂົ້າພິຈາລະນາໃນກອງປະຊຸມສະໄໝສາມັນ ເທື່ອທີ 5 ຂອງສະພາແຫ່ງຊາດຊຸດທີ IX ທັນຕາມກຳນົດເວລາ ແລະ ມີເນື້ອໃນລະອຽດ, ຈະແຈ້ງ, ຮັດກຸມ ແລະ ຄົບຖ້ວນ.

(ຂ່າວ-ພາບ: ກົມປະຊາສຳພັນ ຫສນຍ)

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version