Home ຂ່າວການເມືອງ ກອງປະຊຸມວິທະຍາສາດ – ປະຫວັດສາດການທະຫານທົ່ວກອງທັບຄັ້ງທີ IV ໄດ້ສຳເລັດລົງ

ກອງປະຊຸມວິທະຍາສາດ – ປະຫວັດສາດການທະຫານທົ່ວກອງທັບຄັ້ງທີ IV ໄດ້ສຳເລັດລົງ

0

ກອງປະຊຸມວິທະຍາສາດ – ປະຫວັດສາດການທະຫານທົ່ວກອງທັບ ຄັ້ງທີ IV ໄດ້ສຳເລັດລົງດ້ວຍຜົນສໍາເລັດອັນຈົບງາມ ໃນວັນທີ 21 ກຸມພາ 2023 ນີ້ ຢູ່ສະໂມສອນກົມໃຫຍ່ເສນາທິການກອງທັບ. ພາຍຫລັງໄດ້ດຳເນີນມາເປັນເວລາ 2 ວັນ ໂດຍການເຂົ້າຮ່ວມເປັນປະທານຂອງ ສະຫາຍ ພົນໂທ ທອງລອຍ ສີລິວົງ ກໍາມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງກອງທັບ. ມີບັນດາສະຫາຍຄະນະນໍາກະຊວງ, ຄະນະນໍາ 4 ກົມໃຫຍ່, ຫ້ອງວ່າການກະຊວງ, ຜູ້ແທນກອງ ປະຊຸມ ທີ່ມາຈາກບັນດາອົງການ, ກົມກອງກຳລັງຫຼວງ – ກຳລັງທ້ອງຖິ່ນ, ບັນດາວິທະຍາຄານ, ໂຮງຮຽນກອງທັບ, ພະນັກງານປະຕິວັດອາວຸໂສບໍານານ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ໂອກາດນີ້ ສະຫາຍ ພົນໂທ ທອງລອຍ ສີລິວົງ ໄດ້ກ່າວຄໍາເຫັນໂອ້ລົມກອງປະຊຸມວ່າ: ຄະນະພັກ – ຄະນະບັນຊາ ກົມວິທະຍາສາດ – ປະຫວັດສາດການທະຫານ ຕ້ອງທຸ່ມເທເຫື່ອແຮງ ແລະ ສະຕິປັນຍາຂອງຕົນ ເປັນເສນາທິການໃຫ້ສະພາວິທະຍາສາດຂັ້ນກະຊວງ ໃນການ ຈັດຕັ້ງປະຕິບັດໜ້າທີ່ການເມືອງຂອງຕົນ ໃຫ້ມີຄຸນນະພາບ ແລະ ທັນເວລາ. ຕ້ອງຮີບຮ້ອນປັບປຸງການຈັດຕັ້ງ ຕາມຂໍ້ກຳນົດການຈັດຕັ້ງ ແລະ ເຄື່ອນໄຫວຂອງ ສະພາວິທະຍາສາດຂັ້ນກະຊວງ ແລະ ປັບປຸງບັນດາຂະແໜງ, ພະແນກການຄົ້ນຄວ້າ ວິທະຍາສາດ – ປະຫວັດສາດການທະຫານ ໃຫ້ມີພາກສ່ວນຮັບຜິດຊອບຄົ້ນຄວ້າ, ຮຽບຮຽງ, ນັບທັງຢູ່ອົງການຂອງກະຊວງບັນດາວິທະຍາຄານໂຮງຮຽນ ຕະຫຼອດຮອດບັນດາເຫຼົ່າຮົບ, ບັນດາກອງພັນໃຫຍ່, ກອງພົນ ແລະ ກອງບັນຊາການທະຫານແຂວງ ໃຫ້ເປັນລະບົບ, ຍົກສູງ ຄວາມຮັບຜິດຊອບພົວພັນປະສານງານ ກັບບັນດາຂະແໜງການຄົ້ນຄວ້າວິທະຍາສາດໃນ ກອງທັບ, ນັບແຕ່ຂັ້ນກະຊວງ ລົງເຖິງບັນດາກົມກອງທ້ອງຖິ່ນ ປະສານສົມທົບ ແລະ ຕັ້ງໜ້າ ຮ່ວມມືຂໍຄວາມຊ່ວຍເຫຼືອຈາກບັນດາອົງການຄົ້ນຄວ້າວິທະຍາສາດຂອງພັກ – ລັດ, ຕົ້ນຕໍ ແມ່ນສະຖາບັນວິທະຍາສາດສັງຄົມແຫ່ງຊາດ, ກະຊວງວິທະຍາສາດ – ເຕັກໂນໂລຊີ, ກະຊວງ ຊັບພະຍາກອນນໍ້າ ແລະ ສິ່ງແວດລ້ອມ, ຂະແໜງວິທະຍາສາດຂອງມະຫາວິທະຍາໄລແຫ່ງຊາດ, ສະຖາບັນການເມືອງການປົກຄອງແຫ່ງຊາດ, ເພື່ອເສີມຂະຫຍາຍພາລະບົດບາດ ເປັນສູນກາງຄົ້ນຄວ້າປະຫວັດສາດການທະຫານ, ວິທະຍາສາດການທະຫານ ຊ່ວຍສະພາວິທະຍາສາດຂອງກະຊວງປ້ອງກັນປະເທດ. ກວດກາຄືນການຈັດຕັ້ງທີ່ມີແລ້ວ ເພື່ອປັບປຸງໃຫ້ເໝາະສົມ ນັບທັງດ້ານປະລິມານ ແລະ ຄຸນນະພາບ; ແຕ່ລະກົມກອງປັບປຸງສັບຊ້ອນການຈັດຕັ້ງ ຕ້ອງໄປຄຽງຄູ່ກັບການເພີ່ມພະນັກງານ ທີ່ມີຄວາມສາມາດເຮັດວຽກງານວິທະຍາສາດ – ປະຫວັດສາດການທະຫານ.

ພ້ອມນີສະຫາຍໄດ້ເນັ້ນໃຫ້ ຄະນະພັກ – ຄະນະບັນຊາ ແລະ ພະນັກງານທີ່ເຮັດວຽກງານວິທະຍາສາດ – ປະຫວັດສາດການທະຫານທຸກຂັ້ນຕ້ອງຮັບຮູ້ຢ່າງພາວະວິໃສ ບັນຫາຂອງເຫດການໃຫ້ຖືກກັບຄວາມຈິງ. ສະແດງໃຫ້ເຫັນທາດແທ້, ກົດເກນເຄື່ອນໄຫວ ຂອງວິທະຍາສາດປະຫວັດສາດການທະຫານ ເພື່ອກຳນົດທິດໃຫ້ປະຈຸບັນ ແລະ ອະນາຄົດ. ຂຸດຄົ້ນບັນດາແຫຼ່ງຂໍ້ມູນຂ່າວສານໃຫ້ເຖີງຖອງ ພິເສດແມ່ນເອກະສານຕົ້ນສະບັບເປັນຂໍ້ອ້າງອີງໃຫ້ແກ່ການຄົ້ນຄວ້າ, ວິວັດທະນາການປະຫວັດສາດຢ່າງພາວະວິໃສ ແລະ ຢ່າງຈິງຈັງ. ປັບປຸງຄືນບັນດາປຶ້ມເຫດການປະຫວັດສາດ ດ້ວຍຫຼາຍຮູບ, ຫຼາຍແບບຢ່າງອຸດົມສົມບູນ, ຖືເອົາການຕໍານິກໍ່ສ້າງເປັນອາວຸດ ທີ່ແຫຼມຄົມໃນການສ້າງ ພະນັກງານວິທະຍາສາດ – ປະຫວັດສາດ, ເສີມຂະຫຍາຍລັກສະນະຕໍ່ສູ້ ແລະ ກຳລັງແຮງສູ້ ຮົບຂອງພັກ. ໃນພິທີຍັງໄດ້ມອບຫຼຽນໄຊພິລະອາດຫານຊັ້ນ II ໃຫ້ກົມກອງລວມໜູ່ 7 ກົມກອງ, ຫຼຽນໄຊພິລະອາດຫານຊັ້ນ III ມີ 17 ກົມກອງ ແລະ ມອບໃບຍ້ອງຍໍກະຊວງປ້ອງກັນປະເທດໃຫ້ກົມກອງລວມໜູ່ 22 ກົມກອງຢ່າງສົມກຽດ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version