Home ຂ່າວກິລາ ກິລາລອຍນໍ້າ ແຂວງຜົ້ງສາລີ ຍາດໄດ້ 6 ຫຼຽນ ໃນຊຽງຂວາງ ພາຣາເກມ

ກິລາລອຍນໍ້າ ແຂວງຜົ້ງສາລີ ຍາດໄດ້ 6 ຫຼຽນ ໃນຊຽງຂວາງ ພາຣາເກມ

0

ທີມນັກກິລາລອຍນໍ້າຄົນພິການ ແຂວງຜົ້ງສາລີ ສ້າງຜົນງານຍາດໄດ້ 1 ຫຼຽນຄໍາ, 3 ຫຼຽນເງິນ ແລະ 2 ຫຼຽນທອງ ໃນການແຂ່ງຂັນກິລາລອຍນໍ້າ ງານມະຫະກໍາກິລາຄົນພິການທົ່ວປະເທດ ຄັ້ງທີ III ຫຼື ຊຽງຂວາງ ພາຣາເກມ ທີ່ແຂວງຊຽງຂວາງ ຮັບກຽດເປັນເຈົ້າພາບ. ພິທີມອບ-ຮັບຫຼຽນລາງວັນການແຂ່ງຂັນກິລາລອຍນໍ້າ ໃນງານມະຫະກໍາກິລາຄົນພິການແຫ່ງຊາດ ຄັ້ງທີ III ທີ່ແຂວງຊຽງຂວາງ ເປັນເຈົ້າພາບ ໄດ້ຈັດຂຶ້ນໃນວັນທີ 15 ກຸມພາ 2023 ທີ່ພະແນກແຜນການ ແລະ ການລົງທຶນ ແຂວງຊຽງຂວາງ, ໂດຍໃຫ້ກຽດເປັນປະທານ ແລະ ມອບຂອງທ່ານ ນາງ ຂັນທະລີ ສີຣິພົງພັນ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ທັງເປັນປະທານຄະນະກຳມະການພາຣາແລມປິກແຫ່ງຊາດລາວ, ທ່ານ ບົວເງິນ ຫຸມໄຊຍະພົມ ຮອງເຈົ້າແຂວງຊຽງຂວາງ, ມີິທ່ານ ນາງ ຄໍາສອນ ສີວົງສາ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງຄໍາມ່ວນ, ທ່ານ ສານ ໄຊຍະວົງ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງຜົ້ງສາລີ, ທ່ານ ດຣ ນາງ ເກສອນ ສີສົງຄາມ ຫົວໜ້າແພດກວດລະດັບຄວາມພິການຂອງນັກກິລາຄົນພິການ, ພ້ອມດ້ວຍບັນດາຄະນະນຳ, ຄູຝຶກ, ກໍາມະການຕັດສິນ ແລະ ນັກກິລາຈາກ 9 ແຂວງ, 1 ນະຄອນຫຼວງວຽງຈັນເຂົ້າຮ່ວມ.

ການແຂ່ງຂັນກິລາຄົນພິການປະເພດລອຍນໍ້າ ລວມມີ 31 ລາຍການ, ຍິງ 6 ລາຍການ ແລະ ມີການຊີງໄຊທັງໝົດ 111 ຫຼຽນ. ໃນນັ້ນ, ມີ 37 ຫຼຽນຄໍາ, 37 ຫຼຽນເງິນ, 37 ຫຼຽນທອງ. ສະເພາະແຂວງຜົ້ງສາລີ ໄດ້ສົ່ງນັກກິລາເຂົ້າຮ່ວມແຂ່ງລວມ 3 ຄົນ, ຍິງ 1 ຄົນ, ລົງແຂ່ງຂັນ 7 ລາຍການ ຄື: ລອຍທຳມະດາ 100 ແມັດ 1 ລາຍການ, ລອຍທ່າທຳມະດາ 50 ແມັດ 3 ລາຍການ, ລອຍທ່າກົບ 1 ລາຍການ ແລະ ລອຍທ່າຫງາຍຫຼັງ 2 ລາຍການ, ແຂ່ງຂັນໃນລະຫວ່າງວັນທີ 5-10 ກຸມພາ 2023. ຜ່ານການແຂ່ງຂັນຕົວຈິງ ແຂວງຜົ້ງສາລີ ສາມາດຍາດໄດ້ 1 ຫຼຽນຄໍາ, 3 ຫຼຽນເງິນ, 2 ຫຼຽນທອງ, ລວມທັງໝົດ 6 ຫຼຽນ.

ສໍາລັບນັກກິລາທີ່ເຂົ້າຮ່ວມແຂ່ງຂັນມີ ທ້າວ ສີວັນສຸກ ເຈັ່ນສຸເຂດ ບ້ານປາງຊໍ້, ເມືອງ ແລະ ແຂວງຜົ້ງສາລີ ລົງແຂ່ງຂັນ 4 ລາຍການ ສາມາດຍາດໄດ້ 1 ຫຼຽນຄໍາ, 2 ຫຼຽນເງິນ ແລະ 1 ຫຼຽນທອງ, ຈາກລາຍການທ່າລອຍທຳມະດາ 100 ແມັດ, ທ່າລອຍທຳມະດາ 50 ແມັດ, ທ່າກົບ 50 ແມັດ ແລະ ທ່າຫງາຍຫຼັງ 50 ແມັດ; ນາງ ພອນທີບ ໄຊຍະເປົາ ບ້ານໂພນໄຊ ເມືອງບູນເໜືອ ແຂວງຜົ້ງສາລີ ລົງແຂ່ງ 1 ລາຍການ ສາມາດຍາດໄດ້ 1 ຫຼຽນເງິນ ຈາກທ່າລອຍທໍາມະດາ 50 ແມັດ ແລະ ທ້າວ ທອງເຫັກ ສີທະວົງ ບ້ານສົມບູນ, ເມືອງ ແລະ ແຂວງຜົ້ງສາລີ ລົງແຂ່ງຂັນ 2 ລາຍການສາມາດຍາດໄດ້ 1 ຫຼຽນທອງ ຈາກລາຍການທ່າລອຍທຳມະດາ 50 ແມັດ. ຂ່າວ: ຄໍາວອນ (ສກຂ ຜົ້ງສາລີ)

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version