Home ຂ່າວພາຍໃນ ທ່ານ ເຈົ້າແຂວງສະຫັວນະເຂດ ລົງຊຸກຍູ້ ເພື່ອປັບປຸງການທ່ອງທ່ຽວ ຢູ່ວັດໜອງລຳຈັນ ແລະ ດົງລີງ ທີ່ເມືອງຈຳພອນ

ທ່ານ ເຈົ້າແຂວງສະຫັວນະເຂດ ລົງຊຸກຍູ້ ເພື່ອປັບປຸງການທ່ອງທ່ຽວ ຢູ່ວັດໜອງລຳຈັນ ແລະ ດົງລີງ ທີ່ເມືອງຈຳພອນ

0

ມາໃນວັນທີ 8 ມີນາ 2023 ນີ້ ການນຳຂັ້ນສູງຂອງແຂວງ ນຳໂດຍ ທ່ານ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງໆສະຫັວນນະເຂດ ພ້ອມຄະນະ ແລະ ພະແນກການຕ່າງໆຂັ້ນແຂວງ ໄດ້ລົງເຄື່ອນໄຫວ ຊຸກຍູ້ ເພື່ອວາງແຜນພັດທະນາ ແຫຼ່ງທ່ອງທ່ຽວທີ່ເມືອງຈຳພອນ

ໂດຍ ການຕ້ອນຮັບ ຂອງທ່ານ ປອ ພູລຳພອນ ສີຫາວົງ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງໆຈຳພອນ ພ້ອມຄະນະ, ແລະ ພໍ່ແມ່ປະຊາຊົນ ໃຫ້ກຽດຕ້ອນຮັບຢ່າງອົບອຸ່ນ,ໃນການລົງເຄື່ອນໄຫວໃນຄັ້ງນີ້,ກໍຍັງໄດ້ຮັບຟັງ ການລາຍງານ ຈາກ ນາຍບ້ານ ບ້ານ ໝອງລຳຈັນ ແລະ ນາຍບ້ານດົງເມືອງ ກ່ຽວກັບປະຫັວດ ຄວາມເປັນມາທັງສອງແຫຼ່ງ,ທີ່ຖືວ່າເປັນແຫຼ່ງທ່ອງທ່ຽວໜຶ່ງທີ່ສຳຄັນທາງດ້ານປະຫັວດສາດ ແລະ ທຳມະຊາດ,ໃນຂະນະດຽວກັນ ທ່ານ ເຈົ້າແຂວງ ພ້ອມຄະນະ ກໍໄດ້ຂື້ນສັກກາລະບູຊາສະຖານທີ່ສັກສິດທີ່ ວັດໝອງລຳຈັນ ຈາກນັ້ນຍັງໄດ້ຕິດຕາມ ໃນການກໍ່ສ້າງຊົນລະປະທານ ຫ້ວຍພະແລງ ທີ່ຍັງບໍ່ທັນສຳເລັດ.

#savannakhet#medialaos

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version