Home ຂ່າວກິລາ ນະຄອນຫຼວງ ເຕະຈຸດໂທດ ຊະນະ ແຂວງວຽງຈັນ 1-0 ໄດ້ຫຼຽນຄໍາ ເຕະບານຊຽງຂວາງພາຣາເກມ 2023

ນະຄອນຫຼວງ ເຕະຈຸດໂທດ ຊະນະ ແຂວງວຽງຈັນ 1-0 ໄດ້ຫຼຽນຄໍາ ເຕະບານຊຽງຂວາງພາຣາເກມ 2023

0

ທີມນັກກິລາເຕະບານຄົນພິການຕາ ນະຄອນຫຼວງວຽງຈັນ ເຕະຈຸດໂທດເອົາຊະນະ ແຂວງວຽງຈັນ 1-0 ປະຕູ (ຫຼັງໃນເກມສະເໝີ 1-1) ຊຽງຂວາງ ພາຣາເກມ 2023 ນັດຊີງຊະນະເລີດ ໄດ້ຫຼຽນຄຳມາຄອງ ໃນຕອນແລງວັນທີ 16 ກຸມພາ ຜ່ານມາ ທີ່ສະໜາມບານເຕະຫຍ້າທ່ຽມປໍ້ານໍ້າມັນ ເຊື້ອໄຟລາວ ສາຂາແຂວງຊຽງຂວາງ. ສ່ວນແຂວງວຽງຈັນ ໄດ້ຫຼຽນເງິນ ແລະ ຫຼຽນທອງ ເປັນຂອງເຈົ້າພາບ ແຂວງຊຽງຂວາງ.

ການແຂ່ງຂັນເຕະບານຄົນພິການຕາ ໃນງານມະຫະກໍາກິລາຄົນພິການແຫ່ງຊາດ ຄັ້ງທີ 3 ຫຼື ຊຽງຂວາງ ພາຣາເກມ 2023 ໄດ້ຈັດຂຶ້ນພຽງສອງວັນ ລະຫວ່າງ 15-16 ກຸມພາ 2023, ຊຶ່ງມີ 2 ແຂວງ ແລະ 1 ນະຄອນຫຼວງວຽງຈັນ ຮ່ວມຊີງໄຊ, ໂດຍແຂ່ງຂັນແບບພົບກັນໝົດ ຄັດເລືອກເອົາທີ 1 ແລະ ທີ 2 ໄປຊີງຫຼຽນຄໍາ ,ໃຫ້ກຽດເປັນປະທານ ແລະ ມອບລາງວັນໂດຍທ່ານ ບົວເງິນ ຫຸມໄຊຍະພົມ ຮອງເຈົ້າແຂວງຊຽງຂວາງ ທັງເປັນຮອງປະທານຈັດງານ ຊຽງຂວາງ ພາຣາ ເກມ, ທ່ານ ນາງ ພິຈິກາ ປະດາວົງ ປະທານສະຫະພັນບານເຕະຄົນພິການຕາແຫ່ງຊາດ ແລະ ທ່ານ ບຸນມີ ຫຼ່ຽມໄຊຍະຈັກ ປະທານສະຫະພັນບານເຕະຄົນພິການ ນະຄອນຫຼວງວຽງຈັນ, ມີບັນດາຄະນະນຳແຕ່ລະພາກສ່ວນ, ຄູຝຶກ, ນັກກິລາ ຕະຫຼອດຮອດກອງເຊຍຊາວເມືອງແປກເຂົ້າຮ່ວມຊົມ ແລະ ເຊຍຢ່າງຫຼວງຫຼາຍ.

ຜ່ານການແຂ່ງຂັນນັດຊີງຊະນະເລີດ ໃນເກມການແຂ່ງຂັນ 50 ນາທີ, ຕັ້ງລະ 25 ນາທີ, ທີມລະ 5 ຄົນ, ເຕະ 4 ຮັບ 1 ຜົນປະກົດວ່າ: ທັງສອງທີມແຂ່ງຂັນກັນຢ່າງສູສີ ຜັດປ່ຽນກັນບຸກກັນຮັບ ຕ່າງຝ່າຍກໍມີໂອກາດຈົບເກມ ແຕ່ກໍເຮັດຫຍັງກັນບໍ່ໄດ້ໃນເຄິ່ງເວລາທຳອິດ ຍັງສະເໝີກັນ 0-0 ປະຕູ ແລະ ກັບມາແຂ່ງຂັນກັນໃນເຄິ່ງເວລາທີ 2 ແຂວງວຽງຈັນ ໃຊ້ຜູ້ຫຼິ້ນສອງຄົນເປັນແນວໜ້າບຸກ ແລະ ເປັນແຂວງວຽງຈັນ ໄດ້ປະຕູອອກນຳໄປກ່ອນ 1-0 ຈາກການຍິງຂອງທ້າວ ສຸກ ກ່ອນທີ່ນະຄອນຫຼວງ ຈະໄລ່ຕີສະເໝີໄດ້ຈາກການເຕະຈຸດໂທດຂອງ ທ້າວສົມສັກ ສະເໜີ 1-1 ປະຕູ ,ຈາກນັ້ນ ກຳມະການຕັດສິນກໍເປົາໝາກວີດຈົບການແຂ່ງຂັນ ສົ່ງຜົນໃຫ້ທັງສອງທີມຕ້ອງມາຍິງຈຸດໂທດ ແລະ ເປັນທີມນັກກິລາບານເຕະຄົນພິການຕາ ນະຄອນຫຼວງວຽງຈັນ ຍິງໄດ້ດີກວ່າເອົາຊະນະ ແຂວງວຽງຈັນ 1-0 ໄດ້ຫຼຽນຄຳມາຄອງ. ສ່ວນແຂວງວຽງຈັນ ໄດ້ຫຼຽນເງິນ ແລະ ຫຼຽນທອງ ຕົກເປັນຂອງເຈົ້າພາບ ແຂວງຊຽງຂວາງ. ຂ່າວ: ສົງການ ພັນແພງດີ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version