Home ຂ່າວກິລາ ເຊວຊີ ລົມກັບ ເບນຟີກາ ລົງຕົວ ກຽມຄວ້າ ” ເອນໂຊ ” ຄ່າຕົວເປັນສະຖິຕິໃໝ່

ເຊວຊີ ລົມກັບ ເບນຟີກາ ລົງຕົວ ກຽມຄວ້າ ” ເອນໂຊ ” ຄ່າຕົວເປັນສະຖິຕິໃໝ່

0

ມະຫາການກໍາລັງຈະຈົບແລ້ວ ເມື່ອ ຟາບຣິຊິໂອ ໂຣມາໂນ ນັກຂ່າວດັງລາຍງານວ່າ ເຊວຊີ ໄດ້ບັນລຸຂໍ້ຕົກລົງກັບທາງ ເບນຟີກາ ແລ້ວ ກັບການເຊັນສັນຍາກັບ ເອນໂຊ ເຟີນານເດຊ ດ້ວຍຄ່າຕົວເປັນສະຖິຕິ 105 ລ້ານປອນ.

ເຊວຊີ ໃຫ້ຄວາມສົນໃຈໃນຕົວຂອງ ເອນໂຊ ມາຕະຫຼອດທັງຕະຫຼາດຊື້ຂາຍເດືອນນີ້ແລ້ວ ເຖິງແມ່ນວ່າພວກເຂົາຈະພ້ອມຈ່າຍຄ່າຕົວລະດັບ 105 ລ້ານປອນ ແຕ່ຕິດບັນຫາທີ່ລົມເລື່ອງໂຄງສ້າງການຈ່າຍເງິນກັບ ເບນຟີກາ ບໍ່ລົງຕົວຈັກເທື່ອ.

ພວກເຂົາເລັງເປົ້າໄປຫາ ມອຍເຊສ ໄຄເຊໂດ ໄລຍະໜຶ່ງ ກ່ອນກັບມາເຈລະຈາກັບ ເບນຟີກາ ອີກຄັ້ງ ໃນມື້ສຸດທ້າຍຂອງຕະຫຼາດຊື້ຂາຍ ແລະ ທຸກຢ່າງກໍລົງຕົວກັນກ່ອນປິດຕະຫຼາດຊື້ຂາຍບໍ່ເຖິງຊົ່ວໂມງ.

ເບດາດ ເອັກບາລີ ເຈົ້າຂອງຮ່ວມເຊວຊີ ເປັນຜູ້ນໍາພາການເຈລະຈາ 12 ຊົ່ວໂມງກັບ ເບນຟີກາ ຈົນສຸດທ້າຍກໍໄດ້ຄໍາຕອບທີ່ພວກເຂົາຕ້ອງການ.

ເອນໂຊ່ ຈະເປັນສະຖິຕິທີ່ 105 ລ້ານປອນ ແລະ ຈາກນີ້ໄປ ເປັນການແຂ່ງກັບເວລາໃນອີກບໍ່ເທົ່າໃດຊົ່ວໂມງກ່ອນຕະຫຼາດຊື້ຂາຍປິດລົງ ເຊວຊີ ຈະຕ້ອງຈັບນັກເຕະກວດຮ່າງກາຍ ແລະ ສະສາງອກະສານ-ໃຫ້ທັນເວລາ.

ຄ່າຕົວດັ່ງກ່າວ ບໍ່ພຽງແຕ່ເປັນສະຖິຕິໃໝ່ຂອງເຊວຊີ ແຕ່ຍັງເປັນສະຖິຕິຂອງເກາະອັງກິດ ທີ່ ແມນເຊສເຕີ ຊີຕີ ຈ່າຍເງິນ 100 ລ້ານປອນເພື່ອເຊັນສັນຍາ ແຈັກ ກຣີລິຊ.

ເຊວຊີ ໃຊ້ເງິນໄປຫຼາຍປອນແລ້ວ ໃນໄລຍະຕະຫຼາດລະດູໜາວ ບໍ່ວ່າຈະເປັນການຄວ້າມີຄາຍໂລ ມູດຣິກ, ເຈົາ ເຟລິກ, ເບນົວ ມາເດຍຊິວ ແລະ ໂນນີ່ ມາດູເອເກ ລວມເຖິງດາວຮຸ່ງອີກຫຼາຍຄົນ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version