Home ຂ່າວພາຍໃນ 3 ພາກສ່ວນ ມອບເງິນຊຸກຍູ້ທັບນັກກິລາ ປກສ 120 ລ້ານກວ່າກີບ ກຽມຄວາມພ້ອມລຸຍ “ຊຽງຂວາງເກມ”

3 ພາກສ່ວນ ມອບເງິນຊຸກຍູ້ທັບນັກກິລາ ປກສ 120 ລ້ານກວ່າກີບ ກຽມຄວາມພ້ອມລຸຍ “ຊຽງຂວາງເກມ”

0

ໂຮງງານຫຸ້ນສ່ວນຕັດຫຍິບກຽນສັນຕິສຸກ ຈຳກັດ, ບໍລິສັດຊີເຄ ການຄ້າຂາອອກ-ຂາເຂົ້າ ຈຳກັດ ແລະ ບໍລິສັດ ກູດຈະເລີນການຊ່າງ ຈຳກັດ ໄດ້ນຳເງິນລວມທັງໝົດ 127.100.000 ກີບ ມາມອບໃຫ້ກັບທັບນັກກິລາກະຊວງປ້ອງກັນຄວາມສະຫງົບ ຫຼື ປກສ ເພື່ອນຳໃຊ້ເຂົ້າໃນການສົ່ງນັກກິລາເຂົ້າຮ່ວມແຂ່ງຂັນໃນງານມະຫາກຳກິລາແຫ່ງຊາດ ຄັ້ງທີ XI ຫຼື “ຊຽງຂວາງ ເກມ” ທີ່ແຂວງຊຽງຂວາງ ຮັບກຽດເປັນເຈົ້າພາບ ໃນທ້າຍປີນີ້.

ພິທີມອບ-ຮັບເງິນຊຸກຍູ້ໃນຄັ້ງນີ້ ໄດ້ມີຂຶ້ນເມື່ອວັນທີ 7 ພະຈິກ 2022 ທີ່ກະຊວງດັ່ງກ່າວ, ມອບໂດຍ ທ່ານ ກຽນວິໄລ ມິດປະສົງ ອຳນວຍການໂຮງງານ ຫຸ້ນສ່ວນ ຕັດຫຍິບ ກຽນສັນຕິສຸກ ຈຳກັດ, ທ່ານ ນາງ ພຽນຖະໜອມ ໄມອ່ອນຕາ ຕາງໜ້າບໍລິສັດ ຊີເຄ ການຄ້າ ຂາອອດ-ຂາເຂົ້າ ຈຳກັດ ແລະ ທ່ານ ມະໂນພາບ ປໍສະຫວັດດີ ປະທານ ບໍລິສັດ ກູດ ຈະເລີນການຊ່າງ ຈໍາກັດ ແລະ ກ່າວຮັບແມ່ນ ທ່ານ ພົຈວ ຄໍາສາຍ ຈັນທະວົງ ຮອງຫົວໜ້າກົມໃຫຍ່ການເມືອງ ປກສ, ຮອງຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມກິລາກະຊວງ ປກສ, ໂດຍມີບັນດາຄະນະອະນຸກໍາມະການຮັບຜິດຊອບວຽກງານກິລາ ແລະ ຄູຝຶກ ພ້ອມດ້ວຍພະນັກງານທັງ 4 ພາກສ່ວນເຂົ້າຮ່ວມເປັນສັກຂີພິຍານ.

ສຳລັບເງິນຈຳນວນ 127.100.000 ກີບ ທີ່ມອບໃນຄັ້ງນີ້ ແບ່ງເປັນ ໂຮງງານ ຫຸ້ນສ່ວນ ຕັດຫຍິບ ກຽນສັນຕິສຸກ ຈຳກັດ 60.000.000 ກີບ, ບໍລິສັດ ຊີເຄ ການຄ້າ ຂາອອ-ຂາເຂົ້າ ຈໍາກັດ 57.100.000 ກີບ ແລະ ບໍລິສັດ ກູດ ຈະເລີນການຊ່າງ ຈຳກັດ 10.000.000 ກີບ ເພື່ອປະກອບສ່ວນຊຸກຍູ້ໃຫ້ແກ່ທັບນັກກິລາກະຊວງ ປກສ ເປັນຕົ້ນການຈັດຊື້ອຸປະກອນ, ຊຸດກິລາ, ການຝຶກຊ້ອມ, ການລົງແຂ່ງຂັນ ແລະ ວຽກງານໃນບັ້ນການແຂ່ງຂັນກິລາຄັ້ງນີ້ ທັງເປັນການຊຸກຍູ້ໃຫ້ກໍາລັງໃຈແກ່ນັກກິລາ ແລະ ຄະນະຄູຝຶກ ໃນການກະຕຸ້ນສົ່ງເສີມໃຫ້ແກ່ທັບນັກກິລາ ປກສ ຍາດໄດ້ໄຊຊະນະ ກໍຄືຍາດໄດ້ຫຼຽນກັບມາໃຫ້ກະຊວງ ປກສ.

ໂອກາດນີ້, ທ່ານ ພົຈວ ຄໍາສາຍ ຈັນທະວົງ ໄດ້ກ່າວສະແດງຄວາມຂອບໃຈເປັນຢ່າງສູງມາຍັງ 3 ພາກສ່ວນດັ່ງກ່າວ ທີ່ເຫັນໄດ້ຄວາມສໍາຄັນວຽກງານກິລາຂອງກະຊວງ ປກສ ໄດ້ບິແບ່ງນໍ້າໃຈເປັນເງິນມາມອບໃຫ້ແກ່ທັບນັກກິລາ ປກສ ໃນຄັ້ງນີ້ ພ້ອມກ່າວອວຍພອນໄຊໃຫ້ທັງ 3 ທ່ານ ຈົ່ງມີສຸຂະພາບທີ່ແຂງແຮງ, ມີຄວາມຜາສຸກໃນຊີວິດສ່ວນຕົວ, ຄອບຄົວ, ການດໍາເນີນທຸລະກິດຂໍໃຫ້ມີຄວາມຈະເລີນກ້າວນໜ້າ ແລະ ເຕີບໃຫຍ່ຍິ່ງຂຶ້ນ.

ພາບ-ຂ່າວ: ຄວາມສະຫງົບ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version