Home ຂ່າວໜ້າໜຶ່ງ ສາທາ ຈັດພົບປະສື່ປັບປຸງການຕອບໂຕ້ພະຍາດໂຄວິດ-19 ໃນລາວ

ສາທາ ຈັດພົບປະສື່ປັບປຸງການຕອບໂຕ້ພະຍາດໂຄວິດ-19 ໃນລາວ

0

ກະຊວງສາທາ ຮ່ວມກັບອົງການຈັດຕັ້ງສາກົນທີ່ກ່ຽວຂ້ອງໃນ ສປປ ລາວ ຈັດກອງປະຊຸມຝຶກອົບຮົມ ແລກປ່ຽນບົດຮຽນກັບສື່ມວນຊົນສູນກາງ ເພື່ອຖອດຖອນບົດຮຽນ ແລະ ຜັນຂະຫຍາຍແນວທາງການຮັບມືກັບການລະບາດທີ່ອາດເກີດຂຶ້ນໃໝ່ ແລະ ນໍາມາໃຫ້ມີການເຜີຍແຜ່ໃນແບບລວມດຽວກັນ. ໃນວັນທີ 22 ກຸມພາ 2023 ນີ້ ທີ່ພັດທະຄານ ແລະສວນອາຫານຊົມວີວ ເມືອງວັງວຽງ ແຂວງວຽງຈັນ ສູນສື່ສານ ເພື່ອສຸຂະພາບ ແລະ ສຸຂະສຶກສາ ກະຊວງສາທາລະນະສຸກ ຮ່ວມກັບ ອົງການ WTO, UNICEF ໄດ້ຈັດຝຶກອົບຮົມດ້ານການຕິດຕາມຫາງສຽງສັງຄົມ ເພື່ອໃຊ້ເປັນຂໍ້ມູນ ໃນການປັບປຸງການຕອບໂຕ້ພະຍາດໂຄວິດ-19 ແລະ ຂະບວນການສັກວັກຊີນໃນ ສປປ ລາວ ພາຍໃຕ້ການເປັນປະທານຂອງທ່ານ ທ່ານ ດຣ ອິນປົງ ທົງພະຈັນ ຮອງຫົວໜ້າສູນສື່ສານ ເພື່ອສຸຂະພາບ ແລະ ສຸຂະສຶກສາ, ມີຕົວແທນຈາກອົງການສາກົນ ແລະ ສື່ມວນຊົນຈາກສູນກາງ ທຸກຂະແໜງການເຂົ້າຮ່ວມ.

ຈຸດປະສົງຫຼັກຂອງກອງປະຊຸມແມ່ນເພື່ອສະເໜີຜົນໄດ້ຮັບ ແລະ ປະສົບການຂອງບັນດາແຂວງທົ່ວປະເທດໃນປີ 2022, ໂດຍສະເພາະໃນແຂວງທີ່ມີອັດຕາການສັກຢາກັນພະຍາດໂຄວິດ-19 ຕໍ່າ; ທົບທວນຄືນທິດສະດີການປ່ຽນແປງພຶດຕິກຳ, ນຳສະເໜີການຕິດຕາມຫາງສຽງສັງຄົມແບບປົກກະຕິ ແລະ ແບບອອນລາຍ ແລະ ປະໂຫຍດຂອງເຄື່ອງມືດັ່ງກ່າວເຊັ່ນ: ການປັບປຸງຂໍ້ຄວາມ ແລະ ການສື່ສານເພື່ອຕອບໂຕ້ ແລະ ການລາຍງານສະພາບທີ່ມີປະສິດທິພາບຫຼາຍຂຶ້ນ; ຝຶກຊ້ອມການຮັບຟັງຫາງສຽງສັງຄົມ ແລະ ສຶກສາຄວາມເປັນໄປໄດ້ໃນການນຳເອົາເຄື່ອງມື ແລະ ບົດຮຽນນີ້ໄປໝຸນໃຊ້ໃນແຕ່ລະໜ່ວຍງານ; ພ້ອມຊອກຫາແຫຼ່ງຂໍ້ມູນຕ່າງໆຂອງກະຊວງສາທາລະນະສຸກນອກ ເໜືອຈາກສູນຂ່າວສານເພື່ອສຸຂະພາບ ແລະ ສຸຂະສຶກສາ ເພື່ອການເຝົ້າລະວັງຈາກຂໍ້ມູນຫຼາຍແຫຼ່ງ (multisource surveillance) ແລະ ສຳຫຼວດຊ່ອງວ່າງດ້ານຂໍ້ມູນທີ່ບັນດາຂະແໜງການຂອງກະຊວງສາທາລະນະສຸກ ແລະ ໜ່ວຍງານອື່ນໆທີ່ກ່ຽວຂ້ອງຈະສາມາດໄດ້ຜົນປະໂຫຍດຈາກການຮັບຟັງຫາງສຽງສັງຄົມ ເພື່ອຫາຂໍ້ສະຫຼຸບຮ່ວມກັນສຳລັບການຈັດຕັ້ງປະຕິບັດຂັ້ນຕອນຕໍ່ໄປ.

ການຝຶກອົບຮົມແລກປ່ຽນບົດຮຽນຄັ້ງນີ້ມີຫຼາຍຫົວຂໍ້ເນັ້ນໜັກເຊັ່ນ: ການຈັດຕັ້ງປະຕິບັດວຽກງານການສື່ສານເພື່ອຫຼຸດຜ່ອນຄວາມສ່ຽງ ໃນການກັນພະຍາດ ແລະ ການສົ່ງເສີມການສັກວັກຊີນກັນພະຍາດໂຄວິດ-19, ສັງລວມການຈັດຕັ້ງປະຕິບັດວຽກງານການສື່ສານເພື່ອຫຼຸດຜ່ອນຄວາມສ່ຽງ ໃນການກັນພະຍາດ ແລະ ການສົ່ງເສີມການສັກວັກຊີນກັນພະຍາດໂຄວິດ-19 ຂັ້ນແຂວງ, ການສື່ສານເພື່ອຫຼຸດຜ່ອນຄວາມສ່ຽງ ແລະ ການມີສ່ວນຮ່ວມກັບຊຸມຊົນ: ສິ່ງທ້າທາຍໃນການສ້າງຄວາມຕ້ອງການຂອງວັກຊີນກັນພະຍາດໂຄວິດ-19 ແລະ ວັກຊີນຮອບປົກກະຕິ, ປະເມີນຄືນຕໍ່ກັບບົດຮຽນທີ່ໄດ້ຮຽນມາ ແລະ ສະຫຼຸບຍຸດທະສາດ ແລະ ຂະບວນການຈັດຕັ້ງປະຕິບັດຕໍ່ໄປຂອງແຕ່ລະພາກສ່ວນ ພາຍໃຕ້ການມີສ່ວນຮ່ວມໃນການສົນທະນາແລກປ່ຽນຂອງແຕ່ລະພາກສ່ວນທີ່ເຂົ້າຮ່ວມຝຶກອົບຮົມ ໂດຍດໍາເນີນໄປຮອດວັນທີ 24 ກຸມພາ 2023.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version