Home ຂ່າວພາຍໃນ ໄຊຍະບູລີ ມອບ – ຮັບ ພາຫະນະລົດ ທີ່ນໍາເຂົ້າບໍ່ຖືກຕ້ອງ

ໄຊຍະບູລີ ມອບ – ຮັບ ພາຫະນະລົດ ທີ່ນໍາເຂົ້າບໍ່ຖືກຕ້ອງ

0

ປະຕິບັດຕາມບົດບັນທຶກກອງປະຊຸມຄະນະກໍາມະການຮ່ວມມື ຮັກສາຄວາມສະຫງົບຮຽບຮ້ອຍ ຕາມຊາຍແດນລາວ – ໄທ, ແຂວງໄຊຍະບູລີ – ຈັງຫວັດອຸດຕະລະດິດ ຄັ້ງທີ 7 ໃນວັນທີ 17 ພຶດສະພາ 2017 ທີ່ຈັງຫວັດອຸດຕະລະດິດ ຣາຊະອານາຈັກໄທ, ການແຈ້ງຂອງເຈົ້າໜ້າທີ່ ປກສ ເມືອງທົ່ງມີໄຊ ແລະ ເມືອງບໍ່ແຕນ ຄັ້ງວັນທີ 15 ແລະ ວັນທີ 17 ກຸມພາ 2023 ແລະ ໜັງສືຂອງ ຈັງຫວັດອຸດຕະລະດິດ ສະບັບເລກທີ ອຕ 0017.3/2917, ລົງວັນທີ 8 ມີນາ 2023 ນັ້ນ, ໃນຕອນແລງຂອງວັນທີ 9 ມີນາ 2023 ນີ້, ຢູ່ທີ່ດ່ານສາກົນຂົວມິດຕະພາບນໍ້າເຫືອງເມືອງແກ່ນທ້າວ ໄດ້ມີພິທີມອບ – ຮັບພາຫະນະລົດໃຫຍ່ ລະຫວ່າງແຂວງໄຊຍະບູລີ ກັບ ຈັງຫວັດອຸດຕະລະດິດ ຈໍານວນ 4 ຄັນຄື: ລົດຍີ່ຫໍ້ ໂຕໂຢຕ້າ ວີໂກ້ ( TOYOTA VIGO ) ສະມາດແຄັບ ປະເພດກະບະ ສີປອນເງິນ 1 ຄັນ, ລົດຍີ່ຫໍ້ ໂຕໂຢຕ້າ ຣີໂວ ( TOYOTA REVO ) ສະມາດແຄັບ ປະເພດ ກະບະ ສີຂາວ 1 ຄັນ, ລົດຍີ່ຫໍ້ ໂຕໂຢຕ້າ ວີໂກ້ ( TOYOTA VIGO ) ປະເພດກະບະ 4 ປະຕູ ສີດໍາ 1 ຄັນ ແລະ ລົດຍີ່ຫໍ້ ອີຊູຊຸ ( IZUZU ) ປະເພດກະບະ 4 ປະຕູ ສີຂາວ 1 ຄັນ.

ລົດຈໍານວນດັ່ງກ່າວ ແມ່ນລົດທີ່ກຸ່ມຄົນບໍ່ດີໄດ້ລັກລອບນໍາເຂົ້າ ສປປ ລາວ ບໍ່ຖືກຕ້ອງຕາມກົດໝາຍ. ດ້ວຍເຫດນີ້, ແຂວງໄຊຍະບູລີ ຈຶ່ງໄດ້ມອບລົດ ຈໍານວນ 4 ຄັນດັ່ງກ່າວ ໃຫ້ກັບຈັງຫວັດອຸດ ຕະລະດິດ ຣາຊະອານາຈັກໄທ. ຕາງໜ້າຝ່າຍແຂວງໄຊຍະບູລີ ມອບໂດຍ ທ່ານ ອໍາຄາ ລັດສະໝີ ເຈົ້າເມືອງແກ່ນທ້າວ ແລະ ຕາງໜ້າຝ່າຍຈັງຫວັດອຸດຕະລະດິດ ຮັບໂດຍ ທ່ານ ສາມາດ ອິນທະປັນຍາ ນາຍອໍາເພີບ້ານໂຄກ ໂດຍຊ່ອງໜ້າຄະນະກໍາມະການທັງ ສອງຝ່າຍທີ່ເຂົ້າຮ່ວມ.

…………………….

ຂ່າວ: ຫ້ອງການ ຖວທ ເມືອງແກ່ນທ້າວ

#Media Laos #sayaboury.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version