ພັຕ ຄຳດີ ບຸບຜາວັນ ຫົວໜ້າໜ່ວຍງານ ຕມ ຂົວມິດຕະພາບ ລາວ-ໄທ 1 ໄດ້ສະແດງຄວາມຮູ້ສຶກຕໍ່ວັນສະຖາປະ ນາ ສປປ ລາວ ຄົບຮອບ 50 ປີ ແລະ ວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ ມີຄວາມພາກພູມໃຈທີ່ເຫັນປະເທດຊາດ ໄດ້ຮັບການພັດທະນາ ຢ່າງຕໍ່ເນື່ອງ ແລະ ມີຄວາມສະຫງົບ ພາຍໃຕ້ການນຳພາຂອງພັກປະຊາຊົນ ປະຕິວັດລາວ, ໂດຍມີປະທານ ໄກສອນ ພົມວິຫານ ເປັນຜູ້ນຳພາກໍ່ຕັ້ງ.
ພັຕ ຄຳດີ ບຸບຜາວັນ ໄດ້ໃຫ້ສຳພາດຕໍ່ນັກຂາວກົມສື່ມວນຊົນ ປກສ ໃນວັນທີ 29 ພະຈິກ ນີ້ວ່າ: ໃນໂອກາດວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ໃນວັນທີ 2 ທັນ ວາ 2025, ຂ້າພະເຈົ້າມີຄວາມຮູ້ສຶກພາກພູມໃຈເປັນຢ່າງຍິ່ງຕໍ່ການເຕີບໃຫຍ່ເຂັ້ມແຂງ ແລະ ການພັດທະນາຂອງປະເທດຊາດເປັນກ້າວໆມາ ເຊິ່ງເຫັນໄດ້ວ່າປະເທດຊາດມີຄວາມສະຫງົບ, ມີຄວາມສີວິໄລຈະເລີນກ້າວໜ້າ, ປະຊາຊົນຍູ້ທ້າງທຳມາຫາກິນ ຍ້ອນ ການນຳພາຂອງພັກປະຊາ ຊົນ ປະຕິວັດລາວ.ປີນີ້ ນອກຈາກຈະຄົບຮອບ 50 ວັນສະ ຖາປະນາ ສປປ ລາວ ແລ້ວ ຍັງເປັນປີທີ່ຄົບຮອບ 105 ປີ ວັນເກີດຂອງ ປະທານ ໄກສອນ ພົມວິຫານ ເຊິ່ງເປັນຜູ້ນຳທີ່ແສນເຄົາລົບຮັກຂອງປວງຊົນລາວທັງຊາດ,ເປັນຜູ້ນຳພາປວງຊົນລາວທັງຊາດ ຕໍ່ສູ້ປົດປ່ອຍຊາດ,ເຊິ່ງເພິ່ນໄດ້ປະໄວ້ຄຸນງາມຄວາມດີ, ມູນເຊື້ອປະຕິວັດ ອັນແທ້ຈິງໄວ້ໃຫ້ປະ ເທດຊາດ,ຂ້າພະເຈົ້າໃນນາມສ່ວນຕົວ ກໍຄື ກຳລັງປ້ອງກັນຄວາມສະຫງົບ ຈະນຳເອົາຄຸນງາມຄວາມດີ,ຄຸນສົມບັດ ສິນທຳປະຕິວັດ ແລະ ມູນເຊື້ອການຕໍ່ສູ້, ການເສຍສະລະເພື່ອປະເທດຊາດຂອງທ່ານ ເສີມຂະຫຍາຍເຂົ້າໃນການດຳລົງຊີວິດ ກໍຄື ເສີມຂະຫຍາຍເຂົ້າໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານ ໃຫ້ມີຄວາມເຂັ້ມແຂງຂຶ້ນໄປເລື່ອຍໆ.

ພັຕ ຄຳດີ ບຸບຜາວັນ ຍັງກ່າວອີກວ່າ: ຕະຫຼອດໄລຍະຜ່ານມາ, ໄດ້ນຳພາ ນາຍ ແລະ ພົນຕຳຫຼວດ ທີ່ຢູ່ພາຍໃຕ້ຄວາມຮັບຜິດຊອບຂອງຕົນເອງ ຈັດຕັ້ງປະຕິບັດໜ້າທີ່ ທີ່ໄດ້ຮັບມອບໝາຍ ຢ່າງຕັ້ງໜ້າ ໂດຍສະເພາະ ແມ່ນການຈັດຕັ້ງການກວດຄົນເຂົ້າ-ອອກເມືອງ ເພື່ອປະກອບສ່ວນເຮັດໃຫ້ປະເທດຊາດມີຄວາມສະຫງົບ, ມີຄວາມສີວິໄລ.