Home ຂ່າວໜ້າໜຶ່ງ ທ່ານ ນາຍົກລັດຖະມົນຕີ ໃຫ້ກຽດເຂົ້າຮ່ວມພິທີວາງສີລາລຶກໂຄງການກໍ່ສ້າງເຂດພັດທະນາສີທັນດອນ

ທ່ານ ນາຍົກລັດຖະມົນຕີ ໃຫ້ກຽດເຂົ້າຮ່ວມພິທີວາງສີລາລຶກໂຄງການກໍ່ສ້າງເຂດພັດທະນາສີທັນດອນ

0

ໃນວັນທີ 22 ກຸມພາ 2023 ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໄດ້ໃຫ້ກຽດເຂົ້າຮ່ວມພິທີວາງສີລາລຶກ ໂຄງ ການກໍ່ສ້າງຕຶກອາເນກປະສົງແຄນຄູ່ (ໄລ ຍະທີ 1 ຕຶກຕິບເຂົ້າ) ທີ່ນອນຢູ່ໃນໂຄງ ການເຂດພັດທະນາເສດຖະກິດໃໝ່ສີທັນ ດອນ, ເມືອງໂຂງ, ແຂວງຈຳປາສັກ ໂດຍມີບັນດາທ່ານລັດຖະມົນຕີ, ເຈົ້າແຂວງຈຳປາສັກ, ຮອງລັດຖະມົນຕີ, ຮອງເຈົ້າແຂວງ, ບໍລິສັດຜູ້ພັດທະນາໂຄງການ, ຜູ້ຕາງໜ້າຈາກແຂວງໃກ້ຄຽງ ແລະ ພາກ ສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ໃນໂອກາດນີ້, ທ່ານ ລາຕີ ສີສຸພັນນະວົງ, ຮອງປະທານສະພາ ຜູ້ຖືຮຸ້ນບໍລິສັດ ຮ່ວມພັດທະນາສີທັນດອນ ຈໍາກັດ ໄດ້ລາຍງານໃຫ້ຮູ້ວ່າ: ໂຄງການກໍ່ສ້າງຕຶກອະເນກປະ ສົງແຄນຄູ່ (ໄລຍະທີ 1 ຕຶກຕິບເຂົ້າ) ແມ່ນໜຶ່ງໃນບັນດາໂຄງການ ທີ່ນອນຢູ່ໃນແຜນ ການກໍ່ສ້າງ ແລະ ພັດທະນາໂຄງການເຂດພັດທະນາເສດຖະກິດໃໝ່ ສີທັນດອນ, ຕັ້ງຢູ່ເຂດ A ຂອງໂຄງການ (ເຂດບ້ານທ່າຄໍ້, ເມືອງໂຂງ, ແຂວງ ຈໍາປາສັກ) ໂດຍໄດ້ເຊັນສັນຍາກັບລັດຖະບານ ແຫ່ງ ສປປ ລາວ ໃນວັນທີ 30 ມິຖຸນາ 2018, ມີເນື້ອທີ່ສໍາປະທານທັງໝົດ 9.846 ເຮັກຕາ, ແບ່ງອອກເປັນ 11 ເຂດ ແລະ 6 ໄລຍະການພັດທະນາ. ຕຶກຕິບເຂົ້າ ແມ່ນນອນຢູ່ໃນໄລຍະທີ 1, ມີຈຳນວນ 2 ຕຶກ, ແຕ່ລະຕຶກສູງ 62 ແມັດ ແລະ ມີ 13 ຊັ້ນ, ມີເນື້ອທີ່ປຸກສ້າງທັງໝົດ 6,7 ເຮັກຕາ, ມູນຄ່າການກໍ່ສ້າງ ປະມານ 200 ລ້ານໂດລາສະຫະລັດ,​ຈະໃຊ້ເວລາການກໍ່ສ້າງປະມານ 3 ປີ, ເມື່ອສ້າງສຳເລັດຈະສາ ມາດຮອງຮັບນັກທ່ອງທ່ຽວໄດ້ຫຼາຍກວ່າ 2.000 ຄົນ/ມື້.

ສ່ວນການກໍ່ສ້າງ ໄລຍະທີ 2 ແມ່ນຕຶກແຄນຄູ່ ມີ 2 ຕຶກ, ແຕ່ລະຕຶກສູງ 248.98 ແມັດ ແລະ ມີ 63 ຊັ້ນ, ມູນຄ່າການກໍ່ສ້າງ ປະມານ 800 ລ້ານໂດລາສະຫະລັດ. ເມື່ອການກໍ່ສ້າງສຳເລັດທັງ 2 ໄລຍະ ຈະເຮັດໃຫ້ເຂດດັ່ງກ່າວ ກາຍເປັນໃຈກາງທາງດ້ານໂຮງແຮມ, ທຸລະກິດ, ການຄ້າ, ວັດທະນະທໍາ, ຄວາມບັນເທີງ ແລະ ສັນຍາລັກ ຂອງເຂດສີ່ພັນດອນ ກໍ່ຄື ສປປ ລາວ ອີກໜຶ່ງແຫ່ງ ເວົ້າລວມ, ເວົ້າສະເພາະ ຈະເປັນໂຮງແຮມ 5 ດາວ ລະ ດັບສາກົນແບບສະໄໝ ທີ່ກວມລວມເປັນສະຖານທີ່ພັກຜ່ອນ, ທຸລະກິດ, ການຄ້າ, ການປະຊຸມ, ຄວາມບັນເທີງ, ການສະ ແດງ, ໂຮງແຮມ ແລະ ອື່ນໆ ປະກອບສ່ວນ​ດຶງ​ດູດ​ເອົາ​ນັກ​ທ່ອງ​ທ່ຽວ ເຂົ້າມາທ່ຽວ ສປປ ລາວ, ​ສ້າງວຽກ​ເຮັດ​ງານ​ທຳ​ ແລະ ​ນຳ​ເອົາ​ຜົນ​ປະ​ໂຫຍດ​ມາໃຫ້​ປະຊາຊົນທ້ອງຖິ່ນ ກໍ່ຄືການ​ພັດ​ທະ​ນາ​ເສດ​ຖະ​ກິດ-​ສັງ​ຄົມ ຢູ່​ທ້ອງ​ຖິ່ນ.

ໃນໂອກາດດຽວກັນ, ທ່ານນາຍົກລັດ ຖະມົນຕີ ກໍ່ໃຫ້ກຽດມີຄຳເຫັນຕໍ່ພິທີ ໂດຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ພາກສ່ວນຮັບຜິດຊອບໂຄງການ ທີ່ໄດ້ເສຍສະຫຼະ, ສຸມສະຕິປັນຍາ ແລະ ເຫື່ອແຮງ ໃນການກະກຽມ ແລະ ລິເລີ່ມໂຄງການນີ້ ແຕ່ປີ 2018 ມາຮອດປະຈຸບັນ ໄດ້ຮັບຜົນສໍາເລັດຈຳນວນໜຶ່ງ ທີ່ໜ້າຊື່ນຊົມຍິນດີ ເປັນກ້າວໆມາ, ພ້ອມທັງ ຕີລາຄາວ່າ ໂຄງການນີ້ ແມ່ນໜຶ່ງໃນບັນດາຄວາມພະຍາຍາມ ແລະ ຄວາມມຸ້ງມາດປາຖະໜາ ຂອງລັດ ຖະບານ ກໍຄື ທ້ອງຖິ່ນ ແລະ ປະຊາຊົນບັນດາເຜົ່າ ໃນການພັດທະນາເຂດດັ່ງກ່າວ ໃຫ້ກາຍເປັນເຂດຕົວເມືອງໃໝ່ທີ່ທັນສະໄໝຮອບດ້ານ, ມີຄວາມສະ ຫງົບ -ປອດໄພ, ເປັນເຂດສີຂຽວ, ມີພື້ນຖານເສດຖະກິດທີ່ເຂັ້ມແຂງ, ສັງຄົມສີວິໄລ, ຍຸຕິທຳ, ເສີມສ້າງອະລິຍະທຳ ແລະ ວັດ ທະນະທຳຂອງຊາດ, ຮັບປະກັນການພັດທະນາແບບຍືນຍົງ ແລະ ຕິດພັນກັບການປົກປັກຮັກສາຊີວະນາໆພັນ, ລວມທັງ ການສ້າງພື້ນຖານໂຄງລ່າງ ແລະ ສິ່ງສາທາລະນຸປະໂພກ; ພ້ອມກັນນັ້ນ ກໍ່ເປັນໂຄງການໜຶ່ງ ທີ່ນອນຢູ່ໃນແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ IX (2021-2025) ກໍ່ຄືການຈັດຕັ້ງປະຕິ ບັດຍຸດທະສາດການພັດທະນາເສດຖະ ກິດສັງຄົມ ໄລຍະ 10 ປີ (2016-2025) ແລະ ວິໄສທັດຮອດປີ 2030. ອີກດ້ານໜຶ່ງ ກໍ່ຍັງເປັນການຊຸກຍູ້, ສົ່ງເສີມການລົງທຶນໃຫ້ນັກລົງທຶນທັງພາຍໃນ ແລະ ຕ່າງປະເທດ ໃຫ້ເຂົ້າມາລົງທຶນຢູ່ພາຍໃນແຂວງຈຳປາສັກ ໃຫ້ນັບມື້ນັບຫຼາຍຂຶ້ນ ແລະ ເຮັດໃຫ້ເສດຖະກິດພາຍໃນແຂວງ ໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ ແລະ ເປັນໄປຕາມໂຄງປະກອບເສດຖະກິດ ທີ່ຫັນປ່ຽນຕາມທິດຫັນເປັນອຸດສາຫະກໍາ ແລະ ທັນສະໄໝ. ອັນສໍາຄັນ, ທ່ານ ນາ ຍົກລັດຖະມົນຕີ ໄດ້ຮຽກຮ້ອງໃຫ້ທຸກພາກສ່ວນທີ່່ກ່ຽວຂ້ອງ ທັງສູນກາງ ແລະ ທ້ອງຖິ່ນ, ຜູ້ພັດທະນາ, ນັກລົງທຶນ ແລະ ປະຊາຊົນທຸກທົ່ວໜ້າ ຈົ່ງໄດ້ຮ່ວມແຮງຮ່ວມໃຈກັນ ເຂົ້າຮ່ວມ, ອຳນວຍຄວາມສະດວກ ແລະ ປະຕິບັດໂຄງການໃຫ້ມີຜົນສຳເລັດຕົວຈິງ ໄວຂຶ້ນ ແລະ ຫຼາຍກິດຈະການຕາມແຜນການທີ່ວາງໄວ້. ຫຼັງຈາກນັ້ນ, ທ່ານ ນາຍົກລັດຖະມົນຕີ ກໍ່ໄດ້ໃຫ້ກຽດວາງສີລາລຶກ, ຕັັດແຖບຜ້າ ແລະ ລັ່ນຄ້ອງ 9 ບາດ ເພື່ອເປີດການກໍ່ສ້າງ ຢ່າງເປັນທາງການ.

ໃນໂອກາດທີ່ເດີນທາງເຂົ້າຮ່ວມພິທີຄັ້ງນີ້, ທ່ານ ນາຍົກລັດຖະມົນຕີ ຍັງໄດ້ໄປຕິດ ຕາມກວດກາເບິ່ງໂຄງການນິຄົມອຸດສາ ຫະກຳການປະມົງປາສະຫວາຍແມ່ນໍ້າຂອງ ທີ່ບ້ານບຶງງາມ, ເມືອງໂຂງ; ໄດ້ປະຊຸມ ພົບປະໂອ້ລົມ ແລະ ໃຫ້ທິດຊີ້ນຳ ຕໍ່ຜູ້ພັດທະນາເຂດເສດຖະກິດໃໝ່ສີທັນດອນ ແລະ ຂະແໜງການກ່ຽວຂ້ອງຂອງລັດ ເປັນຕົ້ນ ໃຫ້ເອົາໃຈໃສ່ຕໍ່ການຊົດ ເຊີຍຜົນກະທົບ ຕໍ່ປະຊາຊົນ ທີ່ຖືກຜົນກະທົບຈາກໂຄງການ ຢ່າງສົມເຫດສົມຜົນ, ຮັບປະກັນຄວາມສະຫງົບ ແລະ ຍຸຕິທຳ, ລວມທັງ ການສ້າງອາຊີບ ແລະ ຈັດສັນທີ່ຢູ່ອາໄສ ໃຫ້ແກ່ເຂົາເຈົ້າ ມີຊີວິດການເປັນຢູ່ດີຂຶ້ນກວ່າເກົ່າ ແລະ ຍືນຍົງ; ກວດກາ ແລະ ປັບປຸງຄືນ ແຜນການພັດທະນາ ກໍ່ຄືບົດວິພາກເສດຖະກິດ, ສັນຍາ ແລະ ເອກະສານອື່ນໆ ທີ່ກ່ຽວ ຂ້ອງຂອງໂຄງການ ໃຫ້ສອດຄ່ອງກັບຕົວຈິງ ທັງດ້ານເງື່ອນໄຂ, ກົດໝາຍ ແລະ ລະບຽບການຕ່າງໆ; ພິຈາລະນາ ປັບປຸງໄລຍະການກໍ່ສ້າງໃຫ້ສັ້ນ ຫຼື ໄວຂຶ້ນກວ່າເກົ່າ; ປັບປຸງລະບົບການຈັດຕັ້ງ ຄະນະຄຸ້ມຄອງເຂດເສດຖະກິດພິເສດ ແຂວງຈຳປາສັກ ໃຫ້ແທດເໝາະກັບຕົວຈິງກວ່າເກົ່າ; ເອົາໃຈໃສ່ພັດທະນາບັນດາແຫຼ່ງທ່ອງທ່ຽວ ໃນແຂວງຈຳປາສັກ ໃຫ້ຫຼາຍຂຶ້ນ; ກວດກາ ແລະ ຂຶ້ນທະບຽນທີ່ດິນ ໂຄງການພັດທະນາຕ່າງໆ ເພື່ອຈັດເກັບລາຍຮັບຈາກທີ່ດິນດັ່ງກ່າວ ຢ່າງຖືກຕ້ອງ ແລະ ຄົບຖ້ວນ.

ພາບແລະຂ່າວ: ກົມປະຊາສຳພັນ ຫສນຍ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version