Home ຂ່າວໜ້າໜຶ່ງ ຮອງລັດຖະມົນຕີກະຊວງການຕ່າງປະເທດລາວ ສໍາເລັດການຢ້ຽມຢາມທາງການປະເທດຍີ່ປຸ່ນ

ຮອງລັດຖະມົນຕີກະຊວງການຕ່າງປະເທດລາວ ສໍາເລັດການຢ້ຽມຢາມທາງການປະເທດຍີ່ປຸ່ນ

0

ໃນລະຫວ່າງວັນທີ 01 – 07 ມີນາ 2023 ຜ່ານມາ ທ່ານ ໂພໄຊ ໄຂຄຳພິທູນ, ຮອງລັດຖະມົນຕີກະຊວງການຕ່າງປະ ເທດ ແຫ່ງ ສປປ ລາວ ໄດ້ເດີນທາງໄປຢ້ຽມຢາມທາງການ ຢູ່ ປະເທດຍີ່ປຸ່ນ ຕາມການເຊື້ອເຊີນຂອງກະຊວງຕ່າງປະເທດຍີ່ປຸ່ນ ໃນໂອກາດຢ້ຽມຢາມປະເທດຍີ່ປຸ່ນຄັ້ງນີ້, ທ່ານຮອງລັດຖະມົນຕີ ໂພໄຊ ໄຂຄໍາພິທູນ ໄດ້ພົບປະສອງຝ່າຍກັບຄູ່ຮ່ວມຕຳແໜ່ງຝ່າຍຍີ່ປຸ່ນ ທ່ານ ທາເກອິ ຊຸນຊຶເກະ, ຮອງລັດຖະມົນຕີຕ່າງປະເທດ (Mr. TAKEI Shunsuke, State Minister for Foreign Affairs of Japan), ເຊິ່ງສອງຝ່າຍ ໄດ້ຕີລາຄາສູງຕໍ່ໝາກຜົນຂອງການພົວພັນ ແລະ ການຮ່ວມມື ລະຫວ່າງ ສປປ ລາວ ແລະ ຍີ່ປຸ່ນ ໃນໄລຍະຜ່ານມາ ແລະ ເຫັນດີເປັນເອກະພາບໃນການສືບຕໍ່ປະສານສົມທົບ ແລະ ເຮັດວຽກຮ່ວມກັນຢ່າງໃກ້ຊິດ ເພື່ອເປັນໃຈກາງ ແລະ ເປັນຂົວຕໍ່ສໍາລັບການພົວພັນ ແລະ ການຮ່ວມ ມືຂອງສອງປະເທດ, ໂດຍສະເພາະ ການສືບຕໍ່ຜັນຂະຫຍາຍການເປັນຄູ່ຮ່ວມຍຸດ ທະສາດ ລະຫວ່າງ ສປປ ລາວ ແລະ ຍີ່ປຸ່ນ ທີ່ໄດ້ຮັບການຍົກລະດັບໃນປີ 2015 ຜ່ານມາ ໃຫ້ເຂົ້້າສູ່ລວງເລິກ ແລະ ກວ້າງຂວາງຍິ່ງຂຶ້ນ. ສອງຝ່າຍ ຍັງໄດ້ເຫັນດີເປັນເອກະພາບໃນການສືບຕໍ່ຊຸກຍູ້ສົ່ງເສີມການແລກປ່ຽນການຢ້ຽມຢາມເຊິ່ງກັນ ແລະ ກັນ ຂອງ ການນໍາຂັ້ນສູງຂອງສອງປະເທດ ສປປ ລາວ ແລະ ຍີ່ປຸ່ນ, ການສົ່ງເສີມການຮ່ວມມືດ້ານເສດຖະກິດ ກໍ່ຄືການຄ້າສອງຝ່າຍ ລາວ-ຍີ່ປຸ່ນ, ການລົງທຶນຂອງພາກທຸລະກິດຍີ່ປຸ່ນ ຢູ່ ສປປ ລາວ ເພີ່ມຂຶ້ນໃນຕໍ່ໜ້າ, ລວມທັງການສົ່ງເສີມການໄປມາຫາສູ່ ລະຫວ່າງ ປະຊາຊົນສອງຊາດ ສປປ ລາວ ແລະ ຍີ່ປຸ່ນ, ໂດຍສະເພາະ ການສົ່ງເສີມການທ່ອງທ່ຽວຂອງສອງປະເທດ ເພື່ອຜັນຂະຫຍາຍການຈັດຕັ້ງປະຕິບັດສົນທິສັນຍາທາງອາກາດ ລະຫວ່າງ ສປປ ລາວ ແລະ ຍີ່ປຸ່ນ ທີ່ໄດ້ຮັບການລົງນາມໃນປີ 2015 ໃຫ້ເປັນຮູບປະທໍາເທື່ອລະກ້າວ.

ພ້ອມດຽວກັນນັ້ນ, ສອງຝ່າຍ ຍັງໄດ້ເຫັນດີເປັນເອກະພາບໃນການຮ່ວມມືກັນຢ່າງໃກ້ຊິດເພື່ອກະກຽມຄວາມພ້ອມໃຫ້ແກ່ການສະເຫຼີມສະຫຼອງການພົວພັນ ອາຊຽນ-ຍີ່ປຸ່ນ ຄົບຮອບ 50 ປີ ແລະ ກອງປະຊຸມສຸດຍອດ ອາຊຽນ-ຍີ່ປຸ່ນ ສະໄໝພິເສດ ທີ່ຈະຈັດຂຶ້ນ ຢູ່ ປະເທດຍີ່ປຸ່ນ ໃນເດືອນທັນວາ 2023, ການສືບຕໍ່ສະໜັບ ສະໜູນ ຂອງ ຍີ່ປຸ່ນ ສໍາລັບການເປັນປະທານອາຊຽນ ຄັ້ງທີ 3 ຂອງ ສປປ ລາວ ໃນປີ 2024 ແລະ ການຂຶ້ນແຜນຮ່ວມກັນໃນການຈັດບັນດາກິດຈະກໍາສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດ ລະຫວ່າງ ສປປ ລາວ ແລະ ຍີ່ປຸ່ນ (05 ມີນາ 1955) ຄົບຮອບ 70 ປີ ໃນປິ 2025, ລວມທັງການສະໜັບສະໜູນ ແລະ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ສໍາລັບການເປັນເຈົ້າພາບການຈັດງານວາງສະແດງໂລກຂອງປະເທດຍີີ່ປຸ່ນ ຢູ່ ແຂວງໂອຊາກາ ໃນປີ 2025 (World EXPO 2025 Osaka) ທີ່ຈະມາເຖິງນີ້ ໃຫ້ປະສົບຜົນສໍາເລັດຕາມຄາດໝາຍ.

ທ່ານຮອງລັດຖະມົນຕີ ໂພໄຊ ໄຂຄໍາພິທູນ ຍັງໄດ້ຕາງໜ້າລັດຖະບານ ແລະ ປະຊາຊົນ ແຫ່ງ ສປປ ລາວ ກ່າວສະແດງຄວາມຂອບໃຈຢ່າງຈິງໃຈ ມາຍັງ ລັດ ຖະບານ ແລະ ປະຊາຊົນ ແຫ່ງ ປະເທດຍີ່ປຸ່ນ ທີ່ຍາມໃດກໍ່ໄດ້ໃຫ້ການຮ່ວມມືຊ່ວຍເຫຼືອ ແລະ ສະໜັບສະໜູນ ສປປ ລາວ ໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະ ກິດ-ສັງຄົມແຫ່ງຊາດ ເປັນແຕ່ລະໄລຍະ ເປັນຕົ້ນແມ່ນ ການພັດທະນາຊັບພະ ຍາກອນມະນຸດ, ສາທາລະນະສຸກ, ໂຄງລ່າງພື້ນຖານ, ກະສິກໍາ-ປ່າໄມ້, ການເກັບກູ້ລະເບີດບໍ່ທັນແຕກ (UXO) ແລະ ອື່ນໆ ອັນໄດ້ປະກອບສ່ວນສໍາຄັນເຂົ້າໃນການຍົກລະດັບຊີວິດການເປັນຢູ່ຂອງປະຊາ ຊົນລາວບັນດາເຜົ່າໃຫ້ນັບມື້ນັບດີຂຶ້ນເທື່ອລະກ້າວ. ສໍາລັບຝ່າຍຍີ່ປຸ່ນ ແມ່ນໄດ້ຢືນຢັນຄໍາໝາຍໝັ້ນໃນການສືບຕໍ່ສະ ໜັບສະໜູນ ແລະ ຊ່ວຍເຫຼືອ ສປປ ລາວ ໂດຍສະເພາະ ການສືບຕໍ່ພິຈາລະນາຢ່າງຕັ້ງໜ້າຕໍ່ບັນດາຂໍ້ສະເໜີຂອງຝ່າຍລາວ.

ນອກຈາກນັ້ນ, ສອງຝ່າຍ ຍັງໄດ້ເຫັນດີເປັນເອກະພາບໃນການຮ່ວມມືກັນຢ່າງໃກ້ຊິດ ເພື່ອສະໜັບສະໜູນ ແລະ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ໃນຂອບການຮ່ວມມືຫຼາຍຝ່າຍ, ກໍ່ຄືການຮ່ວມມືໃນເວທີພາກພື້ນ ແລະ ສາກົນ ແລະ ຍັງໄດ້ແລກປ່ຽນຄໍາຄິດເຫັນຢ່າງກົງໄປກົງມາ ກ່ຽວກັບບັນຫາພາກພື້ນ ແລະ ສາກົນຈໍານວນໜຶ່ງທີ່ສອງຝ່າຍມີຄວາມສົນໃຈຮ່ວມກັນ.

ນອກຈາກການພົບປະສອງຝ່າຍແລ້ວ, ຝ່າຍຍີ່ປຸ່ນ ຍັງໄດ້ຈັດໃຫ້ ທ່ານຮອງລັດຖະມົນຕີ ໂພໄຊ ໄຂຄໍາພິທູນ ພົບປະ ແລະ ເຮັດວຽກກັບພາກສ່ວນຕ່າງໆຂອງຍີ່ປຸ່ນທັງພາກສະພາ, ພາກລັດ ແລະ ພາກທຸລະກິດ ເປັນຕົ້ນແມ່ນ ປະທານຄະນະມິດຕະພາບ ລັດຖະສະພາ ຍີ່ປຸ່ນ-ລາວ; ຮອງລັດຖະມົນຕີກະຊວງເສດຖະກິດ, ການຄ້າ ແລະ ອຸດສາຫະກໍາ, ຜູ້ຮັບຜິດ ຊອບວຽກງານ EXPO; ຮອງຫົວໜ້າອົງການຮ່ວມມືສາກົນຍີ່ປຸ່ນ (ອົງການ JICA); ຫົວໜ້າຫ້ອງການຜູ້ຕາງໜ້າອົງການ JICA ປະຈໍາ ເຂດຕາເວັນຕົກສ່ຽງເໜືອຍີ່ປຸ່ນ; ເຈົ້ານະຄອນກຽວໂຕ ແຂວງກຽວໂຕ; ເຈົ້ານະຄອນທາກາຢາມະ ແຂວງໂທຢາມະ; ປະທານມູນນິທິກອງທຶນການສຶກສາ YAMADA OSAMITSU, ປະທານກິຕິມະສັກສະພາການຄ້າ ແລະ ອຸດສາຫະກໍາ ນະຄອນຄາວາຊາກິ, ອະດີດປະທານສະມາຄົມມິດຕະພາບ ຄາວາຊາກິ-ລາວ; ກົງສຸນກິຕິມະສັກ ແຫ່ງ ສປປ ລາວ ປະຈໍາ ກຽວໂຕ ແຂວງກຽວໂຕ; ສະມາຄົມມິດຕະ ພາບ ຄັນໄຊ-ລາວ; ບັນດາບໍລິສັດຂອງຍີ່ປຸ່ນທີ່ກໍາລັງດໍາເນີນທຸລະກິດ ຢູ່ ສປປ ລາວ ແລະ ມີຄວາມສົນໃຈເຂົ້າມາລົງທຶນ ຢູ່ ສປປ ລາວ ເປັນຕົ້ນແມ່ນ ບໍລິສັດ HITACHI ZOSEN ຈໍາກັດ; ບໍລິສັດ NITTETSU ຈໍາກັດ; ບໍລິສັດ SORAMITSU ຈໍາກັດ; ບໍລິສັດ ONODERA USER RUN ຈໍາກັດ ແລະ ບໍລິສັດ YUSEN LOGISTIC ຈໍາກັດ ແລະ ບໍລິສັດອື່ນໆ.

ສປປ ລາວ ແລະ ຍີ່ປຸນ ໄດ້ສ້າງຕັ້ງສາຍພົວພັນທາງການທູດນໍາກັນ ໃນວັນທີ 05 ມີນາ 1955 (ປີ 2023 ຄົບຮອບ 68 ປີ). ສປປ ລາວ ແມ່ນ 1 ໃນ 4 ປະເທດທໍາອິດທີ່ປະເທດຍີ່ປຸ່ນ ໄດ້ສົ່ງອາສາສະໝັກມາຮ່ວມມື ແລະ ຊ່ວຍເຫຼືອໃນປີ 1965 ແລະ ມາຮອດປັດຈຸບັນ ໄດ້ມີອາສາສະ ໝັກຍີ່ປຸ່ນຫຼາຍກວ່າ 1.041 ເທື່ອຄົນ (ປີ 2022 ມີ 20 ທ່ານ) ແລະ ຊ່ຽວຊານຍີ່ປຸ່ນ ຫຼາຍກວ່າ 4.500 ເທື່ອຄົນ (ປີ 2022 ມີ 45 ທ່ານ) ມາປະຕິບັດໜ້າທີ່ ຢູ່ ສປປ ລາວ. ປະເທດຍີ່ປຸ່ນ ໄດ້ກາຍເປັນປະເທດຄູ່ຮ່ວມພັດທະນາອັນດັບຕົ້ນທີ່ໃຫ້ໄດ້ການຊ່ວຍເຫຼືອທາງການເພື່ອການພັດທະນາ (ODA) ແກ່ ສປປ ລາວ ສະເຫຼ່ຍ 90-100 ລ້ານໂດລາສະຫະລັດຕໍ່ປີ, ເຊິ່ງໃນປິ 2022 ຜ່ານມາ ສະເພາະຂອບການຮ່ວມມືສອງຝ່າຍ, ປະເທດຍີ່ປຸ່ນ ໄດ້ໃຫ້ການຊ່ວຍເຫຼືອ ສປປ ລາວ ມູນຄ່າຫຼາຍກວ່າ 5 ຕື້ 320 ລ້ານເຢນ (ຫຼື ຫຼາຍກວ່າ 44 ລ້ານໂດລາສະຫະລັດ), ເຊິ່ງໄດ້ປະກອບສ່ວນອັນສໍາຄັນເຂົ້າໃນການພັດທະນາຊັບພະຍາກອນມະນຸດ, ການປັບປຸງຕຶກອາຄານຂອງສະຖາບັນການສຶກສາ, ການກະກຽມຄວາມພ້ອມເພື່ອຮັບມືກັບໄພພິບັດທາງທໍາມະຊາດ, ການເກັບກູ້ລະເບີດບໍ່ທັນແຕກ (UXO), ການສະໜັບສະໜູນ ສປປ ລາວ ໃນການກະກຽມການເປັນປະທານອາຊຽນ ຄັ້ງທີ 3 ໃນປີ 2024 ທີ່ຈະມາເຖິງນີ້ ແລະ ການຍົກລະດັບການພັດທະນາພື້ນຖານໂຄງລ່າງ. ການລົງທຶນຂອງພາກທຸລະກິດຍີ່ປຸ່ນ ຢູ່ ສປປ ລາວ ແມ່ນຈັດຢູ່ໃນ ອັນດັບທີ 14 ມີ 106 ໂຄງການ ມູນຄ່າການລົງທຶນ 121 ລ້ານໂດລາສະຫະລັດ ແລະ ມີບໍລິສັດຍີ່ປຸ່ນຫຼາຍກວ່າ 165 ບໍລິສັດ ກໍາລັງດໍາເນີນທຸລະກິດ ຢູ່ ສປປ ລາວ. ສໍາລັບການຄ້າສອງຝ່າຍ ລາວ-ຍີ່ປຸ່ນ ໃນປີ 2022 ຜ່ານມາ ມີມູນຄ່າ 278 ລ້ານໂດລາສະຫະລັດ, ເຊິ່ງໃນັ້ນການສົ່ງອອກໄປປະເທດຍີ່ປຸ່ນ ມີມູນຄ່າ 131 ລ້ານໂດລາສະຫະລັດ ແລະ ການນໍາເຂົ້າຈາກປະ ເທດຍີ່ປຸ່ນ ມີມູນຄ່າ 147 ລ້ານໂດລາສະຫະລັດ.

ຂ່າວ;ພາບ: ກົມການຂ່າວ ກະຊວງການຕ່າງປະເທດ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version