Home ຂ່າວຕ່າງປະເທດ ພຶດຕິກຳທີ່ມີຊີວິດຊີວາຕາມແນວຄວາມຄິດສ້າງຄວາມສິວິໄລດ້ານນິເວດ

ພຶດຕິກຳທີ່ມີຊີວິດຊີວາຕາມແນວຄວາມຄິດສ້າງຄວາມສິວິໄລດ້ານນິເວດ

0

ນັບແຕ່ກອງປະຊຸມໃຫຍ່ ຄັ້ງທີ 18 ຂອງພັກຄອມມູນິດຈີນເປັນຕົ້ນມາ, ສູນກາງພັກຄອມມູນິດຈີນທີ່ມີສະຫາຍສີຈິ້ນຜິງ ເປັນແກນນຳໄດ້ຈັດເອົາການສ້າງຄວາມສິວິໄລດ້ານນິເວດເຂົ້າໃນການວາງແຜນພາບລວມແຫ່ງພາລະກິດສັງຄົມນິຍົມທີ່ມີສີສັນພິເສດຂອງຈີນ ໂດຍຖືເອົາ “ປະເທດຈີິນທີ່ີສວຍງາມ” ເປັນເປົ້າໝາຍອັນຍິ່ງໃຫຍ່ແຫ່ງການສ້າງອາລິຍະທຳດ້ານນິເວດ ເພື່ອນຳພາປະຊາຊົນຈີນກ້າວຂຶ້ນສູ່ເສັ້ນທາງອາລິຍະທຳດ້ານນິເວດ.

ໃນເວລາເຂົ້າຮ່ວມກອງປະຊຸມອະນຸລັກສະພາບແວດລ້ອມດ້ານນິເວດແຫ່ງ ຊາດຈີນເມື່ອເດືອນພຶດສະພາປີ 2018, ທ່ານ ສີຈິ້ນຜິງກ່າວເນັ້ນໜັກວ່າ: ການສ້າງຄວາມສິວິໄລດ້ານນິເວດແມ່ນແຜນການພື້ນຖານທີ່ພົວພັນ ກັບການພັດທະນາແບບຍືນຍົງຂອງປະຊາຊົນຈີນ. ນັບແຕ່ໃດມາປະຊາຊາດຈີນກໍ່ເຄົາລົບທຳມະຊາດ, ຮັກທຳມະຊາດ, ອາລິຍະທຳປະຊາຊາດຈີນທີ່ສືບທອດກັນມາເປັນເວລາຫຼາຍກວ່າ 5.000 ປີ ໄດ້ບົ່ມເພາະວັດທະນະທຳດ້ານນິເວດທີ່ອຸດົມສົມບູນ. ເມື່ອລະບົບນິເວດ ຈະເລີນອາລິຍະທຳກໍ່ຈະເລີນ, ເມື່ອລະບົບນິເວດຊຸດໂຊມອາລິຍະທຳກໍ່ຊຸດໂຊມ.

ປະຫວັດສາດວິວັດທະນາການຂອງອາລິຍະທຳມະມຸດ ກໍ່ແມ່ນປະຫວັດສາດແຫ່ງການພົວພັນ ລະຫວ່າງມະນຸດກັບທຳມະຊາດ. ການປ່ຽນແປງດ້ານນິເວດທຳມະຊາດໄດ້ຕັດສິນການຜັດປ່ຽນກັນລະຫວ່າງຄວາມຈະເລີນກັບຄວາມຊຸດໂຊມຂອງອາລິຍະທຳມະນຸດ. ສະພາບແວດລ້ອມດ້ານນິເວດທີ່ດີແມ່ນພື້ນຖານ ແລະ ເງື່ືອນໄຂແຫ່ງການຈໍ່ຕົວ ແລະ ການພັດທະນາຂອງອາລິຍະທຳມະນຸດ.

ຖະແຫຼງການສະພາບແວດລ້ອມມະນຸດໄດ້ລະບຸໄວ້ວ່າ: “ສະພາບແວດລ້ອມໄດ້ສ້າງສິ່ງຮັກສາການຢູ່ລອດໃຫ້ແກ່ມະນຸດ, ພ້ອມທັງໄດ້ສ້າງໂອກາດການພັດທະນາໃຫ້ແກ່ມະນຸດໃນດ້ານສະຕິປັນຍາ, ຄຸນສົມບັດ, ສັງຄົມ ແລະ ຈິດໃຈເປັນຕົ້ນ.” ເມື່ອສັງເກດເບິ່ງປະເທດອາລິຍະທຳບູຮານທັງ 4 ປະເທດ ຄື: ຈີນບູຮານ, ບາບີລອນບູຮານ, ເອຢິບບູຮານ ແລະ ອິນເດຍບູຮານ ແລ້ວເຫັນວ່າ: ບໍ່ມີປະເທດໃດທີ່ບໍ່ໄດ້ກຳເນີິດມາຈາກເຂດແຄວ້ນທີ່ມີປະລິມານນ້ຳທີ່ອຸດົມສົມບູນ, ມີປ່າໄມ້ທີ່ດົກໜາ, ມີດິນດຳນ້ຳຊຸ່ມ, ມີລະບົບນິເວດທີ່ດີ. ແຕ່ວ່າການລ້ຽງສັດ, ການຕັດໄມ້ທຳລາຍປ່າ ແລະ ການຖາກຖາງທີ່ເກີນຄວນ, ບວກກັບການລະບາຍນ້ຳຢ່າງຊະຊາຍ ແລະ ອື່ນໆ, ເຮັດໃຫ້ພົມພືດໄດ້ຫຼຸດລົງຢ່າງວ່ອງໄວ ເກີດນ້ຳຖ້ວມຊະຊາຍ ຄອງເໝືອງຮົກເຮື້ອແລະຕື້ນເຂີນ, ດິນຟ້າອາກາດປ່ຽນແປງດິນປູກຝັງກາຍເປັນດິນຊາຍ ແລະ ອື່ນໆ, ລະບົບນິເວດຖືກທຳລາຍຢ່າງໜັກໜ່ວງ, ຊີວິດການເປັນຢູ່ ແລະ ການຜະລິດກໍ່ສືບຕໍ່ດຳເນີນໄປໄດ້ຍາກ, ໃນທີ່ສຸດໄດ້ພາໃຫ້ອາລິຍະທຳຊຸດໂຊມລົງ ຫຼື ໃຈກາງອາລິຍະທຳໄດ້ເກີດມີການຍົກຍ້າຍ.

ທ່ານສີຈິ້ນຜິງ ເຄີຍກ່າວເນັ້ນໜັກມາຫຼາຍເທື່ອແລ້ວວ່າ: ຕ້ອງອະນຸລັກສະພາບແວດລ້ອມດ້ານນິເວດດ້ວຍລະບຽບການທີ່ເຄັ່ງຄັດທີ່ສຸດລວມທັງກົດໝາຍ ແລະ ບົດບັນຍັດທີ່ເຂັ້ມງວດທີ່ສຸດ, ເລັ່ງລັດການປະດິດສ້າງໃໝ່ດ້ານລະບຽບການ, ເພີ່ມທະວີການປະຕິບັດຕາມລະບຽບການ, ເຮັດໃຫ້ລະບຽບການກາຍເປັນຂໍ້ຈຳກັດທີ່ເຂັ້ມແຂງ ແລະ ມີແຮງດັນສູງທີ່ແຕະຕ້ອງບໍ່ໄດ້.

ນັບແຕ່ກ້າວເຂົ້າສູ່ໄລຍະປະຕິບັດແຜນພັດທະນາເສດຖະກິດ ສັງຄົມແຫ່ງຊາດ 5 ປີຄັ້ງທີ 13 ເປັນຕົ້ນມາ, ປະເທດຈີນໄດ້ຊຸກຍູ້ການສ້າງລະບົບກົດໝາຍ, ບົດບັນຍັດ ແລະ ລະບົບມາດຕະຖານກ່ຽວກັບສະພາບແວດລ້ອມດ້ານນິເວດ ແລະ ການປະຕິຮູບລະບຽບການໄຊ້ແທນຄ່າເສຍຫາຍຕໍ່ສະພາບແວດລ້ອມດ້ານນິເວດ ເຊິ່ງລ້ວນແຕ່ໄດ້ຮັບໝາກຜົນທີ່ອຸດົມສົມບູນ. ນັບມາຮອດທ້າຍປີ 20121 ປະເທດຈີນໄດ້ມີກົດໝາຍວ່າດ້ວຍສະພາບແວດລ້ອມດ້ານນິເວດທີ່ມີພາກສ່ວນຄຸ້ມຄອງສະພາບແວດລ້ອມດ້ານນິເວດຂອງຈີນ ເປັນພາກສ່ວນປະຕິບັດກົດໝາຍຕົ້ນຕໍລວມທັງໝົດ 15 ສະບັບ ແລະ ມີບົດບັນຍັດບໍລິຫານສະພາບແວດລ້ອມດ້ານນິເວດ 32 ສະບັບ.

ນອກນີ້,ໃນໄລຍະປະຕິບັດແຜນພັດທະນາເສດຖະກິດສັງຄົມແຫ່ງຊາດ 5 ປີຄັ້ງທີ 13, ອະດີດກະຊວງອະນຸລັກສິ່ງແວດລ້ອມ ແລະກະຊວງສະພາບແວດລ້ອມດ້ານນິເວດ ໄດ້ວາງຫຼື ປັບປຸງແລະປະກາດໃຊ້ມາດຕະຖານກ່ຽວກັບສະພາບແວດລ້ອມດ້ານນິເວດລະດັບຊາດ 673 ສະບັບ,ຈັງຫວະການເພີ່ມຂຶ້ນແມ່ນໄວກວ່າໃນໄລຍະປະຕິບັດແຜນພັດທະນາເສດຖະກິດ-ສັງ ຄົມແຫ່ງຊາດ 5 ປີທຸກຄັ້ງທີ່ຜ່ານມາ. ນັບມາຮອດປັດຈຸບັນ,ຍອດຈຳນວນມາດຕະຖານສະ ພາບແວດລ້ອມດ້ານນິເວດລະດັບຊາດທີ່ປະຕິບັດຢູ່ໃນປັດຈຸບັນແມ່ນມີເຖິງ 2.202 ສະບັບ, ໃນນັ້ນມາດຕະຖານແບບບັງຄັບມີ 201 ສະບັບ. “ລະບົບກົດໝາຍ ແລະ ບົດບັນຍັດໃນຂົງເຂດສະພາບແວດລ້ອມດ້ານນິເວດໄດ້ເປັນຮູບເປັນຮ່າງຂຶ້ນໂດຍພື້ນຖານແລ້ວ, ບັນດາຂົງເຂດຕົ້ນຕໍຂອງສະພາບແວດລ້ອມດ້ານນິເວດໄດ້ບັນລຸເປົ້າໝາຍມີກົດໝາຍອ້າງອີງໂດຍພື້ນຖານແລ້ວ.” ດັ່ງທີ່ທ່ານປະທານສີຈິ້ນຜິງເຄີຍເວົ້າວ່າ: ມີແຕ່ປະຕິບັດລະບຽບການທີ່ເຄັ່ງຄັດທີ່ສຸດ ແລະ ປົກຄອງດ້ວຍກົດໝາຍທີ່ເຂັ້ມງວດທີ່ສຸດເທົ່ານັ້ນ ຈຶ່ງສາມາດໃຫ້ການຮັບປະກັນທີ່ເຊື່ອຖືໄດ້ແກ່ການສ້າງຄວາມສິວິໄລດ້ານນິເວດ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version