Home ຂ່າວພາຍໃນ ສູນບໍລິການຜ່ານປະຕູດຽວ ເມືອງແກ່ນທ້າວ ເກັບລາຍຮັບເຂົ້າງົບປະມານກວ່າ 1,7 ຕື້ກີບ

ສູນບໍລິການຜ່ານປະຕູດຽວ ເມືອງແກ່ນທ້າວ ເກັບລາຍຮັບເຂົ້າງົບປະມານກວ່າ 1,7 ຕື້ກີບ

0

​ສູນບໍລິການຜ່ານປະຕູດຽວຂອງເມືອງແກ່ນທ້າວ ໄດ້ເອົາໃຈໃສ່ເຄື່ອນໄຫວວຽກງານຕາມພາລະບົດບາດ ເປັນຕົ້ນ ໄດ້ບໍລິການທາງດ້ານເອກະສານໃຫ້ແກ່ນັກທຸລະກິດ ຜູ້ປະກອບການ ແລະ ປະຊາຊົນ ລວມສູນຢູ່ຈຸດດຽວ ເຮັດໃຫ້ໃນປີຜ່ານມາ ສາມາດສ້າງລາຍຮັບໄດ້ກວ່າ 1,7 ຕື້ກີບ. ອີງຕາມການລາຍຂອງ ທ່ານ ຄອນສະຫວັນ ຄໍາມູນທາ ຮອງຫົວໜ້າສູນບໍລິການຜ່ານປະຕູດຽວ ເມືອງແກ່ນທ້າວ ແຂວງໄຊຍະບູລີ ຕໍ່ກອງປະຊຸມສະຫລຸບຕີລາຄາການຈັດຕັ້ງປະຕິບັດ ແຜນງົບປະມານແຫ່ງລັດ ປະຈໍາປີ 2022 ທົ່ວເມືອງແກ່ທ້າວ ໃຫ້ຮູ້ວ່າ: ໄລຍະຜ່ານມາ ສູນບໍລິການຜ່ານປະຕູດຽວຂອງເມືອງແກ່ນທ້າວ ໄດ້ເອົາໃຈໃສ່ເຄື່ອນໄຫວວຽກງານຕາມພາລະບົດບາດ ເປັນຕົ້ນ ໄດ້ບໍລິການທາງດ້ານເອກະສານໃຫ້ແກ່ນັກທຸລະກິດ ຜູ້ປະກອບການ ແລະ ປະຊາຊົນ ລວມສູນຢູ່ຈຸດດຽວ ເອົາໃຈໃສ່ປັບປຸງກົນໄກການພົວພັນລະຫວ່າງອົງການບໍລິຫານລັດ ກັບອົງການຈັດຕັ້ງຕ່າງໆ ແລະ ປະຊາຊົນສອດຄ່ອງຕາມລະບຽບຫລັກການ ຊຸກຍູ້ຕິດຕາມການປະກອບເອກະສານເຄື່ອນ ຍ້າຍສິນຄ້າ ການເກັບລາຍຮັບຈາກຄ່າທໍານຽມ ຄ່າບໍລິການຕ່າງໆ ເພື່ອມອບເຂົ້າງົບປະມານ ແລະ ສະຫຼຸບລາຍງານຂັ້ນເທິງເປັນປົກກະຕິ ຕິດຕາມຄຸ້ມຄອງລາຍຮັບ-ລາຍຈ່າຍ ຈາກຄ່າແບບພິມເອກະສານຕ່າງໆ ເພື່ອບໍລິຫານຢູ່ພາຍໃນ ສູນບໍລິການຜ່ານປະຕູດຽວໃຫ້ຖືກຕ້ອງຕາມລະບຽບການ ໃນປີ 2022 ມາດເກັບລາຍຮັບເຂົ້າງົບປະມານໄດ້ທັງໝົດ 1,79 ຕື້ກວ່າກີບ ໃນນີ້ ຄ່າທຳນຽມ ປະຕິບັດໄດ້ 137 ລ້ານກວ່າກີບ ຄ່າບໍລິການ 878 ລ້ານກວ່າກີບ ລາຍຮັບຈາກສ່ວຍສາອາກອນ (ອາກອນເຄື່ອນຍ້າຍ) 775 ລ້ານກວ່າກີບ.

ຂະນະດຽວກັນ ສູນບໍລິການຜ່ານປະຕູດຽວ ໄດ້ບໍລິການ ປະກອບເອກະສານເຄື່ອນຍ້າຍສິນຄ້າອອກຕ່າງປະເທດ 300.000 ກວ່າໂຕນ ມູນຄ່າເກືອບ 40 ລ້ານໂດລາສະຫະລັດ ໃນນີ້ ສາລີ 12.500 ໂຕນ ມູນຄ່າ 1,5 ໂດລາ ໝາກເດືອຍ 2.000 ກວ່າໂຕນ ມູນຄ່າ 500.000 ກວ່າໂດລາ ມັນແຫ້ງ 300.000 ກວ່າໂຕນ ມູນຄ່າ 35 ລ້ານກວ່າໂດລາ ຖົ່ວດິນຝັກ 200 ກ່ວາໂຕນ ມູນຄ່າ 65.000 ກວ່າໂດລາ ຖົ່ວແດງ 2.000 ກວ່າໂຕນ ມູນຄ່າ 1 ລ້ານກວ່າໂດລາ ໝາກງາ 700 ກວ່າໂຕນ ມູນຄ່າ 500.000 ກວ່າໂດລາ ໝາກຂາມສົ້ມ 4 ໂຕນ ມູນຄ່າ 700 ກວ່າໂດລາ ປໍສາ 30 ໂຕນມູນຄ່າ 7.000 ກວ່າໂດລາ ແກນສາລີ 1 ພັນກວ່າໂຕນ ມູນຄ່າ 14 ພັນກວ່າໂດລາ ແກ່ນຫຍ້າ 100 ກວ່າໂຕນ ມູນຄ່າ 74 ພັນກວ່າໂດລາ ກາກມັນຕົ້ນ 200 ກວ່າໂຕນ ມູນຄ່າ 2.500 ໂດລາ ແລະ ບໍລິການອອກໃບຢັ້ງຢືນເຄື່ອນຍ້າຍສິນຄ້າພາຍໃນປະເທດ ມູນຄ່າ 8,7 ຕື້ກວ່າກີບ ໃນນັ້ນ ປະກອບມີ ຄວາຍ 70 ກວ່າໂຕ ມູນຄ່າ 250 ກວ່າລ້ານກີບ ງົວ 2.700 ກວ່າໂຕ ມູນຄ່າ 5,5 ຕື້ກວ່າລ້ານກີບ ເຂົ້າເປືອກ 130 ກວ່າໂຕນ ມູນຄ່າ 200 ກວ່າລ້ານກີບ ມ້າ 300 ກວ່າໂຕ ມູນຄ່າ 600 ກວ່າລ້ານກີບ ໝູພັນ 70 ກວ່າໂຕ ມູນຄ່າ 150 ລ້ານກີບ ໝູລາດ 600 ກວ່າໂຕ ມູນຄ່າ 300 ກວ່າລ້ານກີບ ແບ້ 180 ໂຕ ມູນຄ່າ 90 ລ້ານກີບ ສາລີ 1 ພັນກວ່າໂຕ ມູນຄ່າ 1 ພັນກວ່າລ້ານກີບ ແກະ 40 ໂຕ ມູນຄ່າ 20 ລ້ານກີບ.

ຂ່າວ-ພາວ: ຂປລ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version