Home ຂ່າວກິລາ ອັດຕະປື ຈະສົ່ງ 11 ປະເພດກິລາ ຮ່ວມຊີງໄຊໃນ “ຊຽງຂວາງ ເກມ”

ອັດຕະປື ຈະສົ່ງ 11 ປະເພດກິລາ ຮ່ວມຊີງໄຊໃນ “ຊຽງຂວາງ ເກມ”

0

ພະແນກສຶກສາທິການ ແລະ ກິລາ ແຂວງອັດຕະປື ໄດ້ເປີດກອງປະຊຸມຫາລືກຽມຄວາມພ້ອມການເຂົ້າຮ່ວມຊີງໄຊ ໃນງານມະຫາກໍາກິລາແຫ່ງຊາດ ຄັ້ງທີ XI ຫຼື “ຊຽງຂວາງ ເກມ” ທີ່ແຂວງຊຽງຂວາງ ຮັບກຽດເປັນເຈົ້ພາບ ໃນລະຫວ່າງວັນທີ 13-22 ທັນວາ 2022 ພ້ອມໄດ້ກຳນົດເອົາກິລາ 11 ປະເພດ ເຂົ້າຮ່ວມແຂ່ງຂັນໃນງານດັ່ງກ່າວ.

ກອງປະຊຸມຄັ້ງນີ້ ໄດ້ມີຂຶ້ນໃນວັນທີ 4 ພະຈິກ 2022 ທີ່ພະແນກສຶກສາທິການ ແລະ ກິລາແຂວງອັດຕະປື, ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ບຸນເສີດ ເສດທິລາດ ຮອງເຈົ້າແຂວງອັດຕະປື, ມີທ່ານ ອຸດົມສິນ ສີຊານົນ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງອັດຕະປື, ທ່ານ ພົງສະຫວັນ ຄໍາສົງກາ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ແລະ ທ່ານ ພູປະລົມ ແສງຄຳພອນ ຫົວໜ້າຂະແໜງກິລາລະດັບສູງ ພະແນກສຶກສາທິການ ແລະ ກິລາແຂວງ ພ້ອມດ້ວຍບັນດາຄະນະສະຫະພັນກິລາແຂວງປະເພດຕ່າງໆ ທີ່ກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ.

ໃນພິທີ, ທ່ານ ພົງສະຫວັນ ຄໍາສົງການ ກ່າວໃຫ້ຮູ້ວ່າ: ການເຂົ້າຮ່ວມແຂ່ງຂັນໃນງານມະຫາກໍາກິລາແຫ່ງຊາດ ຄັ້ງທີ XI ທີ່ແຂວງຊຽງຂວາງ ຮັບກຽດເປັນເຈົ້າພາບ ໃນລະຫວ່າງ ທີ 13-22 ທັນ 2022 ນີ້, ແຂວງອັດຕະປື ຈະສົ່ງນັກກິລາເຂົ້າຮ່ວມແຂ່ງຂັນທັງໝົດ 11 ປະເພດ ຕາມຂໍ້ຕົກລົງຂອງທ່ານເຈົ້າແຂວງອັດຕະປື ສະບັບເລກທີ 1309/ສກຂ, ລົງວັນທີ 1 ພະຈິກ 2022 ປະກອບມີ ເຕະບານຊາຍ, ປະເພດກິລາ, ກະຕໍ້ຊາຍ, ໝາກເສິກຊາຍ-ຍິງ, ດອກປີກໄກ່ຊາຍ-ຍິງ, ມວຍຊາຍ-ຍິງ (ມວຍສາກົນຊາຍ ແລະ ມວຍຢູໂດຊາຍ-ຍິງ), ບານສົ່ງຫາດຊາຍຍິງ, ໝາກແລ້ຊາຍ-ຍິງ, ແລ່ນ-ລານຊາຍ, ໜ້າເກັກຊາຍ, ກັອບຊາຍ ແລະ ເປຕັງຊາຍ-ຍິງ.

ຈາກນັ້ນກອງປະຊຸມໄດ້ເປີດໃຫ້ມີການຄົ້ນຄວ້າ-ປຶກສາຫາລື ແລກປ່ຽນຄຳຄິດເຫັນການກຽມຄວາມພ້ອມດ້ານຕ່າງໆ ເພື່ອໃຫ້ສອດຄ່ອງເໝາະສົມກັບທ່າແຮງດ້ານງົບປະມານຕົວຈິງໃຫ້ມີປະສິດທິພາບ ແລະ ຮັບປະກັນໃຫ້ມີປະສິດທິຜົນສູງ ໂດຍສະເພາະແມ່ນການກຳນົດຈຳນວນນັກກິລາປະເພດຕ່າງໆ, ການຄັດເລືອກເອົານັກກິລາຕົວແທນ, ການວາງແຜນຝຶກຊ້ອມນັກກິລາ, ການກໍານົດຈຳນວນຄະນະນຳ, ຄູຝຶກ ແລະ ພາກສ່ວນຕ່າງໆທີ່ກ່ຽວຂ້ອງເຂົ້າຮ່ວມງານແຂ່ງຂັນ.

ຜ່ານການປຶກສາຫາລື ກອງປະຊຸມໄດ້ເຫັນດີເປັນເອກະພາບກັນ, ກຳນົດເອົາຄະນະນໍາ, ຄູຝຶກ, ນັກກິລາ ແລະ ພາກສ່ວນຕ່າງໆທີ່ກ່ຽວຂ້ອງທັງໝົດ ຈຳນວນ 200 ຄົນ, ການຄັດເລືອກ ແລະ ຝຶກຊ້ອມນັກກິລາທີ່ຈະເຂົ້າຮ່ວມ ແມ່ນເລີ່ມຈັກຕັ້ງປະຕິບັດນັບແຕ່ຕົ້ນເດືອນພະຈິກ 2022 ໄລຍະຝຶກຊ້ອມ 1 ເດືອນ, ນະໂຍບາຍອັດຕາການຝຶກຊ້ອມຂອງຄູຝຶກ ແລະ ນັກກິລາ ແມ່ນຕາມລະບຽບການຂອງລັດ, ສ່ວນອຸປະກອນການຝຶກຊ້ອມກິລາແຕ່ລະປະເພດ ແມ່ນມອບໃຫ້ສະຫະພັນກະລາເປັນຜູ້ຮັບຜິດຊອບປະກອບສ່ວນ.

ໂດຍ: ພົມວິຫານ ໄຊຊະນະ ( ຂ ອັດຕະປື.)

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version