Home ຂ່າວພາຍໃນ ຖວທ ສາລະວັນ ເຜີຍແຜ່ເຊື່ອມຊຶມມະຕິກອງປະຊຸມ ຄົບຄະນະບໍລິຫານງານພັກແຂວງ ຄັ້ງທີ 9 ສະໄໝທີ IX

ຖວທ ສາລະວັນ ເຜີຍແຜ່ເຊື່ອມຊຶມມະຕິກອງປະຊຸມ ຄົບຄະນະບໍລິຫານງານພັກແຂວງ ຄັ້ງທີ 9 ສະໄໝທີ IX

0

ພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ແຂວງສາລະວັນ ໄດ້ຈັດພິທີເຜີຍແຜ່ ເຊື່ອມຊຶມມະຕິກອງປະຊຸມ ຄົບຄະນະບໍລິຫານງານພັກແຂວງ ຄັ້ງທີ 9 ສະໄໝທີ IX ຂຶ້ນ ຫວ່າງບໍ່ດົນມານີ້, ໃຫ້ກຽດເຜີຍແຜ່ໂດຍ ທ່ານ ມະໄລວອນ ສີປະເສີດ ຫົວໜ້າພະແນກ ຖວທ ແຂວງ, ມີຄະນະພັກຮາກຖານ, ຫົວໜ້າ, ໜ່ວຍພັກ, ສະມາຊິກພັກ, ພະນັກງານ-ລັດຖະກອນ ເຂົ້າຮ່ວມ.

ທ່ານ ມະໄລວອນ ສີປະເສີດ ໄດ້ເຜີຍແຜ່ເຊື່ອມຊຶມມະຕິກອງປະຊຸມຄົບຄະນະບໍລິຫານງານພັກແຂວງ ຄັ້ງທີ 9 ສະໄໝທີ IX ຊຶ່ງກອງປະຊຸມໄດ້ຍົກສູງຄວາມຮັບຜິດຊອບທາງດ້ານການເມືອງ, ສຸມສະຕິປັນຍາຄົ້ນຄວ້າ, ປຶກສາຫາລື ແລະ ໃຫ້ທິດຊີ້ນໍາຕໍ່ບັນຫາສໍາຄັນ. ພ້ອມທັງຮັບຟັງການຕີລາຄາ ການນຳພາຮອບດ້ານຂອງຄະນະບໍລິຫານງານພັກແຂວງໃນໄລຍະ 1 ປີ ( 2022 ) ແລະ ທິດທາງແຜນການປີ 2023, ພ້ອມທັງເຊື່ອມຊຶມມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 5 ສະໄໝທີ XI ແລະ ຜ່ານຮ່າງບົດສຳຫຼວດການນຳພາລວມຂອງຄະນະບໍລິຫານງານພັກແຂວງໃນໄລຍະ 1 ປີ ພ້ອມກັບການດໍາເນີນຊີວິດການເມືອງ ສໍາຫຼວດ, ກວດກາບຸກຄົນ, ຄະນະບໍລິຫານງານພັກແຂວງ, ເລຂາພັກເມືອງ, ຮອງເລຂາພັກເມືອງ, ເລຂາຄະນະພັກຮາກຖານ ແລະ ເລຂາໜ່ວຍພັກເອກະລາດອ້ອມຂ້າງແຂວງ; ໃນນັ້ນໄດ້ຮັບຮອງເອົາທິດທາງແຜນ ການປີ 2023 ແລະ ວຽກງານຈຸດສຸມ 3 ເດືອນຕໍ່ໜ້າຄື: ຄະນະພັກທຸກຂັ້ນຕ້ອງເອົາໃຈໃສ່ຈັດຕັ້ງຜັນຂະຫຍາຍມະຕິຕ່າງໆຂອງພັກ ຕິດພັນກັບການກວດກາ-ສະຫຼຸບຕີລາຄາຄືນການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ, ແກ້ໄຂປະກົດການຫຍໍ້ທໍ້, ບັນຫາຄ່າຄອງຊີບ ແລະ ຫາງສຽງສັງຄົມໃຫ້ມີຄວາມສະຫງົບ, ແກ້ໄຂບັນຫາເຂດເຊື່ອມຕໍ່ ແລະ ວຽກງານຊາຍແດນ, ສ້າງການຫັນປ່ຽນຢ່າງແຂງແຮງ ເລິກເຊິ່ງໃນວຽກງານພະນັກງານຕາມມະຕິ 04/ກມສພ ແລະ ຄຳສັ່ງ 190 ໃຫ້ເປັນຮູບປະທໍາຫຼາຍຂຶ້ນ. ຊຸກຍູ້ການຄົ້ນຄວ້າວາງແຜນ ແລະ ຈັດຕັ້ງປະຕິບັດແຜນການ, ຄາດໝາຍສູ້ຊົນຂອງແຕ່ລະຂະແໜງການໃຫ້ແທດເໝາະກັບສະພາບຄວາມເປັນຈິງ, ສາມາດປະຕິ ບັດໄດ້ ແລະ ມີຜົນສຳເລັດ; ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມໃຫ້ບັນລຸຕາມຄາດໝາຍທີ່ວາງໄວ້. ເປັນຕົ້ນ: ສູ້ຊົນເຮັດໃຫ້ເສດຖະກິດມີຄວາມໝັ້ນທ່ຽງ, ຂົນຂວາຍ, ຍາດແຍ່ງ, ດຶງດູດການລົງທຶນພາຍໃນ ແລະ ຕ່າງປະເທດໃຫ້ມີບັນຍາກາດດີ. ສູ້ຊົນເກັບລາຍຮັບເຂົ້າງົບປະມານໃຫ້ບັນລຸຕາມແຜນການ, ປັບປຸງຈັດວາງສັບຊ້ອນບຸກຄະລາກອນເຂົ້າໃສ່ກົງຈັກການຈັດຕັ້ງພັກ-ລັດໃຫ້ພຽງພໍ ແລະ ຮັບປະກັນຄຸນນະພາບ, ຂະ ຫຍາຍສະມາຊິກພັກ ແລະ ການຈັດຕັ້ງພັກໃຫ້ມີຄຸນນະພາບ, ເອົາໃຈໃສ່ສຶກສາອົບຮົມການເມືອງແນວຄິດໃຫ້ຖັນແຖວສະມາຊິກພັກ-ພະນັກງານໃຫ້ມີຄວາມຮັບຜິດຊອບ ເຂົ້າໃຈເປັນເອກະພາບ ຕໍ່ແນວທາງນະໂຍບາຍຂອງພັກ, ກອງປະຊຸມໄດ້ຢັ້ງຢືນຄືນເຖິງຜົນສໍາເລັດຂອງການນໍາພາ-ຊີ້ນໍາ ຂອງຄະນະບໍລິຫານງານພັກແຂວງ ໄລຍະປີ 2022 ອັນພົ້ນເດັ່ນໄດ້ສໍາເລັດການນໍາພາດໍາເນີນກອງປະຊຸມກາງສະໄໝຂອງອົງຄະນະພັກເມືອງ, ຄະນະພັກ 2 ກໍາລັງ ແລະ ຄະນະພັກຮາກຖານ-ໜ່ວຍພັກເອກະລາດກວມ 90 ກວ່າ% ທັງນີ້ເພື່ອເປັນບ່ອນອີງໃນການສືບຕໍ່ນໍາພາ-ຊີ້ນໍາໃຫ້ພະນັກງານສະມາຊິກພັກ ແລະ ລັດຖະກອນພາຍໃນພະແນກໄດ້ຮັບຮູ້ ແລະ ຈັດຕັ້ງປະຕິບັດໃຫ້ສໍາເລັດຜົນຕາມລະດັບຄາດໝາຍ.

ຂ່າວ-ພາບ: ກິນດາວັນ ອ້ວນນາຄູ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version