ໃນໂອກາດເປີດສົກຮຽນໃໝ່ ສົກຮຽນ 2025-2026 ຢ່າງເປັນທາງການ ທີ່ໂຮງຮຽນມັດທະຍົມສົມບູນວຽງຈັນ (ມສ ວຽງຈັນ) ນາງ ພອນທິບ ໄຊຍະສິດທິເດດ ນັກຮຽນຊັ້ນ ມ5/1 ຂອງ ມສ ວຽງຈັນ ໄດ້ສະແດງຄວາມຮູ້ສຶກຂອງຕົນໃນວັນເປີດສົກຮຽນໃໝ່ວັນທີ 1 ກັນຍາ 2025 ທີ່ໂຮງຮຽນ ມສ ວຽງຈັນ ວ່າ: ຕົນເອງຈະຕັ້ງໃຈຝຶກຝົນຫຼໍ່ຫຼອມຕົນເອງໃຫ້ຮູ້ຈັດວາງແຜນການຮຽນ, ເອົາໃຈໃສ່ກັບວຽກບ້ານທີ່ຄູ-ອາຈານມອບໃຫ້ຖືສໍາຄັນໃນການປະຕິບັດກົດລະບຽບຂອງໂຮງຮຽນ ຈະພະຍາຍາມບໍ່ເຮັດຜິດກົດລະບຽບທີ່ໂຮງຮຽນວາງອອກ.

ສໍາລັບວິຊາທີ່ມັກຮຽນຫຼາຍກວ່າໝູ່ແມ່ນວິຊາປະຫວັດສາດ ເພາະຢາກຮຽນຮູ້ກ່ຽວກັບຄວາມເປັນມາຂອງປະຫວັດສາດ; ທ້າວ ແສງເງິນ ອຸດົມ ນັກຮຽນຊັ້ນ ມ5/2 ມສ ວຽງຈັນ ໄດ້ສະແດງຄວາມຮູ້ສຶກໃນໂອກາດດັ່ງກ່າວວ່າ: ຕົນເອງຮູ້ສຶກດີໃຈຫຼາຍ ທີ່ໄດ້ເຫັນໝູ່ເພື່ອນໃນມື້ເປີດສົກຮຽນໃໝ່ ສໍາລັບຕົນເອງມີຄວາມພ້ອມເຕັມທີ່ ໂດຍຈະຕັ້ງໃຈຄົ້ນຄວ້າຮໍ່າຮຽນ ຟັງຄໍາອະທິບາຍເວລາທີ່ອາຈານສອນບົດຮຽນໃນຫ້ອງ ບໍ່ບົນແຊວ, ເອົາໃຈໃສ່ປະຕິບັດກົດລະບຽບຂອງໂຮງຮຽນ ປະຕິບັດໂມງເຂົ້າຮຽນຢ່າງເຂັ້ມງວດ ເພື່ອໃຫ້ກາຍເປັນນັກຮຽນເກັ່ງ ແລະ ນາງ ພອນທິດາ ສີສູນທອນ ນັກຮຽນຊັ້ນ ມ3 ໂຮງຮຽນ ມສ ວຽງຈັນ ໄດ້ໃຫ້ສໍາພາດວ່າ: ຕົນເອງມີຄວາມຮູ້ສຶກດີໃຈທີ່ໄດ້ຫວນຄືນມາພົບໝູ່ເພື່ອນ ເໝືອນໄດ້ພັດທະນາຕົນເອງໂດຍຜ່ານກິດຈະກໍາຕ່າງໆຂອງໂຮງຮຽນອີກຄັ້ງ ແລະ ຈະໄດ້ຮຽນຮູ້ສິ່ງໃໝ່ໆ ໃນສົກຮຽນນີ້ ຕົນຈະຕັ້ງໃຈສຶກສາຮໍ່າຮຽນເນື່ອງຈາກວ່າຈະເກັບຄະແນນໃນການສອບເສັງ ເພື່ອໃຫ້ໄດ້ຄະແນນທີ່ດີ ຂຶ້ນຫ້ອງ ມ4 ນອກຈາກຄົ້ນຄວ້າບົດຮຽນນໍາຄູ-ອາຈານແລ້ວ ຍັງຕ້ອງຄົ້ນຄວ້ານໍາໝູ່ຄູ່, ຄົ້ນຄວ້າຢູ່ເຮືອນ ແລະ ຊອກຮູ້ດ້ວຍຕົນເອງໃຫ້ຫຼາຍຂຶ້ນ, ສໍາລັບວິຊາທີ່ມັກແມ່ນວິຊາພາສາລາວ.