Home ຂ່າວພາຍໃນ ເມືອງເຊໂປນປາຖະກະຖາວັນແມ່ຍິງສາກົນ 8 ມີນາ ຄົບຮອບ 113 ປີ

ເມືອງເຊໂປນປາຖະກະຖາວັນແມ່ຍິງສາກົນ 8 ມີນາ ຄົບຮອບ 113 ປີ

0

ເນື່ອງໃນໂອກາດສະເຫຼີມສະຫຼອງ ວັນແມ່ຍິງສາກົນ ວັນທີ 8 ມີນາ 1910 ຫາ ວັນທີ 8 ມີນາ 2023 ທີ່ໄດ້ໝູນວຽນມາບັນຈົບຄົບຮອບ 113 ປີພໍດີ ດັ່ງນັ້ນມາໃນຕອນເຊົ້າຂອງວັນທີ 7 ມີນາ 2023 ນີ້ຢູ່ສະໂມສອນເມືອງເຊໂປນ ແຂວງສະຫວັນນະເຂດໄດ້ຈັດພິທີສະເຫຼີມສະຫຼອງວັນແມ່ຍິງສາກົນຂຶ້ນ ໂດຍພາຍໃຕ້ການເປັນປະທານຂອງທ່ານ ບຸນລ້ອມ ສຸພາມີໄຊ ຮອງເລຂາພັກເມືອງ ຜູ້ຊີ້ນຳວຽກພັກ-ພະນັກງານ, ມີບັນດາຄະນະປະຈຳພັກເມືອງ, ກຳມະການພັກເມືອງ,ຄະນະບໍລິຫານງານສະຫະພັນຍິງເມືອງ, ຄະນະປະທານສະຫະພັນແມ່ຍິງໜ່ວຍ, ຮາກຖານ, ບ້ານ ພ້ອມດ້ວຍສະມາຊິກແມ່ຍິງເຂົ້າຮ່ວມທັງໝົດ 343 ຄົນ, ຍິງ 297 ຄົນ.

ໃນພິທີບັນດາແຂກເຂົ້າຮ່ວມກໍ່ໄດ້ຮັບຊົມການສະແດງສິລະປະວັນນະຄະດີຈາກນ້ອງນັກຮຽນ ມສ ນາບໍ່, ໃນພິທີທ່ານ ນາງ ໄຂ່ແກ້ວ ວົງຫາຈັກ ປະທານສະຫະພັນແມ່ຍິງເມືອງ ກໍ່ໃຫ້ກຽດຂື້ນຜ່ານບົດສະຫຼຸບວຽກງານ 1 ປີ 2022 ຂອງຫ້ອງການສະຫະພັນແມ່ຍິງເມືອງ, ທົ່ວເມືອງມີສະຫະພັນແມ່ຍິງ 88 ບ້ານ, 13 ຮາກຖານ ແລະ 26 ໜ່ວຍ, ມີສະມາຊິກແມ່ຍິງທັງໝົດ 10.536 ລັດຖະກອນເພດຍິງຈຳນວນ 441 ຄົນ,ສະມາຊິກສະຫະພັນແມ່ຍິງທີ່ເປັນສະມາຊິກພັກຈຳນວນ 501 ສະຫາຍ ( ກວມ 23,9% ) ຂອງສະມາຊິກພັກທັງໝົດ 1.975 ສ້າງຕັ້ງສະມາຄົມແມ່ຍິງ ແລະ ເດັກນ້ອຍ ແລະ ປະເມີນບ້ານສິດສະເໝີພາຍບິງ-ຊາຍໄດ້ 78 ບ້ານ, ວຽກກອງທຶນປະຈຸບັນມີສະມາຊິກທານຸເຄາະທັງໝົດ 1.163 ຄົນ, ຍິງ 821 ຄົນ, ຊາຍ 342 ຄົນ, ຈາກນັ້ນທ່ານ ບຸນລ້ອມ ສຸພາມີໄຊ ຮອງເລຂາພັກເມືອງ ຜູ້ຊີ້ນຳວຽກພັກ-ພະນັກງານ ກໍ່ໃຫ້ກຽດປາຖະກະຖາປະຫວັດຄວາມເປັນມາຂອງວັນແມ່ຍິງສາກົນ ເຊິ່ງໄດ້ກຳເນີດເກີດຂື້ນໃນສະພາບເສດຖະກິດຂອງພວກສັກດີນາ ແລະ ນາຍທຶນເຊິ່ງມັນໄດ້ສ້າງຄວາມຮັ່ງມີໃຫ້ແກ່ພວກນາຍທຶນ ແຕ່ຊໍ່າພັດຍິ່ງເພີ່ມຄວາມທຸກຍາກລໍາບາກໃຫ້ແກ່ຊາວຜູ້ອອກແຮງງານ ເວົ້າລວມເວົ້າສະເພາະແມ່ນກຳມະກອນເພດຍິງທີ່ໄດ້ຖືກພວກນາຍທຶນກົດຂີ້ຂູດຮີດຢ່າງໜັກໜ່ວງ, ເຮັດວຽກຫຼາຍຊົ່ວໂມງ ແຕ່ໄດ້ຮັບຄ່າແຮງງານດ້ວຍລາຄາຖືກ, ເຮັດວຽກບໍ່ມີການຮັບປະກັນ, ບໍ່ມີລະບອບປົກປັກຮັກສາສຸຂະພາບຂອງແມ່ຍິງ ແລະ ເດັກນ້ອຍ ດັ່ງນັ້ນກຳມະກອນແມ່ຍິງຈຶ່ງຮູ້ສຶກຄຽດແຄ້ນຈຶ່ງໄດ້ສາມັກຄີກັນລຸກຂື້ນຕໍ່ສູ້ທວງໃຫ້ພວກນາຍທຶນຶເຊິ່ງແມ່ນເຈົ້າຂອງໂຮງຈັກໂຮງງານຕ້ອງໄດ້ແກ້ໄຂຊີວິດການເປັນໃຫ້ເຂົາເຈົ້າ, ຫຼັງຈາກນັ້ນກໍ່ໄດ້ມີການມອບຂອງຂວັນ ແລະ ກະຕ່າຂອງຂວັນທີ່ລະນຶກໃນຄັ້ງນີ້ອີກດ້ວຍ

#savannakhet#medialaos

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version