Home ສຶກສາ ວຕລຢ-ສະມາຄົມທຸລະກິດເຄື່ອງເຢັນລາວ ສົ່ງເສີມວຽກງານດ້ານວິຊາການໃຫ້ມີຄຸນນະພາບ

ວຕລຢ-ສະມາຄົມທຸລະກິດເຄື່ອງເຢັນລາວ ສົ່ງເສີມວຽກງານດ້ານວິຊາການໃຫ້ມີຄຸນນະພາບ

0

ວິທະຍາໄລເຕັກນິກລາວ-ເຢຍລະມັນ ຫຼື ວຕລຢ ແລະ ສະມາຄົມທຸລະກິດເຄື່ອງເຢັນລາວ ໄດ້ຮ່ວມມືກັນ ໄລຍະ 3 ປີ ຊ່ວຍສົ່ງເສີມວຽກງານທາງດ້ານວິຊາການ ເພື່ອສ້າງບຸກຄະລາກອນໃນສາຂາການຕິດຕັ້ງ, ສ້ອມແປງ ເຄື່ອງທຳຄວາມເຢັນ-ເຄື່ອງປັບອາກາດໃຫ້ມີຄຸນນະພາບ ສອດຄ່ອງກັບຄວາມຕ້ອງການຂອງຕະຫຼາດແຮງງານຢ່າງມີປະສິດທິພາບ ແລະ ປະສິດທິຜົນ.

ພິທີເຊັນສັນຍາການຮ່ວມມືທາງດ້ານວິຊາການ ລະຫວ່າງ ວິທະຍາໄລເຕັກນິກລາວ-ເຢຍລະມັນ ແລະ ສະມາຄົມທຸລະກິດເຄື່ອງເຢັນລາວ ໄດ້ມີຂຶ້ນເມື່ອບໍ່ດົນມານີ້ ທີ່ວິທະຍາໄລດັ່ງກ່າວ, ໂດຍຕາງໜ້າລົງນາມຂອງທ່ານ ຄຳສະໄຫວ ຍ່ອມມີລາວົງ ຜູ້ອຳນວຍການ ວິທະຍາໄລເຕັກນິກລາວ-ເຢຍລະມັນ ແລະ ທ່ານ ເຂັມພອນ ຈັນທະວອນ ປະທານສະມາຄົມທຸລະກິດເຄື່ອງເຢັນລາວ, ມີທ່ານ ໜູພັນ ອຸດສາ ຫົວໜ້າກົມອາຊີວະສຶກສາ, ທ່ານ ວຽງສອນ ເລືອງຄຳສິງ ຮອງຫົວໜ້າພະແນກຄຸ້ມຄອງອົງການຈັດຕັ້ງສັງຄົມ ກົມພັດທະນາບໍລິຫານລັດ ກະຊວງພາຍໃນ, ທ່ານ ສັກສີ ວິໄລສັກ ວິຊາການອາວຸໂສ ກົມຄຸ້ມຄອງການປ່ຽນແປງສະພາບດິນຟ້າອາກາດ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ພ້ອມດ້ວຍບັນດາຮອງຜູ້ອຳນວຍການ, ຮອງປະທານ, ຄະນະສາມາຄົມເຄື່ອງເຢັນ, ວິຊາການຈາກກົມພັດທະນາບໍລິຫານລັດ ກະຊວງພາຍໃນ, ຫົວໜ້າພະແນກ/ພາກວິຊາ, ຄະນະຮັບຜິດຊອບ ຕະຫຼອດຮອດຄູ ແລະ ນັກສຶກສາ ໃນສາຂາທີ່ກ່ຽວຂ້ອງຮ່ວມເປັນສັກຂີພິຍານ.

ການຮ່ວມມືກັນຂອງສອງຝ່າຍໃນຄັ້ງນີ້, ແມ່ນມີໄລຍະ 3 ປີ ໂດຍຈະພ້ອມກັນສ້າງບຸກຄະລາກອນໃນສາຂາການຕິດຕັ້ງ, ສ້ອມແປງ ເຄື່ອງທຳຄວາມເຢັນ-ເຄື່ອງປັບອາກາດໃຫ້ມີຄຸນນະພາບ ເພື່ອໃຫ້ສອດຄ່ອງກັບຄວາມຕ້ອງການຂອງຕະຫຼາດແຮງງານ; ແລກປ່ຽນທາງດ້ານວິຊາການ ເຊັ່ນ: ປັບປຸງຫຼັກສູດ, ສ້າງຄູ່ມື; ຍົກລະດັບຄວາມຮູ້, ທັກສະຂອງຄູ ແລະ ພະນັກງານ ໂດຍການຈັດຕັ້ງການຝຶກອົບຮົມແລກປ່ຽນປະສົບການ ທັງພາຍໃນ ແລະ ຕ່າງປະເທດ ແລະ ຈັດຕັ້ງການຮຽນການສອນອາຊີວະສຶກສາແບບຄວບຄູ່ (Dual Cooperative Training (DCT)) ໃນສາຂາການຕິດຕັ້ງ ແລະ ສ້ອມແປງເຄື່ອງທໍາຄວາມເຢັນ-ເຄື່ອງປັບອາກາດຢ່າງມີຄຸນນະພາບ ແລະ ປະສິດທິຜົນເປັນວົງກວ້າງ.

ໃນພິທີ, ທ່ານ ໜູພັນ ອຸດສາ ໄດ້ຍົກໃຫ້ເຫັນເຖິງຄວາມໝາຍສຳຄັນ ແລະ ບົດບາດຂອງສະຖານປະກອບການ ໃນການປະກອບສ່ວນເຂົ້າໃນການພັດທະນາມາດຖານອາຊີບ, ການພັດທະນາຫຼັກສູດ ແລະ ຈັດການຮຽນການສອນອາຊີວະສຶກສາ ແລະ ຝຶກອົບຮົມວິຊາຊີບໃນຮູບແບບຕ່າງໆ. ພ້ອມດຽວກັນນັ້ນ, ໄດ້ຮຽກຮ້ອງໃຫ້ຄູ່ຮ່ວມສັນຍາ ແລະ ທຸກພາກສ່ວນທີ່ກ່ຽວຂ້ອງ ຈົ່ງພ້ອມກັນວາງແຜນຈັດຕັ້ງປະຕິບັດແຕ່ລະໄລຍະ, ມີການຕິດຕາມກວດກາ, ຖອດຖອນບົດຮຽນຮ່ວມກັນຢ່າງເປັນປົກກະຕິ ເພື່ອຮັບປະກັນຜົນສຳເລັດ ຂອງການຮ່ວມມື.

ຂ່າວໂດຍ ສົງການ ພັນແພງດີ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version