Home ຂ່າວໜ້າໜຶ່ງ ສະຖານທູດແຫ່ງ ສປປ ລາວ ປະຈໍາ ສປ ຈີນ ສະຫຼອງວັນແມ່ຍິງສາກົນ ຄົບຮອບ 113 ປີ

ສະຖານທູດແຫ່ງ ສປປ ລາວ ປະຈໍາ ສປ ຈີນ ສະຫຼອງວັນແມ່ຍິງສາກົນ ຄົບຮອບ 113 ປີ

0

ຕອນບ່າຍວັນທີ 10 ມີນາ 2023, ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາ ສປ ຈີນ ຢູ່ນະຄອນຫຼວງປັກກິ່ງ ຈັດປາຖະກະຖາເນື່ອງໃນໂອກາດວັນແມ່ຍິງສາກົນ ທີ 8 ມີນາ ຄົບຮອບ 113 ປີ ພາຍໃຕ້ຫົວຂໍ້”ການນຳໃຊ້ດີຈີຕອນສຳຫຼັບທຸກຄົນ, ການໃຊ້ນະວັດຕະກຳ ແລະ ເຕັກໂນໂລຊີ ເພື່ອຄວາມສະເໝີພາບຍິງ-ຊາຍ” ໂດຍການເປັນປະທານຂອງ ທ່ານ ນາງ ຄໍາເພົາ ເອີນທະວັນ, ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສປປ ລາວ ປະຈໍາ ສປ ຈີນ, ມີສະມາຊິກພັກ, ພະນັກງານ-ລັດຖະກອນພາຍໃນສະຖານທູດ ແລະ ນັກສຶກສາລາວເຂົ້າຮ່ວມ.

ໃນພິທີ, ທ່ານ ນາງຄໍາເພົາ ເອີນທະວັນ ໄດ້ປາຖະກະຖາຍົກໃຫ້ເຫັນມູນເຊື້ອປະ ຫວັດຄວາມເປັນມາຂອງວັນແມ່ຍິງສາກົນ ທີ 8 ມີນາ ເຊິ່ງກໍາເນີດຂຶ້ນໃນທ່າມກາງສະພາບເສດຖະກິດຂອງພວກສັກດີນາ ແລະ ນາຍທຶນຂະຫຍາຍຕົວແຮງໃນສະຕະ ວັດທີ19, ພາຍໃຕ້ລະບອບສັກດີນາແລະນາຍທຶນ ແມ່ຍິງຖືກກົດຂີ່ຂູດຮີດຢ່າງໜັກ, ເຮັດວຽກຫຼາຍຊົ່ວໂມງແຕ່ໄດ້ຮັບຄ່າຈ້າງແຮງງານຖືກ, ເຮັດວຽກບໍ່ມີການຮັບປະກັນຄວາມປອດໄພ, ບໍ່ມີລະບົບຮັກສາສຸຂະພາບ, ແມ່ຍິງຖືກດູໝິ່ນປະໝາດ, ຖືກທຸບຕີທໍລະມານ, ຖືກຂົມຂືນທໍາສໍາເລົາ ແລະ ຖືກໄລ່ອອກຈາກວຽກໃນເວລາຖືພາ, ເວລາເກີດລູກ ຫຼື ເວລາເຈັບເປັນບໍ່ໄດ້ຮັບການປິ່ນປົວ. ຢູ່ຕໍ່ຫນ້າສະພາບການດັ່ງກ່າວ, ວັນທີ 8 ມິນາ1908 ກໍາມະກອນເພດຍິງຫຼາຍກວ່າ10.000 ຄົນ ໄດ້ເດີນຂະບວນປະ ທ້ວງຢູ່ນະຄອນນິວຢອກຂອງອາເມລິກາ ເພື່ອທວງໃຫ້ພວກນາຍທຶນຫຼຸດຜ່ອນຊົ່ວໂມງເຮັດວຽກ, ຢຸດການຂູດຮີດແຮງງານແມ່ຍິງແລະເດັກນ້ອຍ, ທວງໃຫ້ແມ່ຍິງມີສິດອອກສຽງໃນການເລືອກຕັ້ງ ແລະ ສະໝັກຮັບເລືອກຕັ້ງ. ປີ 1910 ຂະບວນ ການຕໍ່ສູ້ຂອງແມ່ຍິງ ໄດ້ແຜ່ຂະຫຍາຍອອກເປັນວົງກວ້າງໄປສູ່ປະເທດນາຍທຶນໃນທະວິບເອີຣົບ. ຍ້ອນແນວນັ້ນ, ກອງປະຊຸມສາກົນກ່ຽວກັບບັນຫາແມ່ຍິງຄັ້ງທໍາອິດຈຶ່ງໄດ້ຈັດຂຶ້ນຢູ່ນະຄອນຫຼວງປະເທດດານມາກ, ກອງປະຊຸມດັ່ງກ່າວໄດ້ຕົກລົງຮັບ ຮອງເອົາວັນທີ 8 ມີນາຂອງທຸກໆ ປີ ເປັນວັນແມ່ຍິງສາກົນ ເຊິ່ງເປັນຂີດໝາຍແຫ່ງໄຊຊະນະອັນເປັນພື້ນຖານຂອງຂະບວນການແມ່ຍິງສາກົນໃນການຕໍ່ສູ້ເພື່ອປົດປ່ອຍຕົນເອງ, ທວງໃຫ້ມີສິດສະເໝີພາບຄືກັນກັບຜູ້ຊາຍ.

ໃນໂອກາດນີ້, ທ່ານ ນາງຄໍາເພົາ ເອີນທະວັນ ຍັງໄດ້ຍົກໃຫ້ເຫັນບັນດາອົງການຈັດ ຕັ້ງສາກົນ, ສົນທິສັນຍາສາກົນ ແລະ ຖະແຫຼງການຕ່າງໆ ກ່ຽວກັບແມ່ຍິງຢູ່ໃນພາກພື້ນ,ສາກົນ ແລະ ລະດັບອາຊຽນ, ນະໂຍບາຍ ແລະ ບັນດາກົນໄກ ເພື່ອສົ່ງເສີມຄວາມກ້າວໜ້າຂອງແມ່ຍິງຢູ່ໃນລາວ, ວຽກງານພົວພັນຮ່ວມມືກັບຕ່າງປະເທດຂອງສະຫະ ພັນແມ່ຍິງລາວ ແລະ ການເຄື່ອນໄຫວຂອງໜ່ວຍສະຫະພັນແມ່ຍິງສະຖານທູດລາວຂຶ້ນກັບສະຫະພັນແມ່ຍິງກະຊວງການຕ່າງປະເທດ ຕື່ມອີກ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version