Home ຂ່າວພາຍໃນ ປະກາດການຈັດຕັ້ງ ຫົວໜ້າອົງການໄອຍະການປະຊາຊົນແຂວງອັດຕະປື ຜູ້ໃໝ່

ປະກາດການຈັດຕັ້ງ ຫົວໜ້າອົງການໄອຍະການປະຊາຊົນແຂວງອັດຕະປື ຜູ້ໃໝ່

0

ໃນວັນທີ 21ກຸມພາ ຜ່ານມາທີ່ຫ້ອງຊຸມພະແນກກະສິກຳ ແລະ ປ່າໄມ້ ແຂວງອັດຕະປື ໄດ້ມີພິທີ ປະກາດການຈັດຕັ້ງ ຫົວໜ້າອົງການໄອຍະການປະຊາຊົນແຂວງອັດຕະປື ຜູ້ໃໝ່ ໂດຍການໃຫ້ກຽດເປັນປະທານຮ່ວມ ຂອງທ່ານ ຄໍາເພັດ ສົມວໍລະຈິດ ຄະນະປະຈໍາພັກ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ ແລະທ່ານ ນາງ ມີນາພອນ ໄຊສົມພູ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງ, ມີຫົວໜ້າອົງການໄອຍະການປະຊາຊົນພາກໃຕ້ ພ້ອມດ້ວຍພະແນກການທີ່ກ່ຽວຂ້ອງອ້ອມຂ້າງ ແຂວງອັດຕະປືເຂົ້າຮ່ວມ.

ທ່ານ ຄຳນຸທອນ ສູນວິເລີດ ຮອງຫົວໜ້າກົມຈັດຕັ້ງ-ພະນັກງານ ອົງການໄອຍະການປະຊາຊົນສູງສຸດ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງ ທ່ານຫົວໜ້າອົງການໄອຍະການປະຊາຊົນສູງສຸດ ສະບັບເລກທີ 087/ອອປສ, ລົງວັນທີ 17/02/2023.ວ່າດ້ວຍການແຕ່ງຕັ້ງສັບຊ້ອນທ່ານ ສຸພາສິດ ລໍວັນໄຊ ວ່າການ ຫົວໜ້າກົມຕິດຕາມກວດກາທົ່ວໄປ ອົງການໄອຍະການປະຊາຊົນສູງສຸດ ມາຮັບໜ້າທີ່ໃໝ່ເປັນຫົວໜ້າອົງການໄອຍະການປະຊາຊົນ ແຂວງອັດຕະປື ຜູ້ໃໜ່ຊຶ່ງທັງໝົດນັ້ນ ແມ່ນຄວາມຮຽກຮ້ອງຕ້ອງການໜ້າທີ່ການເມືອງ ທັງສະເພາະໜ້າ ແລະ ຍາວນານ, ເປັນການກໍ່ສ້າງພະນັກງານ ໄປຕາມທິດນໍາຂອງພັກ, ເປັນການສ້າງຄວາມເຂັ້ມແຂງດ້ານການຈັດຕັ້ງອົງການໄອຍະການປະຊາຊົນຢູ່ທ້ອງຖິ່ນໃຫ້ມີຄວາມໜັກແໜ້ນ ແລະ ເຂັ້ມແຂງ ເພື່ອຮັບປະກັນການປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ ຂອງອົງການໄອຍະການປະຊາຊົນ ໃນການຕິດຕາມກວດກາການເຄົາລົບ, ປະຕິບັດກົດໝາຍ ແລະ ສັ່ງຟ້ອງຜູ້ຖືກຫາຂຶ້ນສານຕາມກົດໝາຍຢ່າງສັກສິດ.

ໃນວາລະດັ່ງກ່າວ ຄະນະປະທານຮ່ວມກອງປະຊຸມໄດ້ເນັ້ນຫຼາຍບັນຫາທີ່ສໍາຄັນ ໃຫ້ຄະນະພັກ-ຄະນະນໍາ ອົງການໄອຍະການປະຊາຊົນແຂວງ, ເຂດ ຂອງແຂວງອັດຕະປື ໂດຍສະເພາະຜູ້ທີ່ໄດ້ຮັບໜ້າທີ່ໃໝ່ໃຫ້ຍົກສູງບົດບາດການນຳພາຂອງພັກຕໍ່ວຽກງານໄອຍະການປະຊາຊົນ, ກຳແໜ້ນພາລະບົດບາດ ສິດ ແລະ ໜ້າທີ່ ຂອງອົງການໄອຍະການປະຊາຊົນ, ຝຶກຝົນຫຼໍ່ຫຼອມຕົນເອງໃນທຸກດ້ານ, ປະຕິບັດໜ້າທີ່ວຽກງານຂອງຕົນດ້ວຍຄວາມຮັບຜິດຊອບ, ປະສານສົມທົບ ກັບ ອົງການຈັດຕັ້ງ ສາຍຕັ້ງ ສາຍຂວາງ, ມີທັດສະນະມະຫາຊົນ, ມີຄວາມສາມັກຄີເປັນເອກະພາບພາຍໃນພັກ ແລະ ພາຍນອກເປັນຢ່າງດີ, ຮັກແພງພະນັກງານ, ເອົາໃຈໃສ່ວຽກງານພະນັກງານຂອງພັກ; ຜັນຂະຫຍາຍວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດ, ຕິດຕາມກວດກາການດໍາເນີນຄະດີຢາເສບຕິດ ຢ່າງເຂັ້ມງວດ, ສ້າງກົນໄກການປະສານສົມທົບກັບອົງການຈັດຕັ້ງຕ່າງໆ ເພື່ອຮັບປະກັນການປະຕິບັດພາລະບົດບາດຂອງອົງການໄອຍະການປະຊາຊົນ; ເສີມຂະຫຍາຍຄວາມມີຫົວຄິດປະດິດສ້າງ, ຄວາມເປັນເຈົ້າການ, ເຮັດແທ້ທຳຈິງ, ເຮັດຫຼ້ອນໜ້າທີ່ການເມືອງຂອງຕົນເປັນຢ່າງດີ; ສູ້ຊົນຈັດຕັ້ງປະຕິບັດແຜນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ຕິດພັນກັບການຈັດຕັ້ງປະຕິບັດຂໍ້ແຂ່ງຂັນຮັກຊາດ ແລະ ພັດທະນາ ດ້ວຍຄໍາຂວັນ 3 ມີ 4 ຮັບປະກັນ ຂອງອົງການໄອຍະການປະຊາຊົນສູງສຸດ ວາງອອກ; ສ້າງອົງການໄອຍະການປະຊາຊົນ ໃຫ້ມີແບບແຜນເຂັ້ມງວດ, ກ້າວໜ້າ, ທັນສະໄໝ, ສົມເປັນເຄື່ອງມືຜະເດັດການກຳມະຊີບຂອງພັກຕາມທິດສັງຄົມນິຍົມ.

ໃນໂອກາດອັນມີຄວາມໝາຍສຳຄັນນີ້ ທ່ານ ຄໍາເພັດ ສົມວໍລະຈິດພ້ອມດ້ວຍຄະນະ ໄດ້ເຂົ້າຢ້ຽມຂໍ່ານັບ ທ່ານ ເລັດ ໄຊຍະພອນ ກຳມະການສູນກາງພັກເລຂາພັກແຂວງ ເຈົ້າແຂວງອັດຕະປື ເພື່ອລາຍງານຈຸດປະສົງ ໃນການລົງເຄື່ອນໄຫວວຽກງານຢູ່ແຂວງອັດຕະປື ໃນຄັ້ງນີ້ ໄດ້ຮັບຊາບ ແລະ ໃຫ້ທິດຊີ້ນຳອັນເປັນປະໂຫຍດໃນການປະກາດການຈັດຕັ້ງໃນຄັ້ງນີ້ດ້ວຍ.

ຂ່າວ-ພາບ: ອານຸສັກ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version