Home ທ່ອງທ່ຽວ ປິດຢ່າງເປັນທາງການງານມະຫະກໍາບຸນຊ້າງຄັ້ງທີ 16 ປະຈໍາປີ 2023.

ປິດຢ່າງເປັນທາງການງານມະຫະກໍາບຸນຊ້າງຄັ້ງທີ 16 ປະຈໍາປີ 2023.

0

ງານມະຫະກໍາບຸນຊ້າງຄັ້ງທີ 16 ປະຈໍາປີ 2023 ໄດ້ສໍາເລັດລົງຢ່າງເປັນທາງການ ພາຍຫຼັງທີ່ໄດ້ເປີດພິທີຢ່າງເປັນທາງການມາເປັນເວລາ 3 ວັນ ແລະ ໄດ້ຈັດພິທີປິດໃນຕອນເຊົ້າຂອງວັນທີ 20 ກຸມພາ 2023 ນີ້ ຢູ່ທີ່ເດີ່ນສະໜາມຫຼວງ, ເຂົ້າຮ່ວມປິດງານມີ ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງໄຊຍະບູລີ, ທ່ານ ພົນໂທ ສຸວອນ ເລືອງບຸນມີ ຮອງປະທານສະພາແຫ່ງຊາດ, ມີບັນດາຫົວໜ້າ-ຮອງຫົວໜ້າພະແນກການ, ອົງການ, ກົມກອງ, ເຈົ້າເມືອງ-ຮອງເຈົ້າເມືອງ ແລະ ນາຍບ້ານເທດສະບານເມືອງໄຊຍະບູລີ, ພ້ອມດ້ວຍແຂກທັງພາຍໃນ ແລະ ຕ່າງປະເທດ, ນັກທຸລະກິດຜູ້ປະກອບການ ແລະ ພໍ່ແມ່ປະຊາຊົນບັນດາເຜົ່າເຂົ້າຮ່ວມ.

ທ່ານ ບຸນແທນ ທິແກ້ວ ເຈົ້າເມືອງໆໄຊຍະບູລີ ໄດ້ຂຶ້ນລາຍງານຜົນສໍາເລັດການຈັດງານມະຫະກໍາບຸນຊ້າງ ຄັ້ງທີ 16 ປະຈໍາປີ 2023 ເຊິ່ງທ່ານໄດ້ໃຫ້ຮູ້ວ່າ: ງານມະຫະກໍາບຸນຊ້າງ ໄດ້ດໍາເນີນໄປດ້ວຍບັນຍາກາດເບີກບານມ່ວນຊື່ນ ແລະ ມີຫຼາກຫຼາຍກິດຈະກໍາທີ່ສະແດງເຖິງຮີດຮອງປະເພນີ, ວັດທະນະທໍາອັນດີງາມ ແລະ ວິຖີການດໍາລົງຊີວິດ ຂອງປະຊາຊົນບັນດາເຜົ່າຂອງແຂວງໄຊຍະບູລີ ທີ່ຕິດພັນກັບຊ້າງມາແຕ່ອາດີດຕະການ, ມີການຈັດວາງສະແດງສິນຄ້າຜົນຜະລິດທາງດ້ານກະສິກໍາ, ຫັດຖະກໍາ ແລະ ອຸດສາຫະກໍາປຸງແຕ່ງທີ່ເປັນທ່າແຮງ ແລະ ຜົນງານຂອງບັນດາ 11 ເມືອງພາຍໃນແຂວງ, ຫົວໜ່ວຍທຸລະກິດຂອງພາກລັດ, ເອກະຊົນທັງພາຍໃນ, ຈາກຕ່າງປະເທດ ແລະ ຕົວແທນຂອງຊາວບ້ານເຂົ້າຮ່ວມທັງໝົດ 289 ຮ້ານ ຊຶ່ງມີມູນຄ່າສິນຄ້າປະມານ 8 ກວ່າຕື້ກີບ ໃນນັ້ນມາຈາກພາຍໃນຈໍານວນ 180 ຮ້ານ ແລະ ຕ່າງປະເທດ 89 ຮ້ານ, ມາຈາກເມືອງ 11 ເມືອງ, ພະແນກການ 5 ຮ້ານ, ຈາກຕ່າງແຂວງ 4 ຮ້ານ ເຊິ່ງໄດ້ເປີດໃຫ້ທ່ຽວຊົມແຕ່ ວັນທີ 13 ກຸມພາ 2023 ເປັນຕົ້ນມາ. ສໍາລັບກິດຈະກໍາທີ່ສໍາຄັນໃນງານມະຫະກໍາບຸນຊ້າງຄັ້ງນີ້ມີ ການສະແດງສິລະປະວັນນະຄະດີ ລວມທັງໝົດ 24 ຄະນະ ຈໍານວນ 72 ລາຍການ, ໄດ້ຈັດພິທີຕັກບາດຖວາຍສັງຄະທານພະສົງ 19 ອົງ (ວັນທີ 17 ກຸມພາ 2023), ໄດ້ຈັດພິທີບາສີສູ່ຂວັນຊ້າງ, ມີຊ້າງເຂົ້າຮ່ວມທັງໝົດ 75 ໂຕ (ເຂົ້າຮ່ວມຂະບວນແຫ່ຊ້າງ 51 ໂຕ), ມີຂະບວນກ້ອນແຫ່ຂອງ 11 ເມືອງເຂົ້າຮ່ວມໃນພິທີ, ຊົມການສະແດງກິດຈະກໍາຂອງຊ້າງຄໍາຮູ້ ລວມທັງໝົດມີ 38 ລາຍການ, ຊົມການສະແດງໂດດຈ້ອງຈາກກອງພັນທະຫານອາກາດ ກະຊວງປ້ອງກັນປະເທດ. ນອກຈາກນີ້ແຕ່ລະມື້ ຍັງໄດ້ເປີດໃຫ້ແຂກໄດ້ມາຊົມການສະແດງຂອງຊ້າງຄໍາຮູ້, ບໍລິການຂີ່ຊ້າງ, ທ່ຽວຊົມຕະຫຼາດນັດວາງສະແດງສິນຄ້າ ຍາມຄໍ່າຄືນກໍ່ຈະໄດ້ຊົມການສະແດງສິລະປະວັນນະຄະດີຂອງເມືອງ, ບ້ານ ແລະ ຈາກປະເທດໃກ້ຄຽງ. ຈາກນັ້ນ ທ່ານ ເພັດພິໄຊ ສູນວິໄລ ຮອງເຈົ້າແຂວງໄຊຍະບູລີ ໄດ້ໃຫ້ກຽດກ່າວປິດງານມະຫະກໍາບຸນຊ້າງ ຄັ້ງທີ 16 ປະຈໍາປີ 2023 ຢ່າງເປັນທາງການ ແລະ ມອບລາງວັນໃຫ້ແກ່ຊ້າງງາມ, ລາງວັນພາບຸບເຟຊ້າງຕື່ມອີກ.

ຂ່າວ: ບຸນທີ

#Media Laos #sayaboury.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version