Home ຂ່າວພາຍໃນ ຊະນະຄາມມອບ-ຮັບ ແລະ ເປີດນໍາໃຊ້ສຸກສາລາ

ຊະນະຄາມມອບ-ຮັບ ແລະ ເປີດນໍາໃຊ້ສຸກສາລາ

0

ພິທີມອບ-ຮັບ ແລະ ເປີດນໍາໃຊ້ສຸກສາລາ (ໂຮງໝໍນ້ອຍ) ບ້ານໂນນສະຫວັນ ເມືອງຊະນະຄາມ ແຂວງວຽງຈັນ ໄດ້ຈັດຂຶ້ນເມື່ອບໍ່ດົນມານີ້ ທີ່ສຸກສາລາ (ໂຮງໝໍນ້ອຍ) ບ້ານໂນນສະຫວັນ ເມືອງຊະນະຄາມ ແຂວງວຽງຈັນ, ຝ່າຍ ສປປ ລາວ ໂດຍການເປັນປະທານຂອງ ທ່ານ ສະໝານ ວິເສດຍະພົງ ເຈົ້າເມືອງຊະນະຄາມ, ຝ່າຍຣາຊະອານາຈັກໄທມີ ທ່ານ ພີລະເມດ ວຸດທິທອນເນຕິລັກ ຜູ້ອໍານວຍການສໍານັກງານ ຄວາມຮ່ວມມືພັດທະນາເສດຖະກິດກັບປະເທດເພື່ອນບ້ານ ອົງການມະຫາຊົນນີດາ (NEDA) ພ້ອມດ້ວຍແຂກຖືກເຊີນທີ່ກ່ຽວຂ້ອງເຂົ້າຮ່ວມ. ພິທີມອບ-ຮັບໃນຄັ້ງນີ້ໂດຍການສະໜັບສະໜູນຈາກສໍານັກງານຄວາມຮ່ວມມືພັດທະນາເສດຖະກິດ ກັບປະເທດເພື່ອນບ້ານອົງການນີດາ (NEDA) ທີ່ໄດ້ໃຫ້ການຊ່ວຍເຫຼືອກໍ່ສ້າງສຸກສາລາ ຈໍານວນ 1 ຫຼັງ, ມູນຄ່າປະມານ 450 ລ້ານກວ່າກີບ ຫຼື 900.000 ບາດ (ສະກຸນເງິນໄທ), ໃນນັ້ນຊ່ວຍເຫຼືອອຸປະກອນການແພດຈໍານວນ 6 ລາຍການມູນຄ່າປະມານ 50 ລ້ານກວ່າກີບ ຫຼື 100.000 ບາດ (ສະກຸນເງິນໄທ) ແລະ ກົມຮ່ວມມືລະຫວ່າງປະເທດ (ໄທກ່າ) ແຫ່ງຣາຊະນາຈັກໄທໄດ້ຊ່ວຍເຫຼືອອຸປະກອນການແພດຈໍານວນ 15 ລາຍການມູນຄ່າປະມານ 100 ລ້ານກວ່າກີບ ຫຼື 208.376 ບາດ (ສະກຸນເງິນໄທ).

ຈຸດປະສົງເພື່ອເປັນການປະກອບສ່ວນຊຸກຍູ້ ແລະ ຕອບສະໜອງດ້ານພື້ນຖານໂຄງລ່າງລວມທັງອຸປະກອນທີ່ຈໍາເປັນເຂົ້າໃນວຽກງານສາທາລະນະສຸກ ກໍຄືດ້ານການບໍລິການໆປິ່ນປົວໃຫ້ມີປະສິດທິພາບ, ທັງເປັນການເສີມຂະຫຍາຍຕາໜ່າງ ດ້ານວຽກງານສາທາລະນະສຸກໃຫ້ລົງສູ່ຮາກຖານ ເພື່ອຮັບປະກັນເຮັດໃຫ້ປະຊາຊົນເມືອງຊະນະຄາມ, ໂດຍສະເພາະຄົນເຈັບສາມາດເຂົ້າເຖິງການບໍລິການໄດ້ຢ່າງທ່ວງທັນ, ພ້ອມທັງເປັນການຍົກລະດັບການບໍລິການທາງດ້ານວຽກງານສາທາລະນະສຸກໃຫ້ດີຂຶ້ນກວ່າເກົ່າ ພ້ອມທັງເສີມສ້າງສາຍສໍາພັນມິດຕະພາບລາວ-ໄທ, ໄທ-ລາວໃຫ້ດີຂຶ້ນເລື້ອຍໆ.

ຂ່າວ-ພາບ: ເມືອງຊະນະຄາມ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version