Home ຂ່າວໜ້າໜຶ່ງ ສະເຫຼີມສະຫຼອງວັນໄປສະນີ ແຫ່ງຊາດ ແລະ ວັນໂທລະຄົມມະນາຄົມ ແຫ່ງຊາດ ຄົບຮອບ 58 ປີ

ສະເຫຼີມສະຫຼອງວັນໄປສະນີ ແຫ່ງຊາດ ແລະ ວັນໂທລະຄົມມະນາຄົມ ແຫ່ງຊາດ ຄົບຮອບ 58 ປີ

0

ເນື່ອງໃນໂອກາດ ສະເຫຼີມສະຫຼອງ ວັນໄປສະນີ ແຫ່ງຊາດ ແລະ ວັນໂທລະຄົມມະນາຄົມ ແຫ່ງຊາດ ຄົບຮອບ 58 ປີ (13 ມີນາ 1965 ຫາ 13 ມີນາ 2023), ທ່ານ ບັນດິດ ສຈ. ບໍ່ວຽງຄຳ ວົງດາລາ ກຳມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ມີຄໍາເຫັນວ່າ: ໃນປີ 2023 ນີ້, ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ຈັດການສະເຫຼີມສະຫຼອງວັນໄປສະນີ ແຫ່ງຊາດ ແລະ ວັນໂທລະຄົມມະນາຄົມແຫ່ງຊາດ ຂຶ້ນ ພາຍໃຕ້ຄໍາຂວັນ: “ປັບປຸງວຽກງານໄປສະນີໃຫ້ທັນສະໄໝ, ພັດທະນາວຽກງານໂທລະຄົມມະນາຄົມ ເພື່ອການຫັນເປັນດິຈິຕ໋ອນໃນທົ່ວປະເທດ” ຊຶ່ງໄດ້ຈັດການສະເຫຼີມສະຫຼອງຢ່າງເປັນຂະບວນຟົດຟື້ນໃນທົ່ວປະເທດ.

ທ່ານກ່າວວ່າ: ໃນຊຸມປີຜ່ານມາ, ວຽກງານໄປສະນີ ແລະ ວຽກງານໂທລະຄົມມະນາຄົມ ຂອງ ສປປ ລາວ ໄດ້ມີການເຄື່ອນ ໄຫວ ແລະ ພັດທະນາຂຶ້ນຢ່າງຕັ້ງໜ້າ ຊຶ່ງໃນປີ 2022 ພື້ນທີ່ໃຫ້ບໍລິການໂທລະຄົມມະນາຄົມ ລະບົບ 2G ໄດ້ກວມເອົາ 96%, 3G ໄດ້ກວມເອົາ 83%, 4G ໄດ້ກວມເອົາ 75% ຂອງຈຳນວນບ້ານທັງໝົດໃນທົ່ວປະເທດ. ຈຳນວນຜູ້ນໍາໃຊ້ໂທລະສັບຕັ້ງໂຕະມີສາຍ ແລະ ບໍ່ມີສາຍ ມີຫຼາຍກ່ວາ 1,9 ລ້ານກ່ວາເລກໝາຍ, ໂທລະສັບ ມືຖື 14 ລ້ານກວ່າເລກໝາຍ, ຜູ້ນໍາໃຊ້ອິນເຕີເນັດ (ລະບົບມີສາຍ ແລະ ບໍ່ມີສາຍ) ຈໍານວນ 4,4 ລ້ານກວ່າບັນຊີ, ອັດຕາການຊົມໃຊ້ອິນເຕີເນັດກວມເອົາ 63% ຂອງປະຊາກອນ ໃນທົ່ວປະເທດ. ໃນປີ 2020-2022 ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ປະກອບສ່ວນຊ່ວຍເຫຼືອສັງຄົມ ເພື່ອຄວບຄຸມ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19 ດ້ວຍການອະນຸຍາດເລກໝາຍໂທລະສັບພິເສດ 163, 164, 165, 166 ເພື່ອໃຫ້ປະຊາຊົນໂທເຂົ້າໂດຍບໍ່ໄດ້ເສຍຄ່າບໍລິການ. ພ້ອມດຽວກັນນັ້ນ ກໍໄດ້ອອກນະໂຍບາຍພິເສດ ເພື່ອຫຼຸດຄ່າບໍລິການໂທລະຄົມມະນາຄົມ ແລະ ອິນເຕີເນັດ ແລະ ຊຸກຍູ້ໃຫ້ບັນດາຫົວໜ່ວຍທຸລະກິດໂທລະຄົມ ມະນາຄົມ ສະໜອງການບໍລິການແກ່ພາກລັດ ໂດຍບໍ່ໄດ້ເກັບຄ່າບໍລິການ, ໃຫ້ບໍລິການປະຊາຊົນ ນໍາໃຊ້ແອັບພິຼເຄເຊິນ “ລາວສູ້ສູ້” ລົງທະບຽນຈອງການສັກວັກຕ້ານໂຄວິດລ່ວງໜ້າ ເພື່ອຫຼີກເວັ້ນບໍ່ໃຫ້ໄປລຽນແຖວລໍຖ້າດົນນານ.

ປັດຈຸບັນນີ້ ມີຜູ້ບໍລິການໂທລະຄົມມະນາຄົມ ຈຳນວນ 5 ບໍລິສັດ ແລະ ຜູ້ບໍລິການອິນເຕີເນັດ ປະເພດ I ຈໍານວນ 10 ບໍລິສັດ, ປະເພດ II ຈຳນວນ 3 ບໍລິສັດ, ປະເພດ III ຈໍານວນ 13 ບໍລິສັດ, ເຊິ່ງສາມາດສ້າງລາຍຮັບເຂົ້າງົບປະມານແຫ່ງຊາດໄດ້ ຈຳນວນ 715 ຕື້ກວ່າກີບ, ໃນນີ້ຍັງບໍ່ໄດ້ລວມເງິນປັນຜົນຈາກບັນດາບໍລິສັດໂທລະຄົມມະນາຄົມຕ່າງໆ. ລາຍຮັບຈາກການນຳໃຊ້ຊັບພະຍາກອນໂທລະຄົມມະນາຄົມ ຈຳນວນ 232 ຕື້ກວ່າກີບ ແລະ ການມອບພັນທະອາກອນຂອງບັນດາຫົວໜ່ວຍທຸລະກິດດ້ານໄປສະນີ ແລະ ໂທລະຄົມມະນາຄົມ ຈຳນວນ 482 ກວ່າຕື້ກີບ, ໄດ້ປະກອບສ່ວນຊຸກຍູ້ການບໍລິການແກ່ສັງຄົມ ໂດຍຍົກເວັ້ນ ຄ່າທຳນຽມ, ຄ່າບໍລິການ ແລະ ມູນຄ່າໂທເຂົ້າ ບັນດາເລກໝາຍພິເສດຕ່າງໆຂອງພັກ ແລະ ລັດຖະບານ, ເປັນຕົ້ນ ເຊັ່ນ: ເລກໝາຍ 156 ຂອງສະພາແຫ່ງຊາດ, 1516 ຂອງລັດຖະບານ, 1599 ກະຊວງເຕັກໂນໂລຊີ ແລະ ການສື່ສານ, 1510 ສາຍດ່ວນປົກປ້ອງຜູ້ບໍລິໂພກ ແລະ ໝາຍເລກອື່ນ ເຊິ່ງເປັນມູນຄ່າໃນແຕ່ລະປີຫຼາຍກ່ວາ 500 ລ້ານກ່ວາກີບ. ສຳລັບຂະແໜງການໄປສະນີ ກໍໄດ້ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ ສັງຄົມຂອງປະເທດ ໃຫ້ຈະເລີນເຕີບໂຕ, ທັງເຮັດໜ້າທີ່ການເຊື່ອມໂຍງ ລະຫວ່າງ ຄົວເຮືອນ, ຮ້ານຄ້າ ແລະ ບັນດາຫົວໜ່ວຍທຸລະກິດ ໃນການສື່ສານພົວພັນ ແລະ ຈໍລະຈອນແຈກຢາຍສິນຄ້າຢ່າງກວ້າງຂວາງ, ພ້ອມທັງອໍານວຍຄວາມສະດວກໃຫ້ແກ່ການຄ້າ, ການຊື້-ຂາຍ ທັງພາຍໃນ ແລະ ຕ່າງປະເທດ, ໂດຍສະເພາະໃນໄລຍະການແຜ່ລະບາດຂອງພະຍາດໂຄວິດ-19, ການບໍລິການໄປສະນີໄດ້ເປັນປັດໄຈສໍາຄັນທີ່ຂາດບໍ່ໄດ້ ໃນການຈັດສົ່ງ ແລະ ແຈກຢາຍພັດສະດຸທາງໄປສະນີ ກໍຄືອາຫານ, ເຄື່ອງອຸປະໂພກບໍລິໂພກ, ຢາປິ່ນປົວພະຍາດ ແລະ ເຄື່ອງມືການແພດໃຫ້ແກ່ສັງຄົມ ໃນການຂັບເຄື່ອນຕະຫຼາດເສດຖະກິດດິຈິຕ໋ອນ ທີ່ມີຫຼາຍກິດຈະການທຸລະກິດ ຕ້ອງອາໄສການບໍລິການ ຂອງຂະແໜງໄປສະນີ, ເປັນຕົ້ນແມ່ນ ການບໍລິການດ້ານໂລຊິດສະຕິກ ແລະ ການຄ້າເອເລັກໂຕຣນິກ (e-Commerce) ເພື່ອບໍລິການຮັບຝາກ, ຈັດສົ່ງ, ແຈກຢາຍສິນຄ້າ ຢູ່ພາຍໃນປະເທດ ແລະ ລະຫວ່າງປະເທດ. ໃນປີ 2022 ມີຈຳນວນປ່ອງບໍລິການໄປສະນີ ໃນຂອບເຂດທົ່ວປະເທດ ຈຳນວນ 990 ແຫ່ງ, ໃນນັ້ນ ມີບໍລິສັດທີ່ດໍາເນີນທຸລະກິດບໍລິການໄປສະນີ ຈໍານວນ 43 ບໍລິສັດ, ໃຫ້ບໍລິການພາຍໃນ ແລະ ລະຫວ່າງປະເທດ 9 ບໍລິສັດ ແລະ ໃຫ້ບໍລິການພາຍໃນແຂວງ 34 ບໍລິສັດ ເມື່ອທຽບໃສ່ປີຜ່ານມາ ແມ່ນເພີ່ມຂຶ້ນ 11 ແຫ່ງ, ການບໍລິການດ້ານໄປສະນີ ສາມາດເຊື່ອມໂຍງກັບພາກພື້ນ ແລະ ສາກົນ, ຊຶ່ງສາມາດມອບພັນທະອາກອນເຂົ້າງົບປະມານແຫ່ງຊາດ ຈຳນວນ 12 ຕື້ກວ່າກີບ.

ເພື່ອຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດດິຈິຕ໋ອນ ແຫ່ງຊາດ 5 ປີ (2021-2025) ຂະແໜງການໄປສະນີ ແລະ ໂທລະຄົມມະນາຄົມ ໄດ້ສຸມໃສ່ບັນດາໜ້າວຽກ ຄື: ຂະແໜງການໄປສະນີ: ໄດ້ກຳນົດ 6 ເປົ້າໝາຍ, 18 ແຜນວຽກຈຸດສຸມ, 25 ແຜນງານ ແລະ 16 ໂຄງການທີ່ຕິດພັນກັບການຫັນເປັນດິຈິຕ໋ອນ ແລະ ຂະແໜງການໂທລະຄົມມະນາຄົມ: ຈະຂະຫຍາຍ ເຄືອຂ່າຍໂທລະຄົມມະນາຄົມ ເພື່ອເປັນໂຄງລ່າງພື້ນຖານໃນການຫັນເປັນດິຈິຕ໋ອນ ຂອງ ສປປ ລາວ ໂດຍຮັບປະກັນໃຫ້ສັນຍານໂທລະສັບ 3G, 4G ແລະ 5G ກວມເອົາໄດ້ 100%, 90% ແລະ 50% ຂອງຈໍານວນບ້ານໃນທົ່ວປະເທດ ໃນປີ 2025.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version