Home ຂ່າວພາຍໃນ ຄະນະການນຳ ແຂວງຄໍາມ່ວນ ເຄື່ອນໄຫວຊຸກຍູ້ການພັດທະນາພື້ນຖານໂຄງລ່າງຢູ່ 3 ເມືອງຂອງແຂວງ

ຄະນະການນຳ ແຂວງຄໍາມ່ວນ ເຄື່ອນໄຫວຊຸກຍູ້ການພັດທະນາພື້ນຖານໂຄງລ່າງຢູ່ 3 ເມືອງຂອງແຂວງ

0

ວັນທີ 11 ມີນາ 2023 ຄະນະການນໍາແຂວງຄໍາມ່ວນ ເຊິ່ງນໍາໂດຍ ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄຳມ່ວນ ໄດ້ລົງເຄື່ອນໄຫວຕິດຕາມກວດກາສະພາບ ການພັດທະນາພື້ນຖານໂຄງລ່າງ ຢູ່ທ້ອງຖິ່ນຊົນນະບົດ ຂອງບັນດາເມືອງພາຍໃນແຂວງ, ໂດຍມີທ່ານ ປອ. ສົມສະອາດ ອຸ່ນສີດາ ຮອງເຈົ້າແຂວງຄຳມ່ວນ, ພ້ອມດ້ວຍທ່ານຫົວໜ້າຫ້ອງວ່າການແຂວງ, ຕະຫຼອດຮອດອໍານາດການປົກຄອງເມືອງ ແລະ ພະແນກການທີ່ກ່ຽວຂ້ອງຂອງແຂວງ, ຂະແໜງການຂັ້ນເມືອງ ຮ່ວມຕິດຕາມການເຄື່ອນໄຫວໃນຄັ້ງນີ້.

ໂດຍເລີ່ມຕົ້ນເຄື່ອນໄຫວຕິດຕາມກວດກາ ຊຸກຍູ້ໂຄງການກໍ່ສ້າງສ້ອມແປງເສັ້ນທາງ ແລະ ຂົວ ແຕ່ເຂດທາງແຍກຂອງບ້ານແສນພັນ ເມືອງ ບົວລະພາ ຫາ ຫ້ວຍໂຈນ ເມືອງຍົມມະລາດ ທີ່ມີ ຄວາມຍາວ 17,5 ກິໂລແມັດ, ກວ້າງ 5 ແມັດ, ໃນນັ້ນມີຂົວ ສອງແຫ່ງ ຄື: ຂົວ ຫ້ວຍຫວ້າ ແລະ ຂົວຫ້ວຍມ້າວົນ ພ້ອມທັງຕິດຕາມໂຄງການກໍ່ສ້າງເສັ້ນທາງ ແຕ່ ບ້ານກະຈາມໃຫຍ່ ຫາ ເຂດຈັດສັນ ບ້ານ ກະຈາມໃໝ່, ມີລວງຍາວ 4,14 ກິໂລແມັດ, ກວ້າງ 5 ແມັດ, ໂດຍແມ່ນບໍລິສັດ ໄຊຈະເລີນກຣຸບ ກໍ່ສ້າງຂົວທາງຈໍາກັດເປັນຜູ້ຮັບເໝົາ ລວມມູນຄ່າທັງສອງໂຄງການ ປະມານ 6.736 ລ້ານກີບ ເຊິ່ງໄດ້ຈັດຕັ້ງປະຕິບັດເລີ່ມແຕ່ເດືອນ ຕຸລາ 2022 ເປັນຕົ້ນມາ ຮອດປະຈຸບັນປະຕິບັດໄດ້ 93%, ຄາດວ່າຈະໃຫ້ສຳເລັດການກໍ່ສ້າງໃນທ້າຍເດືອນ ມີນາ 2023 ນີ້, ໂອກາດເຄື່ອນໄຫວຄັ້ງນີ້ ທ່ານເຈົ້າແຂວງ ຄໍາມ່ວນ ຍັງໄດ້ຊີ້ນຳບັນດາຂະແໜງການກ່ຽວຂ້ອງຂັ້ນແຂວງ ແລະ ເມືອງ, ຈົ່ງກວດກາຄືນ ດ້ານເຕັກນິກວິຊາການຕ່າງໆ ໃຫ້ຮັບປະກັນທາງດ້ານຄຸນນະພາບ, ສໍາລັບການກໍ່ສ້າງຂົວທັງສອງແຫ່ງໄດ້ສະເໜີ ໃຫ້ອຳນາດການປົກຄອງທ້ອງຖິ່ນ ສົມທົບກັບ ພະແນກການທີ່ກ່ຽວຂ້ອງຂັ້ນແຂວງ ແລະ ເມືອງ ໃນການວາງແຜນປັບປຸງກໍ່ສ້າງ ໂດຍການມີສ່ວນຮ່ວມປະຊາຊົນ. ນອກນັ້ນ ທ່ານຍັງໄດ້ເຄື່ອນໄຫວຕິດຕາມກວດກາໂຄງການຕິດຕັ້ງກໍ່ສ້າງ ລະບົບຫົວງານຊົນລະປະທານ ບ້ານກະຈາມໃຫຍ່ ແລະ ຈຸດວາງຕາຂ່າຍໄຟຟ້າ ເຂົ້າສູ່ ບ້ານຈັດສັນກະຈາມ ( ໃໝ່ ), ພ້ອມທັງ ພົບປະຢ້ຽມຢາມກັບປະຊາຊົນຂອງບ້ານດັ່ງກ່າວ ໂດຍໄດ້ແນະນໍາສົ່ງເສີມ ໃຫ້ດຸໝັ່ນໃນການທໍາການຜະລິດ ເພື່ອແກ້ໄຂຊີວິດການເປັນຢູ່, ສ້າງເສດຖະກິດຄອບຄົວໃຫ້ຫຼຸດພົ້ນອອກຈາກຄວາມທຸກຍາກ, ປະຈຸບັນ ບ້ານກະຈາມໃຫຍ່ມີທັງໝົດ 134 ຫຼັງຄາເຮືອນ, 147 ຄອບຄົວ, ພົນລະເມືອງ 629 ຄົນ, ເນື້ອທີທໍາການຜະລິດນາປີ 187 ເຮັກຕາ ແລະ ນາແຊງ 70 ເຮັກຕາ ເຊິ່ງເປົ້າໝາຍໃນການພັດທະນາພື້ນຖານໂຄງລ່າງກໍ່ເພື່ອແນໃສ່ສ້າງເງື່ອນໄຂອໍານວຍຄວາມສະດວກ ໃຫ້ແກ່ການດໍາລົງຊີວິດ ຂອງຊາຊົນ ໃນທ້ອງຖິ່ນດັ່ງກ່າວໄດ້ຮັບການພັດທະນານັບມື້ນັບດີຂື້ນ.

ໃນວັນດຽວກັນ ທ່ານ ເຈົ້າແຂວງຄຳມ່ວນ ພ້ອມດ້ວຍຄະນະຍັງໄດ້ເຄື່ອນໄຫວ ກວດກາ ການຂະຫຍາຍລະບົບຕາໜ່າງເສັ້ນທາງຄົມມະນາຄົມເຂົ້າສູ່ບ້ານໂພນເຫຼັກ ເມືອງ ມະຫາໄຊ, ພ້ອມທັງຢ້ຽມຊົມຂອບເຂດທີ່ຕັ້ງຂອງ ບ້ານ, ນອກນັ້ນ, ຍັງໄດ້ກວດກາ ຈຸດເປົ້າໝາຍທີ່ຈະກໍ່ສ້າງແລວຕາຂ່າຍໄຟຟ້າ ເຂົ້າຫາ ບ້ານ ສອກບໍ ແລະ ເຂດທີ່ຈະຈັດສັນ ຂອງ ບ້ານແກ້ງແປ ເມືອງເຊບັ້ງໄຟ ອີກດ້ວຍ.

#Medialaos#ມີເດຍລາວ #https://khammouanenews.com/#ແຂວງຄຳມ່ວນ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version