Home ຂ່າວພາຍໃນ ສນຊ ແລກປ່ຽນບົດຮຽນດ້ານສື່ມວນຊົນ

ສນຊ ແລກປ່ຽນບົດຮຽນດ້ານສື່ມວນຊົນ

0

ສູນກາງແນວລາວສ້າງຊາດ (ສນຊ) ໄດ້ຈັດກອງປະຊຸມແລກປ່ຽນນບົດຮຽນວຽກງານສື່ມວນຊົນ ກັບ ອົງ ການພາຄີ ແລະ ອົງການ ການເມືອງ ຂຶ້ນໃນວັນທີ 24 ກຸມພາ ຜ່ານມາ ທີ່ ສນຊ ໂດຍການເຂົ້າຮ່ວມຂອງທ່ານ ຈັນທະວົງ ແສນອາມາດມົນຕີ ຮອງປະທານ ສນຊ, ທ່ານ ນາງ ແພງພັນ ບຸບຜາພອນ ຫົວໜ້າກົມໂຄສະນາ ສນຊ, ມີບັນດາຫົວໜ້າກົມ-ຮອງກົມ ແລະ ພາກສ່ວນກ່ຽຂ້ອງເຂົ້າຮ່ວມ.

ກອງປະຊຸມໄດ້ຮັບຟັງການລາຍງານສະພາບການເຄື່ອນໄຫວວຽກງານໂຄສະນາສື່ມວນຊົນ ສນຊ ໃນໄລຍະທີ່ຜ່່ານມາ ແລະ ປັດຈຸບັນ ຄື: ກົມໂຄສະນາ ສູນກາງແນວລາວສ້າງຊາດ ໄດ້ຮັບການສ້າງຕັ້ງຂຶ້ນໃນປີ 1997 ເບື້ອງຕົ້ນໃສ່ຊື່ວ່າກົມໂຄສະນາອົບຮົມ ໂດຍມີ 2 ພະແນກ: ພະແນກວາລະສານ ແລະ ພະແນກອົບຮົມ ນັບ ແຕ່ນັ້ນມາໄດ້ມີການປັບປຸງທາງດ້ານບົດບາດ ກົງຈັກຂອງກົມຫຼາຍຄັ້ງເພື່ອໃຫ້ສອດຄ່ອງ ກັບນິຕິກໍາຂອງ ຂັ້ນເທິງ ແລະ ໄປຕາມສະພາບການປັບປຸງການຈັດຕັ້ງກົງຈັກໃນແຕ່ລະໄລຍະ. ປີ 2021 ຄະນະປະຈໍາ ສນຊ ໄດ້ປັບປຸງຕື່ມ ແລະ ປ່ຽນຊື່ມາເປັນກົມໂຄສະນາ ໂດຍມີພະນັກງານທັງໝົດ 16 ທ່ານ, ຍິງ 5 ທ່ານ ປະກອບມີ 4 ພະແນກຄື: ພະແນກໂຄສະນາຂະບວນການ ຊຶ່ງມີບົດບາດໃນການເຜີຍແຜ່ໂຄສະນາດ້ວຍການປາຖະກະຖາ ຮັບຜິດຊອບ ຂົນຂວາຍປະຊາຊົນ ຮ່ວມກັບ ສາທາລະນະລັດສັງຄົມນິຍົມຫວຽດນາມ ແລະ ຂະບວນການຕ່າງໆຂອງ ສນຊ, ພະແນກຫໍມູນເຊື້ອມີບົດບາດໃນການຄົ້ນຄວ້າຮຽບຮຽງ ປະຫວັດມູນເຊື້ອແນວລາວສ້າງຊາດແຕ່ລະໄລຍະ, ຈັດພິມເປັນປຶ້ມ ເປັນບົດມູນເຊື້ອ ປົກປັກຮັກສາຫໍມູນເຊື້ອ ນໍາທ່ຽວ ທັດສະນະສຶກສາ; ພະແນກວາລະສານໜັງສືພິມ ມີໜ້າທີ່ພິມວາລະສານແນວລາວສ້າງຊາດເພື່ອສົ່ງຕໍ່ໜັງສືພິມຕ່າງໆ ລາຍການວິທະຍຸ, ໂທລະພາບ ແລະ ອອນລາຍ (ຜະລິດຢູ່ສູນກາງແນວລາວສ້າງຊາດສໍາເລັດ ສົມບູນແລ້ວ ສົ່ງໄປຫາພະແນກລາຍການຂອງວິທະຍຸແຫ່ງຊາດ. ສໍາລັບລາຍການໂທລະພາບທີ່ມີຊື່ວ່າ ແນວລາວສ້າງຊາດ ອອກອາກາດທາງສະຖານີໂທລະພາບລາວແຫ່ງຊາດ ຊ່ອງ 1 ອອກອາທິດລະຄັ້ງ) ແລະ ອອນລາຍແມ່ນໄດ້ຂຶ້ນເວັບໄຊ, ຢູທູບ ແລະ ເຟສບຸກ.

(ຂ່າວ-ພາບ: ຍຸພນທອງ)

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version