Home ຂ່າວພາຍໃນ ສ້າງອາຊີບໃຫ້ແກ່ຜູ້ອອກຢາເສບຕິດ

ສ້າງອາຊີບໃຫ້ແກ່ຜູ້ອອກຢາເສບຕິດ

0

ພິທີເປີດຊຸດເຝິກອົບຮົມວິຊາຊິບ ສາຂາສ້ອມແປງລັດຈັກ ຕັດຫຍິບ ປູກຝັງ-ລ້ຽງສັດ ໃຫ້ແກ່ຜູ້ອອກຢາເສບຕິດຢູ່ສູນປິ່ນປົວ ແລະ ເຝິກວິຊາຊີບຜູ້ຕິດຢາເສບຕິດ ຫ້ອງຕໍາຫຼວດ ປກສ ນະຄອນຫຼວງວຽງຈັນ (ນວ) ຈັດຂຶ້ນວັນທີ 21 ກຸມພາ 2023 ທີ່ສູນເຝິກອົບຮົມດັ່ງກ່າວ ເປັນປະທານຮ່ວມຂອງທ່ານ ສຸດທິໄຊ ສົມພາວັດ ຫົວໜ້າຂະແໜງສັງຄົມສົງເຄາະ ພະແນກແຮງງານ ແລະ ສະຫວັດດີການສັງຄົມ ນວ ແລະ ທ່ານ ພັນໂທ ສີໄພ ໄຊສຸລິຍະວົງ ຫົວໜ້າສູນປິ່ນປົວ ແລະ ເຝິກວິຊາຊີບຜູ້ຕິດຢາເສບຕິດ ຫ້ອງຕໍາຫຼວດ ປກສ ນວ ມີທ່ານນາງ ບົວວອນ ບົວລິວົງ ຜູ້ປະສານງານເພື່ອນມິດ ໂຄງການຊ່ວຍເຫຼືອເດັກຂ້າງຖະໜົນ ແລະ ສ້າງບຸກຄະລາກອນບໍລິຫານໂຄງການແບບຍືນຍົງ ໃນ ສປປ ລາວ ພ້ອມດ້ວຍຄູເຝິກ ຫົວໜ້າ ໜ່ວຍງານ ຮອງໜ່ວຍງານ ຕະຫຼອດຮອດສໍາມະນາກອນເຂົ້າຮ່ວມ.

ການເຝິກອົບຮົມຄັ້ງນີ້ໄດ້ຮັບການສະໜັບສະໜູນຈາກ ເພື່ອນມິດ ໂຄງການຊ່ວຍເຫຼືອເດັກຂ້າງຖະໜົນ ແລະ ສ້າງບຸກຄະລາກອນບໍລິຫານໂຄງການແບບຍືນຍົງ ໃນ ສປປ ລາວ ມີຈຸດປະສົງເພື່ອສົ່ງເສີມດ້ານວິຊາຊີບໃຫ້ແກ່ຜູ້ທີ່ດ້ອຍໂອກາດ ໂດຍສະເພາະຊາວໜຸ່ມ ໄວໜຸ່ມທີ່ຍັງບໍ່ທັນມີເງື່ອນໄຂໄດ້ເຂົ້າເຖິງສະຖານທີ່ການສຶກສາ ເຂົ້າເຖິງການປະກອບອາຊີບໃດໜຶ່ງໃຫ້ຕົນເອງ ເພື່ອສ້າງຄວາມອາດສາມາດໃນການເບິ່ງແຍງຕົນເອງ ແລະ ຄອບຄົວໃຫ້ສາມາດດໍາລົງຊີວິດຢູ່ໃນສັງຄົມໄດ້ຢ່າງໝັ້ນຄົງ ເປັນການສົ່ງເສີມຄວາມຮູ້ທາງດ້ານການປະກອບອາຊີບ ດ້ານວຽກເຮັດງານທໍາໃຫ້ແກ່ກຸ່ມໄວໜຸ່ມທີ່ດ້ອຍໂອກາດ ເຂົ້າເຖິງການມີວຽກເຮັດງານທໍາຕົວຈິງໃນສັງຄົມ.

​ສໍາລັບການເຝິກອົບຮົມດັ່ງກ່າວຈະເລີ່ມຈັດຕັ້ງປະຕິບັດແຕ່ວັນທີ 23 ກຸມພາ ຫາ ວັນທີ 29 ມິຖຸນາ 2023 ໂດຍອາທິດໜຶ່ງຈະມີການຮຽນ-ການສອນພຽງແຕ່ອາທິດລະສອງວັນຄື:ວັນພະຫັດ ແລະ ວັນສຸກ ໂດຍສ່ວນໃຫຍ່ຈະເນັ້ນພາກປະຕິບັດຕົວຈິງ ປະກອບມີ ວິຊາຊີບສ້ອມແປງລັດຈັກ-ລົດຖີບ ທັກສະພື້ນຖານການຕັດຫຍິບ ການປູກຝັງ ແລະ ລ້ຽງສັດ ແລະ ທັກສະດ້ານການປະພຶດ ເພື່ອປະກອບອາຊີບ ນອກນີ້ຍັງມີ ການໃຫ້ບໍລິການດ້ານຄໍາປຶກສາດ້ານອາຊີບ-ເປີດກໍລະນີ ແລະ ການນໍາສົ່ງສູ່ການປະກອບອາຊີບໃນອະນາຄົດ.

#vientianmai

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version