Home ທຸລະກິດ ເຂດເສດຖະກິດພິເສດນະຄອນຫລວງວຽງຈັນ ຍັງຕ້ອງ ການແຮງງານຈໍານວນຫລາຍ

ເຂດເສດຖະກິດພິເສດນະຄອນຫລວງວຽງຈັນ ຍັງຕ້ອງ ການແຮງງານຈໍານວນຫລາຍ

0

ມາຮອດປັດຈຸບັນ, ເຂດເສດຖະກິດພິເສດນະຄອນຫລວງວຽງຈັນ ສາມາດສ້າງວຽກເຮັດງານທໍາໄດ້ແລ້ວ ຈໍານວນ 6.296 ຄົນ, ໃນນີ້ ເປັນແຮງງານລາວ 5.203 ຄົນ ແລະ ແຮງງານຕ່າງປະເທດ 1.093 ຄົນ. ຄາດວ່າໃນປີ 2023 ນີ້ ເຂດດັ່ງກ່າວຈະສ້າງວຽກເຮັດງານທໍາໃຫ້ແຮງງານລາວໄດ້ຕື່ມອີກບໍ່ຫລຸດ 2.000 ຄົນ.

ທ່ານ ໄກນະຄອນ ທໍາມະວອນ, ຮອງຫົວໜ້າຄະນະຄຸ້ມຄອງເຂດເສດຖະກິດພິເສດ ນະຄອນຫລວງວຽງຈັນ ໃຫ້ສໍາພາດຕໍ່ສື່ມວນຊົນເມື່ອບໍ່ດົນມານີ້ວ່າ: ເຂດເສດຖະກິດພິເສດ ນະຄອນຫລວງວຽງຈັນ ສາມາດສ້າງວຽກເຮັດງານ ທໍາໄດ້ດີສົມຄວນ, ໃນນີ້ ສະເພາະແຮງງານຕ່າງປະເທດ 1.093 ຄົນ ແມ່ນແຮງງານທີ່ເປັນເຕັກນິກທາງດ້ານວິຊາການຕ່າງໆ ເຊີ່ງເຮັດວຽກຢູ່ບັນດາໂຮງຈັກ-ໂຮງງານໃນຕໍາແໜ່ງທີ່ແຮງງານລາວຍັງບໍ່ທັນມີທັກສະ ເພື່ອໃຫ້ເຂົາເຈົ້າໄດ້ຝຶກສອນແຮງງານລາວຈົນກວ່າຈະມີທັກສະ ຫລື ມີຄວາມສາມາດເຮັດວຽກໃນຕໍາແໜ່ງນັ້ນໆ ຈົນຊໍານານງານ.

ປັດຈຸບັນ, ຫລາຍໂຮງງານພາຍໃນເຂດເສດຖະກິດພິເສດນະຄອນຫລວງວຽງຈັນ ຍັງຕ້ອງການແຮງງານຈໍານວນຫລາຍ ເປັນຕົ້ນແມ່ນ ໂຮງງານ ໂຮຢາ, ໄລຍະທີ 2 ມີຄວາມຕ້ອງການແຮງງານບໍ່ຫລຸດ 2.000 ຕົນ, ໂຮງງານຕັດຫຍິບເປເຕີ, ໄລຍະທີ 2 ຕ້ອງການແຮງງານບໍ່ຫລຸດ 1.000 ຄົນ ແລະ ໂຮງງານອື່ນໆ ອີກຈໍານວນຫລາຍ ເຊີ່ງຄະນະຄຸ້ມຄອງເຂດເສດຖະກິດພິເສດນະຄອນຫລວງວຽງຈັນ ຈະພະຍາຍາມຊຸກຍູ້ສົ່ງເສີມໃຫ້ແຮງງານລາວໄດ້ເຂົ້າເຮັດວຽກຢູ່ບັນດາຫົວໜ່ວຍແຮງງານພາຍໃນເຂດໃຫ້ໄດ້ບໍ່ຫລຸດ 2.000 ຄົນ ພາຍໃນປີ 2023 ນີ້.

ທ່ານ ໄກນະຄອນ ທໍາມະວອນ ໃຫ້ຮູ້ຕື່ມວ່າ: ມາຮອດປັດຈຸບັນ 5 ເຂດເສດຖະກິດພິເສດທີ່ນອນຢູ່ໃນເຂດເສດ ຖະກິດພິເສດນະຄອນຫລວງວຽງຈັນ ສາມາດດຶງດູດບໍລິ ສັດເຂົ້າມາລົງທຶນໄດ້ທັງໝົດ 176 ບໍລິສັດ, ໃນນີ້ ມີບໍລິ ສັດພາຍໃນປະເທດ 22 ບໍລິສັດ, ບໍລິສັດຈາກຕ່າງປະເທດ 147 ບໍລິສັດ ແລະ ການຮ່ວມທຶນລະຫວ່າງບໍລິສັດພາຍໃນປະເທດ ແລະ ບໍລິສັດຕ່າງປະເທດ 7 ບໍລິສັດ. ທຸກຫົວ ໜ່ວຍແຮງງານ ໄດ້ເຂົ້າລະບົບປະກັນສຸຂະພາບ ເຮັດໃຫ້ແຮງງານທຸກຄົນສາມາດເຂົ້າເຖີງດ້ານສະຫວັດດີການສັງ ຄົມໄດ້ດີ ເປັນຕົ້ນ: ການກວດສຸຂະພາບປະຈໍາປີ, ມີເງິນລ່ວງເວລາ, ເງິນນະໂຍບາຍເວລາເຈັບເປັນໃນການອອກແຮງງານ ແລະ ອື່ນໆ.

Cr: BT

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version