Home ຂ່າວການເມືອງ ສະຫຼຸບວຽກງານກວດກາພັກ – ລັດ ທົ່ວກອງທັບຄັ້ງທີ VI

ສະຫຼຸບວຽກງານກວດກາພັກ – ລັດ ທົ່ວກອງທັບຄັ້ງທີ VI

0

ກະຊວງປ້ອງກັນປະເທດ ສະຫຼຸບວຽກງານກວດກາພັກ – ລັດທົ່ວກອງທັບຄັ້ງທີ VI ໃນວັນທີ 21 ກຸມພາ 2023 ຢູ່ທີ່ສະໂມສອນກົມໃຫຍ່ການເມືອງກອງທັບ ໂດຍການເປັນປະທານຂອງ ສະຫາຍ ພົນເອກ ຈັນສະໜອນ ຈັນຍາລາດ ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ, ມີກໍາມະການສູນກາງພັກ, ຄະນະກວດກາສູນກາງພັກ, ຄະນະນໍາກະຊວງປ້ອງກັນປະເທດ, ຄະນະນໍາກົມໃຫຍ່, ຫ້ອງວ່າການກະຊວງປ້ອງກັນປະເທດ ພ້ອມດ້ວຍຄະນະພັກ – ຄະນະບັນຊາກອງພົນ, ກອງບັນຊາການທະຫານແຂວງ, ວິທະຍາຄານ, ໂຮງຮຽນ, ໂຮງໝໍ, ຫົວໜ່ວຍທຸລະກິດ, ພະນັກງານ – ຫຼັກແຫຼ່ງອ້ອມຂ້າງກະຊວງປ້ອງກັນປະເທດເຂົ້າຮ່ວມ.

ສະຫາຍ ພົນຈັດຕະວາ ສຸລິນພອນ ຄໍາພະຈັນ ຮອງປະທານກວດກາພັກ – ລັດ, ຫົວໜ້າກົມກວດກາກະຊວງປ້ອງກັນປະເທດ ໄດ້ສະຫຼຸບຕີລາຄາຄືນເຖິງການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານກວດກາພັກ – ລັດ ຄັ້ງທີ VI ໃນ 5 ປີ ຜ່ານມາ ( ປີ 2016 – 2023 ) ແລະ ທິດທາງແຜນການໃນ 5 ປີ ຕໍ່ໜ້າ ( ປີ 2023 – 2027 ) ສໍາລັບວຽກງານຕິດຕາມ, ກວດກາພັກໃນຊຸມປີຜ່ານມາ ຄະນະກວດກາຂັ້ນກະຊວງໄດ້ລົງຕິດຕາມ, ຊຸກຍູ້ ແລະ ກວດກາປົກກະຕິ ຢູ່ກົມກອງກໍາລັງຫຼວງ – ກໍາລັງທ້ອງຖິ່ນ 47 ເທື່ອກົມກອງ ຜ່ານການລົງຕິດຕາມ, ກວດກາຕົວຈິງເຫັນວ່າ: ຄະນະພັກ – ຄະນະບັນຊາແຕ່ລະຂັ້ນ ໄດ້ເອົາໃຈໃສ່ປະຕິບັດພາລະບົດບາດ, ໜ້າທີ່ ແລະ ຂອບເຂດສິດຂອງຕົນ ຕາມກົດລະບຽບຂອງພັກໄດ້ກໍານົດໄວ້ຢ່າງເຂັ້ມງວດ ສາມາດເປັນກໍາລັງຫຼັກແຫຼ່ງໃນການຊີ້ນໍາ – ນໍາພາປັບປຸງການຈັດຕັ້ງ, ແບບແຜນນໍາພາ, ແບບແຜນວິທີເຮັດວຽກ, ເຄົາລົບ ແລະ ປະຕິບັດຫຼັກການລວມສູນປະຊາທິປະໄຕ, ມີຄວາມສະມັກຄີພາຍໃນ, ພາຍນອກ ເອົາໃຈໃສ່ໃນການຕິດຕາມ, ກວດກາວຽກງານທຸກດ້ານ ທີ່ຂຶ້ນກັບຄວາມຮັບຜິດຊອບຂອງຕົນ ໃນນີ້ສາມາດຄັດເລືອກໄດ້ໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ 82,30%, ກາງ 15,10%, ສະມາຊິກພັກແຂງ 88,00%, ກາງ 7,86%, ວຽກງານຕິດຕາມ, ກວດກາລັດ ຄະນະກວດກາແຕ່ລະຂັ້ນໄດ້ເປັນເຈົ້າການຕິດຕາມ, ກວດກາການຈັດຕັ້ງປະຕິບັດມະຕິຂອງພັກ, ກົດໝາຍຂອງລັດ, ຂອງກອງທັບ, ຂໍ້ກໍານົດກົດລະບຽບຂອງກອງທັບ ໂດຍສະເພາະກວດກາການຈັດຕັ້ງປະຕິບັດ 4 ໜ້າທີ່ໃຫຍ່ 26 ແຜນງານຂອງກະຊວງປ້ອງກັນປະເທດວາງອອກ, ກວດກາປັບປຸງການຈັດຕັ້ງ ແລະ ຈຳນວນພົນຢູ່ແຕ່ລະກົມກອງເຂົ້າສູ່ລະບົບຄຸ້ມຄອງທັບ ທີ່ມີວິທະຍາສາດ, ກວດກາການຄຸ້ມຄອງນໍາໃຊ້ງົບປະມານລາຍຮັບ – ລາຍຈ່າຍ, ການປົກປັກຮັກສາວັດຖຸພາຫະນະ ແລະ ອາວຸດກະສູນທີ່ຂັ້ນເທິງປະກອບໃຫ້ ນອກຈາກນີ້ຍັງໄດ້ຈັດຕັ້ງດໍາເນີນການກວດກາຕິດຕາມຜົນການກວດສອບ 19 ໂຄງການ ມູນຄ່າ 564 ຕື້ກວ່າກີບ, ກວດກາການລົງທຶນຂອງລັດ 10 ຕື້ລົງມາ 110 ໂຄງການ ມູນຄ່າ 433 ຕື້ກວ່າກີບ, ເຂົ້າຮ່ວມກວດກາໂຄງການກໍ່ສ້າງ – ສ້ອມແປງເຄຫາສະຖານ ແລະ ເສັ້ນທາງ 243 ໂຄງການ ມູນຄ່າ 5,848 ຕື້ກວ່າກີບ, ກວດກາທຶນຊ່ວຍເຫຼືອຈາກ ສ.ສ ຫວຽດນາມ 1 ໂຄງການ ມູນຄ່າ 47 ຕື້ກວ່າກີບ, ເຂົ້າຮ່ວມກວດກາການຈັດຊື້ – ຈັດຈ້າງຕ່າງໆ 10 ໂຄງການ ມູນຄ່າ 26 ຕື້ກວ່າກີບ ແລະ 82 ລ້ານໂດລາສະຫະລັດ, ເຂົ້າຮ່ວມຄະນະກໍາມະການຕິດຕາມ, ກວດກາໂຄງການພັດທະນາ ກຸ່ມບ້ານຄັງວຽງ 27 ໂຄງການ ມູນຄ່າ 558,912 ຕື້ກີບ ປັນຈຸບັນປະຕິບັດສໍາເລັດແລ້ວ 479,316 ຕື້ກີບ.

ຈາກນັ້ນຜູ້ແທນກອງປະຊຸມຈະໄດ້ພ້ອມກັນຄົ້ນຄວ້າປະກອບຄໍາຄິດຄໍາເຫັນໃສ່ບົດລາຍງານການເມືອງທັງສອງພາກ ທັງນີ້ກໍ່ເພື່ອເຮັດໃຫ້ກອງປະຊຸມມີເນື້ອໃນອຸດົມສົມບູນຄົບຖ້ວນກວ່າເກົ່າ ເຊິ່ງກອງປະຊຸມສະຫຼຸບວຽກງານກວດກາພັກ – ລັດ ທົ່ວກອງທັບຄັ້ງທີ VI ຈະໄດ້ດໍາເນີນໄປເປັນເວລາ 2 ວັນຈຶ່ງຈະສໍາເລັດ.

ຂ່າວ-ພາບ: ຄຳໃໝ່ + ສຸກສາຄອນ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version