Home ຂ່າວຕ່າງປະເທດ ອາກຊັງຕິນ ພົບກັບພາວະເງິນເຟີ້ຄັ້ງທຳອິດໃນຮອບ 32 ປີ

ອາກຊັງຕິນ ພົບກັບພາວະເງິນເຟີ້ຄັ້ງທຳອິດໃນຮອບ 32 ປີ

0

ຂ່າວຕ່າງປະເທດລາຍງານ ເມື່ອວັນທີ 15 ມີນາ, ສຳນັກງານສະຖິຕິແຫ່ງຊາດຂອງອາກຊັງຕິນໄດ້ເປີດເຜີຍບົດລາຍງານອັດຕາເງິນເຟີ້ໃນຮອບ 12 ເດືອນ ນັບເຖິງເດືອນກຸມພາທີ່ຜ່ານມາ ຢູ່ທີ່ 102,5% ເປັນສະຖິຕິສູງທີ່ສຸດນັບຕັ້ງແຕ່ປີ 1991 ໂດຍເປັນຜົນມາຈາກດັດຊະນີລາຄາຜູ້ບໍລິໂພກ (CPI) ເພີ່ມຂຶ້ນ 6,6% ສະເພາະເດືຶອນກຸມພາ ຜ່ານມາ. ເຖິງແມ່ນວ່າ ອາກຊັງຕິນເປັນປະເທດທີ່ມີຂະໜາດເສດຖະກິດໃຫຍ່ເປັນອັນດັບທີສອງໃນອາເມຣິກາລາຕິນຮອງຈາກເບຣຊິນ ກໍຕາມ, ເສດຖະກິດຂອງປະເທດໄດ້ເລີ່ມສັ່ນຄອນ ແລະ ບໍ່ມີສະຖຽນລະພາບຢ່າງໜັກ ເນື່ອງຈາກວິກິດໜີ້ສາທາລະນະໃນໄລຍະປີ 1980 ເຮັດໃຫ້ອາກຊັງຕິນພົບກັບພາວະເງິນເຟີ້ຫຼາຍກວ່າ 3.000% ເມື່ອປີ 1989 ສົ່ງຜົນກະທົບສືບເນື່ອງມາຈົນເຖິງປັດຈຸບັນ ໂດຍລັດຖະບານບັນລຸຂໍ້ຕົກລົງກັບກອງທຶນການເງິນສາກົນ (IMF) ເມື່ອປີ 2022 ໃນການຂໍຮັບສິນເຊື່ອ 44.000 ລ້ານໂດລາ. ອີກຢ່າງໜຶ່ງ, ຂໍ້ຕົກລົງດັ່ງກ່າວເປັນການແທນຂໍ້ຕົກລົງເດີມເມື່ອປີ 2018 ຊຶ່ງມີມູນຄ່າ 57.000 ລ້ານໂດລາ ເນື່ອງຈາກອາກຊັງຕິນຍອມຮັບວ່າ ຄວາມຮ້າຍແຮງຂອງພາວະເງິນເຟີ້ສົ່ງຜົນກະທົບຕໍ່ການຊຳລະໜີ້.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version