Home ຂ່າວພາຍໃນ ກອງ​ປະ​ຊຸມ​ຈັດ​ຕັ້ງ​ຜັນ​ຂະ​ຫຍາຍ ​ເນື້ອ​ໃນ​ຜົນ​ສະ​ເລັດ ກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນຊຸດ​ທີ 4 ຂອງ​ສະ​ພາ​ແຫ່ງ​ຊາດ ຊຸດທີ IX ແລະ ສະ​ພາ​ປະ​ຊາ​ຊົນ​ແຂວງ​ຜົ້ງ​ສາ​ລີ ຊຸດ​ທີ II

ກອງ​ປະ​ຊຸມ​ຈັດ​ຕັ້ງ​ຜັນ​ຂະ​ຫຍາຍ ​ເນື້ອ​ໃນ​ຜົນ​ສະ​ເລັດ ກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນຊຸດ​ທີ 4 ຂອງ​ສະ​ພາ​ແຫ່ງ​ຊາດ ຊຸດທີ IX ແລະ ສະ​ພາ​ປະ​ຊາ​ຊົນ​ແຂວງ​ຜົ້ງ​ສາ​ລີ ຊຸດ​ທີ II

0

ກອງ​ປ​ະ​ຊຸມ​ດັ່ງ​ກ່າວ​ໄດ້​ຈັດ​ຂື້ນ​ໃນ​ຕອນ​ເຊົ້າ​ຂອງ ວັນທີ 7 ມີ​ນາ 2023 ນີ້ ສອນ​ທີ​ສະ​ໂມ​ສອນ​ #ເມືອງ​ໃໝ່ ແຂວງ​ຜົ້ງ​ສາ​ລີ ໂດຍ​ພາຍ​ໃຕ້​ການ​ເປັນ​ປະ​ທານ​ຮ່ວມຂອງ ທ່ານ ນ ຈັນ​ມະ​ນີ ດວງ​ພາ​ສຸກ ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ ປະ​ທານ​ເລດ​ເລືອກ​ຕັ້ງ2 ແຂວງ​ຜົ້ງ​ສາ​ລີ ຄະ​ນ​ະ​ປະ​ຈຳ​ສະ​ພາ​ແຂວງ ປະ​ທານ​ຄະ​ນະ​ກຳ​ມະ​ການ​ເສດ​ຖະ​ກິດ, ແຜນ​ການ ແລະ ການ​ເງິນ ສະ​ພາ​ປະ​ຊາ​ຊົນ​ແຂວງ, ທ່ານ ທອງ​ຄູນ ໄຊ​ຍະ​ຄອນ ຫົວ​ໜ້າ​​ຄະ​ນະສະ​ມາ​ຊິກ​ສະ​ພາ​ປະ​ຊາ​ຊົນ​ແຂວງ​ປະ​ຈຳ​ເມືອງ , ທ່ານ ສົມ​ປານ ຈັນ​ທະ​ລາ ຮອງຫົວ​ໜ້າ​​ຄະ​ນະສະ​ມາ​ຊິກ​ສະ​ພາ​ປະ​ຊາ​ຊົນ​ແຂວງ​ປະ​ຈຳ​ເມືອງ ແລະ ທ່ານ ຄະ​ນະສະ​ມາ​ຊິກ​ສະ​ພາ​ປະ​ຊາ​ຊົນ​ແຂວງ​ປະ​ຈຳ​ເມືອງ ມີ​ບັນ​ດາ ຄະ​ນະ​ປະ​ຈຳ​ພັກ​ເມືອງ, ກຳ​ມະ​ການ​ປະ​ຈຳ​ພັກ​ເມືອງ, ກຳ​ມະ​ການ​ພັກ​ເມືອງ,ຫົວ​ໜ້າ-ຮອງ​ຫົວ​ໜ້າ​ຫ້ອງ​ການ, ພະ​ນັກ​ງານ​ລັດ​ຖະ​ກອນ ເຂົ້າ​ຮ່ວມ​ຢ່າງ​ພ້ອມ​ພຽງ

ໃນ​ກອງ​ປະ​ຊຸມ​ດັ່ງ​ກ່າວ ທ່ານ ນ ຈັນ​ມະ​ນີ ດວງ​ພາ​ສຸກ ໄດ້​ຂື້ນ​ກ່າວ​ເປີດກອງ​ປະ​ຊຸມ​ຢ່າງ​ເປັນ​ທາງ​ການ ພ້ອມ​ທ​ັງ​ຜ່ານ​ບັນ​ດາ​ເນື້ອ​ໃນ​ມະ​ຕິ​ຜົນ​ສຳ​ເລັດ​ກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ ເທື​ື່​ອ​ທີ 4 ຂອງ​ສະ​ພາ​ແຫ່ງ​ຊາດ ຊຸດ​ທີ IX ​ສະ​ບັບ​ເລກ​ທີ 76, 7, 82, 83, 84/ສ​ພ​ຊ, ຈາກ​ນັ້ນ ທ່ານ ທອງ​ຄູນ ໄຊ​ຍະ​ຄອນ ​​ໄດ້ຂື້ນຜ່ານ​ເນື້ອ​ໃນ​ມະ​ຕິ​ຜົນ​ສຳ​ເລັດ​ກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ ເທື​ື່​ອ​ທີ 4 ຂອງ​ສະ​ພາ​ແຫ່ງ​ຊາດ ຊຸດ​ທີ IX ​ສະ​ບັບ ​ເລກ​ທີ 78, 9, 80, 81/ສ​ພ​ຊ ແລະ ກົດ​ໝາຍ 12 ສະ​ບັບ, ພ້ອມ​ນັ້ນ ທ່ານ ນ ບົວ​ວັນ ສູນ​ທອນ​ວິ​ຈິດ ຜ່ານ​ເນື້ອ​ໃນ​ມະ​ຕິ​ຜົນ​ສຳ​ເລັດ​ກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ ເທື​ື່​ອ​ທີ 4 ຂອງ​ສະ​ພາ​ແຫ່ງ​ຊາດ ຊຸດ​ທີ II ສະ​ບັບ​ເລກ​ທີ 10, 11, 12,17, 18/ສ​ພ​ຊ, ແລນ ທ່ານ ນ ບົວ​ວັນ ສູນ​ທອນ​ວິ​ຈິດ ​​ ໄດ້ຜ່ານ​ເນື້ອ​ໃນ​ມະ​ຕິ​ຜົນ​ສຳ​ເລັດ​ກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ ເທື​ື່​ອ​ທີ 4 ຂອງ​ສະ​ພາ​ແຫ່ງ​ຊາດ ຊຸດ​ທີ II ສະ​ບັບ​ເລກ​ທີ 13, 14, 15,16/ສ​ພ​ຊ ​ພ້ອມ​ດຽວ​ກັນ​ນັ້ນ​ຜູ້​ແທນກອງ​ປະ​ຊຸມ​ກໍ​ຖັດ​ປ່ຽນ​ກັນ​ມີ​ຄຳ​ເຫັນ ສະ​ເໜີ​ຕໍ່ກອງ​ປະ​ຊຸມ, ເຊິງກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ ເທື​ື່​ອ​ທີ 4 ຂອງ​ສະ​ພາ​ແຫ່ງ​ຊາດ ຊຸດ​ທີ IX ລວ​ມ​ມີ 22 ມະ​ຕິ, ໃນ​ນີ້ ວຽກ​ງານ​ຂົງ​ເຂດ​ລັດ​ຖະ​ບານ 4 ມະ​ຕິ, ວຽກ​ງານ​ຂົງ​ເຂດກວດ​ສອບ ແລະ ກວດ​ກາ​ແຫ່ງ​ລັດ 2 ມະ​ຕິ, ວຽກ​ງານ​ຂົງ​ເຂດ​ສານ​ປະ​ຊາ​ຊົນ​ສູງ​ສຸດ ແລະ ອົງ​ການ​ໄອ​ຍະ​ການ​​ປະ​ຊາ​ຊົນສູງ​ສຸ​ດ 2 ມະ​ຕິ, ວຽກ​ງານ​ຂົດ​ເຂດ​ສະ​ພາ 2 ມະ​ຕິ, ແລະ ວຽກ​ງານ​ສ້າງ ແລະ ປັບ​ປຸງ​ກົດ​ໝາຍ 12 ສະ​ບັບ.

ໃນ​ຕອນ​ທ້າຍກອງ​ປະ​ຊຸມ ທ່ານ ນ ຈັນ​ມະ​ນີ ດວງ​ພາ​ສ​ຸກ ໄດ້​ຂື້ນ​ມີ​ຄຳ​ເຫັນ​ໂອ້​ລົມ ພ້ອມ​ທັງ​ຮຽບ​ຮ້ອງ​ມາ​ຍັງ​ທຸກ​ພາກ​ສ່ວນ​ເຊື້ອ​ໝັ້ນ​ຕໍ່​ການ​ນຳ​ພາ-ຊີ້​ພາ ຂອງ​ພັກ-ລັດ​ຂັ້ນ​ເທິງ ປະ​ຕິ​ບັດ​ລະ​ບຽບ​ຂອງ​ພັກ, ກົດ​ໝາຍ​ຂອງ​ລັດ​ວາງ​ອອກ ເອົາ​ໃຈ​ໃສ່​ສຶກ​ສາ​ອົບ​ຮົມ​ການ​ເມືອງ​ແນວ​ຄິດ​ຢ່າງ​ຕັ້ງ​ໜ້າ​ເລິກ​ເຊິ່ງ ແລະ ພ້ອມ​ກັນ​ນຳ​ເອົາ​ບັນ​ດາ​ນິ​ຕິ​ກຳ, ເນື້ອ​ໃນ​ກອງ​ປະ​ຊຸມ ໄປ​ຈັດ​ຕັ້ງ​ຜັນ​ຫຍາຍ ແລະ ນຳ​ໃຊ້​ໃນ​ການ​ດຳ​ລົງ​ຊີ​ວິດ​ຕົວ​ຈິງ ໃຫ້​ໄດ້​ຮັບ​ຜົນ​ດີ​ຕາມ​ຄາດ​ໝາຍ​ທີ່​ວາງ​ໄວ້.

#ພາບ ຂ່າວ ວັນ​ວິ​ໄລ ຖວ​ທ ເມືອງ​ໃໝ່.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version