Home ຂ່າວກິລາ ສຳເລັດການແຂ່ງຂັນກິລາເປຕັງ ຊີງຂັນທ່ານນາຍົກລັດຖະມົນຕີ

ສຳເລັດການແຂ່ງຂັນກິລາເປຕັງ ຊີງຂັນທ່ານນາຍົກລັດຖະມົນຕີ

0

ການແຂ່ງຂັນກິລາ ເປຕັງທົ່ວປະເທດ ຄັ້ງທີ XII ຊີງຂັນທ່ານນາຍົກລັດຖະມົນຕີແຫ່ງ ສປປ ລາວ ທີ່ແຂວງຄຳມ່ວນ ເປັນເຈົ້າພາບ ໄດ້ສຳເລັດລົງ ໃນວັນທີ 18 ກຸມພາ 2023 ຢູ່ສະໜາມກິລາແຂວງຄຳມ່ວນ ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄຳມ່ວນ, ທ່ານ ພຸດ ສິມມາລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ມີການນໍາຂັ້ນສູນກາງ ແລະ ທ້ອງຖິ່ນ ພ້ອມດ້ວຍຄະນະຄູຝຶກ, ນັກກິລາຈາກ 13 ພາກສ່ວນທັງສູນກາງ ແລະ ບັນດາແຂວງໃນຂອບເຂດທົ່ວປະເທດ ແລະ ແຂກຖືກເຊີນເຂົ້າຮ່ວມ.

ທ່ານ ແກ້ວອຸດອນ ບຸດສິງຂອນ ຮອງເຈົ້າແຂວງຄຳມ່ວນ ປະທານຈັດການແຂ່ງຂັນ ໄດ້ກ່າວວ່າ: ການແຂ່ງຂັນເປຕັງທົ່ວປະເທດຄັ້ງທີ VII ຊີງຂັນທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ເລີ່ມມາແຕ່ວັນທີ 15-18 ກຸມພາ 2023 ປະກອບມີ 9 ລາຍການ, ມີຄະນະຄູຝຶກ ແລະ ນັກກິລາເຂົ້າຮ່ວມທັງໝົດ 229 ຄົນ ຍິງ 34 ຄົນ, ມາຈາກ 9 ແຂວງ, 4 ກະຊວງ, ບັນດາເມືອງ, ພະແນກການ ແລະ ບັນດາສະໂມສອນກິລາເປຕັງໃນຂອບເຂດທົ່ວປະເທດ, ປະກອບມີນັກກິລາເຂົ້າຮ່ວມທັງໝົດ 307 ທີມ, ແຍກອອກເປັນແຕ່ລະລາຍການແຂ່ງຂັນຄື : ລາຍການຊາຍດ່ຽວທົ່ວໄປ, ດ່ຽວຍິງທົ່ວໄປ, ຄູ່ຍິງທົ່ວໄປ, ຄູ່ຊາຍທົ່ວໄປ, ຄູ່ປະສົມ (ຊາຍ-ຍິງ), ທີມຊຸດຍິງ (3 ຄົນ), ທີມຊຸດຊາຍ, ທີມຊຸດປະສົມ (2 ຊາຍ-1 ຍິງ) ແລະ ລາຍການຄູ່ຊາຍ VIP ຮຸ່ນອາວຸໂສ 50 ປີ ຂຶ້ນໄປ, ໂດຍຊີງໄຊ 9 ຫລຽນຄຳ, 9 ຫລຽນເງິນ ແລະ 18 ຫລຽນທອງ ພ້ອມດ້ວຍເງິນລາງວັນຈຳນວນໜຶ່ງ.

ຜົນການແຂ່ງຂັນມີດັ່ງນີ້: ຄູ່ຍິງທົ່ວໄປ ຊະນະເລີດ ໄດ້ແກ່ ກະຊວງສຶກສາທິການ ແລະ ກິລາ, ຮອງຊະນະເລີດໄດ້ແກ່ ແຂວງສາລະວັນ, ອັນດັບ 3 ຮ່ວມໄດ້ແກ່ ແຂວງວຽງຈັນ ແລະ ກະຊວງປ້ອງກັນຄວາມສະຫງົບ; ຄູ່ຊາຍທົ່ວໄປ ຊະນະເລີດ ໄດ້ແກ່ ແຂວງວຽງຈັນ, ອັນດັບ 2 ໄດ້ແກ່ ອົງການໄອຍະການປະຊາຊົນແຂວງຄໍາມ່ວນ, ອັນດັບ 3 ຮ່ວມໄດ້ແກ່ ສະໂມສອນໂຮງງານນໍ້າດື່ມເຮືອງອານົງ ແຂວງບໍລິຄຳໄຊ ແລະ ພະແນກກະສິກຳ-ປ່າໄມ້ ແຂວງຄຳມ່ວນ; ທີມຊຸດ 2 ຊາຍ 1 ຍິງ ຊະນະເລີດໄດ້ແກ່ ແຂວງວຽງຈັນ, ອັນດັບ 2 ໄດ້ແກ່ ກະຊວງປ້ອງກັນຄວາມສະຫງົບ, ອັນດັບ 3 ຮ່ວມໄດ້ແກ່ ແຂວງຫລວງນໍ້າທາ ແລະ ແຂວງເຊກອງ; ທີມຄູ່ປະສົມທົ່ວໄປ ຊະນະເລີດໄດ້ແກ່ ສະໂມສອນບໍລິສັດພອນສະຫວັນ 3, ອັນດັບ 2 ໄດ້ແກ່ ແຂວງວຽງຈັນ, ອັນດັບ 3 ຮ່ວມໄດ້ແກ່ ກະຊວງປ້ອງກັນຄວາມສະຫງົບ 5 ແລະ ກອງບັນຊາການ ປກສ ແຂວງຄໍາມ່ວນ; ດ່ຽວຊາຍທົ່ວໄປ ຊະນະເລີດໄດ້ແກ່ ສະໂມສອນນໍາໂຊກສະຫວັນນະເຂດ, ອັນດັບ 2 ໄດ້ແກ່ ສະໂມສອນຈອນນີ້ສວນມັງກອນ, ອັນດັບ 3 ຮ່ວມໄດ້ແກ່ ແຂວງຄໍາມ່ວນ ແລະ ແຂວງເຊກອງ; ດ່ຽວຍິງທົ່ວໄປ ຊະນະເລີດ ໄດ້ແກ່ ກະຊວງປ້ອງກັນຄວາມສະຫງົບ, ອັນດັບ 2 ໄດ້ແກ່ ສະໂມສອນບໍລິສັດພອນສະຫວັນ 1, ອັນດັບ 3 ຮ່ວມໄດ້ແກ່ ແຂວງຄໍາມ່ວນ ແລະ ສະໂມສອນບໍລິສັດພອນສະຫວັນ 2; ທີມຊຸດຊາຍທົ່ວໄປ ຊະນະເລີດໄດ້ແກ່ ແຂວງວຽງຈັນ, ອັນດັບ 2 ໄດ້ແກ່ ແຂວງຫລວງນໍ້າທາ, ອັນດັບ 3 ຮ່ວມໄດ້ແກ່ ແຂວງສາລະວັນ ແລະ ເມືອງຫີນບູນ; ທີມຊຸດຍິງທົ່ວໄປ ຊະນະເລີດໄດ້ແກ່ ກະຊວງປ້ອງກັນຄວາມສະຫງົບ, ອັນດັບ 2 ໄດ້ແກ່ ແຂວງວຽງຈັນ, ອັນດັບ 3 ຮ່ວມໄດ້ແກ່ ສະພາປະຊາຊົນແຂວງຄຳມ່ວນ ແລະ ສະໂມສອນບໍລິສັດພອນສະຫວັນ ແລະ ຄູ່ຊາຍອາວຸໂສຮຸ່ນ 50 ປີ ຂຶ້ນໄປຊະນະເລີດໄດ້ແກ່ ກອງບັນຊາການ ປກສ ແຂວງ ຄໍາມ່ວນ, ອັນດັບ 2 ໄດ້ແກ່ ແຂວງຫລວງນໍ້າທາ, ອັນດັບ 3 ຮ່ວມໄດ້ແກ່ ກອງບັນຊາການ ປກສ ແຂວງຄຳມ່ວນ ແລະ ແຂວງບໍລິຄຳໄຊ.

ໂອກາດນີ້, ທ່ານນາຍົກລັດຖະມົນຕີ ໄດ້ສະແດງຄວາມຄວາມຊົມເຊີຍມາຍັງ ແຂວງຄໍາມ່ວນ, ກະຊວງສຶກສາທິການ ແລະ ກິລາ ຕະຫລອດຮອດພາກສ່ວນກ່ຽວຂ້ອງ ທີ່ໄດ້ສຸມທຸກກຳລັງເຫື່ອແຮງ ສະຕິປັນຍາ ດ້ວຍຄວາມຮັບຜິດຊອບສູງໃນການຫ້າງຫາກະກຽມ ແລະ ເປັນເຈົ້າພາບໃນຄັ້ງນີ້, ພິເສດ ຍັງໄດ້ສະແດງຄວາມຊົມເຊີຍ ແລະ ຂອບໃຈມາຍັງບັນດາບໍລິສັດ, ລັດວິສາຫະກິດ, ຫ້າງຮ້ານ ຕະຫລອດປະຊາຊົນບັນດາເຜົ່າທີ່ໄດ້ໃຫ້ການສະໜັບສະໜູນການແຂ່ງຂັນຄັ້ງນີ້ ຈົນປະສົບຜົນສຳເລັດຕາມເປົ້າຫມາຍທີ່ວາງໄວ້.

ຂ່າວ: ແຂວງຄຳມ່ວນ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version