Home ຂ່າວກິລາ ແຂວງສະຫວັນນະເຂດ ຍາດ ໄດ້4 ຫຼຽນຄໍາ ແລະ 2 ຫຼຽນເງິນ ໃນຊຽງຂວາງ ພາຣາເກມ

ແຂວງສະຫວັນນະເຂດ ຍາດ ໄດ້4 ຫຼຽນຄໍາ ແລະ 2 ຫຼຽນເງິນ ໃນຊຽງຂວາງ ພາຣາເກມ

0

ທີມນັກກິລາພິການລອຍນໍ້າ ແຂວງສະຫວັນນະເຂດ ສ້າງຜົນງານໄດ້ຢ່າງໜ້າພາກພຸມໃຈ ສາມາດຍາດໄດ້4 ຫຼຽນຄໍາ ແລະ 2 ຫຼຽນເງິນ ໃນການແຂ່ງຂັນກິລາລອຍນໍ້າ ງານມະຫະກໍາກິລາຄົນພິການທົ່ວປະເທດ ຄັ້ງທີ III ຫຼື ຊຽງຂວາງ ພາຣາເກມ ທີ່ແຂວງຊຽງຂວາງ ຮັບກຽດເປັນເຈົ້າພາບ.

ພິທີມອບ-ຮັບຫຼຽນລາງວັນການແຂ່ງຂັນກິລາລອຍນໍ້າ ໃນງານມະຫະກໍາກິລາຄົນພິການແຫ່ງຊາດ ຄັ້ງທີ III ທີ່ແຂວງຊຽງຂວາງ ເປັນເຈົ້າພາບ ໄດ້ຈັດຂຶ້ນໃນຕອນບ່າຍວັນທີ 15 ກຸມພາ 2023 ທີ່ພະແນກແຜນການ ແລະ ການລົງທຶນ ແຂວງຊຽງຂວາງ, ໂດຍໃຫ້ກຽດເປັນປະທານ ແລະ ມອບລາງວັນຂອງທ່ານ ນາງ ຂັນທະລີ ສີຣິພົງພັນ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ປະທານຄະນະກຳມະການພາຣາແລມປິກແຫ່ງຊາດລາວ, ທັງເປັນຮອງປະທານຈັດງານ “ຊຽງຂວາງ ພາຣາເກມ, ທ່ານ ບົວເງິນ ຫຸມໄຊຍະພົມ ຮອງເຈົ້າແຂວງຊຽງຂວາງ, ທັງເປັນຮອງປະທານຈັດງານ ຊຽງຂວາງ ພາຣາເກມ, ມີບັນດາຄະນະນຳຈາກສູນກາງ ແລະ ທ້ອງຖິ່ນທີ່ກ່ຽວຂ້ອງ, ຕະຫຼອດຮອດຄູຝຶກ ແລະ ນັກກິລາເຂົ້າຮ່ວມຢ່າງພ້ອມພຽງ.

ການແຂ່ງຂັນກິລາລອຍນໍ້າຄົນພິການ ລວມມີ 31 ລາຍການ, ຍິງ 6 ລາຍການ ແລະ ມີການຊີງໄຊທັງໝົດ 111 ຫຼຽນ. ໃນນັ້ນ, ມີ 37 ຫຼຽນຄໍາ, 37 ຫຼຽນເງິນ, 37 ຫຼຽນທອງ, ຊຶ່ງໄດ້ແຂ່ງຂັນ ໃນລະຫວ່າງວັນທີ 5-10 ກຸມພາ 2023, ຊຶ່ງຜ່ານການແຂ່ງຂັນຜົນປະກົດວ່າ ແຂວງສະຫວັນນະເຂດ ສາມາດຍາດໄດ້ 4 ຫຼຽນຄໍາ ແລະ 2 ຫຼຽນເງິນ ລວມ 6 ຫຼຽນ. ໃນນີ້, ໄດ້ຈາກທ້າວ ບຸນທໍາ ເພັດດວງໃຈ 3 ຫຼຽນຄໍາ ໃນລາຍການລອຍນໍ້າຟີສະຕາຍ 100 ແມັດຊາຍ, ລອຍນໍ້າທ່າກົບ 100 ແມັດຊາຍ ແລະ ລອຍນໍ້າທ່າກົບ 50 ແມັດຊາຍ ແລະ ທ້າວ ສົມມິກ ແກ້ວວິໄລ ສາມາດຄວ້າ 1 ຫຼຽນຄໍາ ແລະ 2 ຫຼຽນເງິນ ເຮັດໃຫ້ທັບກິລາແຂວງສະຫວັນນະເຂດມີກໍາລັງໃຈສູ້ຊົນຂຶ້ນຕື່ມ. ຂ່າວ: ພູພະພອນ ທົງຈະເລີນ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version