Home Uncategorized ຄລອ ຖອດຖອນບົດຮຽນວຽກງານ ພ້ອມເຜີຍແຜ່ເອກະສານສຳຄັນ

ຄລອ ຖອດຖອນບົດຮຽນວຽກງານ ພ້ອມເຜີຍແຜ່ເອກະສານສຳຄັນ

0

ຄະນະກຳມາທິການແຫ່ງຊາດລາວ ເພື່ອອຸຍແນັດສະໂກ (ຄລອ) ໄດ້ຈັດກອງປະຊຸມອະນຸກໍາມາທິການແຫ່ງຊາດລາວ ເພື່ອອຸຍແນັດສະໂກ ເພື່ອສະຫຼຸບ ຖອດຖອນບົດຮຽນວຽກງານໄລຍະຜ່ານມາ ແລະ ວາງແຜນການໃນຕໍ່ໜ້າ ເມື່ອວັນທີ 23 ກຸມພາ ຜ່ານມາ ທີ່ຫ້ອງປະຊຸມຄະນະກໍາມະການໂອແລມປິກແຫ່ງຊາດ, ໂດຍພາຍໃຕ້ການເປັນປະທານຂອງທ່ານ ຮສ.ປອ ພຸດ ສິມມາລາວົງ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ທັງເປັນປະທານຄະນະກຳມາທິການແຫ່ງຊາດລາວ ເພື່ອອຸຍແນັດສະໂກ, ມີຮອງລັດຖະມົນຕີຈາກກະຊວງທີ່ກ່ຽວຂ້ອງ, ຫົວໜ້າ-ຮອງຫົວໜ້າກົມ, ສະຖາບັນ, ສູນ ແລະ ພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.

ໃນພິທີິເປີດກອງປະຊຸມ, ທ່ານ ຮສ.ປອ ພຸດ ສິມມາລາວົງ ໄດ້ກ່າວມີຄຳເຫັນວ່າ: ກອງປະຊຸມອະນຸກໍາມາທິການແຫ່ງຊາດລາວ ເພື່ອອຸຍແນັດສະໂກຄັ້ງນີ້, ເປັນກອງປະຊຸມຄັ້ງທຳອິດ ພາຍຫຼັງທີ່ມີການປັບປຸງຂໍ້ຕົກລົງ ວ່າດ້ວຍການແຕ່ງຕັ້ງອະນຸກໍາມາທິການແຫ່ງຊາດລາວ ເພື່ອອຸຍແນັດສະໂກ, ໃນຖານະທີ່ ສປປ ລາວ ເປັນປະເທດສະມາຊິກ, ພວກເຮົາມີພັນທະໃນການປະກອບສ່ວນສ້າງສັນຕິພາບຢູ່ໃນປະເທດ, ພາກພື້ນ ແລະ ໃນໂລກ, ຊຶ່ງແມ່ນເປົ້າໝາຍຫຼັກຂອງອົງການອຸຍແນັດສະໂກ, ມີພັນທະໃນການປະຕິບັດສົນທິສັນຍາຂອງອົງການອຸຍແນັດສະໂກ ທີ່ ສປປ ລາວ ເປັນພາຄີ, ປະຕິບັດຄໍາແນະນໍາ, ຖະແຫຼ່ງການ, ເຂົ້າຮ່ວມກອງປະຊຸມລະດັບຊາດ, ພາກພື້ນ ແລະ ສາກົນ, ນຳເອົາບັນດາແນວຄວາມຄິດ ແລະ ແຜນງານຂອງອົງການໃນແຕ່ລະໄລຍະມາຜັນຂະຫຍາຍເປັນກິດຈະກຳ, ແຕ່ລະອະນຸກຳມາທິການມີໜ້າທີ່ຄົ້ນຄວ້າສັງລວມເອກະສານຈາກອົງການອຸຍແນັດສະໂກ, ລາຍງານຂໍທິດຊີ້ນຳຈາກຂັ້ນເທິງຂອງຕົນ; ສ້າງແຜນ ແລະ ສະຫຼຸບການເຄື່ອນໄຫວປະຈຳປີຂອງຕົນ ແລ້ວສົ່ງໃຫ້ຫ້ອງການເລຂາຄະນະກໍາມາທິການແຫ່ງຊາດລາວ ເພື່ອອຸຍແນັດສະໂກ ເພື່ອສັງລວມ; ປະສານງານ ແລະ ຕິດຕາມເອກະສານລັດຖະການທີ່ຫ້ອງການເລຂາຄະນະກຳມາທິການແຫ່ງຊາດລາວ ເພື່ອອຸຍແນັດສະໂກ ສົ່ງໃຫ້ພາກສ່ວນຕົນ. ສໍາລັບຈຸດປະສົງກອງປະຊຸມຄັ້ງນີ້, ພວກເຮົາຈະໄດ້ຮັບຟັງການເຜີຍແຜ່ຂໍ້ຕົກລົງ ວ່າດ້ວຍການແຕ່ງຕັ້ງອະນຸກໍາມາທິການແຫ່ງຊາດລາວ ເພື່ອອຸຍແນັດສະໂກ, ຮັບຊາບເຖິງພາລະບົດບາດ ແລະ ພັນທະຂອງອະນຸກຳມາທິການແຫ່ງຊາດ ຕໍ່ອົງການອຸຍແນັດສະໂກ ແລະ ການລາຍງານຄວາມຕ້ອງການໃນການຮ່ວມມືກັບອົງການອຸຍແນັດສະໂກ ຈາກແຕ່ລະອະນຸກໍາມາການ.

ນອກຈາກນັ້ນ, ໃນກອງປະຊຸມຍັງໄດ້ຮັບຟັງການຜ່ານບົດສະຫຼຸບການເຄື່ອນໄຫວວຽກງານປະຈຳປີ ແລະ ແຜນການໃນຕໍ່ໜ້າ; ຜ່ານຂໍ້ຕົກລົງ ວ່າດ້ວຍການແຕ່ງຕັ້ງ ແລະ ພາລະບົດບາດຂອງອະນຸກໍາມາທິການ ພ້ອມທັງປຶກສາຫາລືຄວາມຕ້ອງການໃນການຮ່ວມມືກັບອົງການອຸຍແນັດສະໂກໃນຕໍ່ໜ້າ.

ໂດຍ ບົວລະພາ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version