ໃນວັນທີ 28 ກໍລະກົດ 2025 ຄະນະກຳມະການຄຸ້ມຄອງໄພພິບັດເມືອງປາກກະດິງ ແຂວງບໍລິຄຳໄຊ ນຳໂດຍທ່ານ ແກ້ວວົງທອງ ກົມມະແສງ ຮັກສາການເຈົ້າເມືອງ ພ້ອມດ້ວຍຄະນະ ແລະ ກອງເລຂາຄະນະກຳມະການຄຸ້ມຄອງໄພພິບັດຂັ້ນແຂວງ ໄດ້ລົງຕິດຕາມເຝົ້າລະວັງສະພາບໄພນ້ຳຖ້ວມຢູ່ 4 ບ້ານ ຄື: ບ້ານນາເຄືອໃນ, ບ້ານນາເຄືອນອກ, ບ້ານນາສັງ ແລະ ບ້ານໂພນທອງ ເຫັນວ່າໄດ້ເກີດມີນ້ຳຖ້ວມເສັ້ນທາງເຂົ້າບ້ານ ແລະ ຖືກນ້ຳເຊາະຂາດບາງຈຸດ. ນອກນີ້, ຍັງມີເນື້ອທີ່ທຳການຜະລິດຈຳນວນໜຶ່ງ ແລະ ເຮືອນຊານບ້ານຊ່ອງຂອງພໍ່ແມ່ປະຊາຊົນຖືກນ້ຳຖ້ວມບາງສ່ວນ. ເຊິ່ງປະຈຸບັນແມ່ນຍັງບໍ່ທັນສາມາດສະຫຼຸບຜົນເສຍຫາຍໄດ້ເທື່ອ.
ການລົງເຄື່ອນໄຫວໃນຄັ້ງນີ້ ກໍ່ໄດ້ຮັບຟັງການລາຍງານສະພາບການນ້ຳຖ້ວມຈາກການຈັດຕັ້ງແຕ່ລະບ້ານ, ພ້ອມທັງໄດ້ສະແດງເຖິງຄວາມຫ່ວງໄຍຕໍ່ຊີວິດການເປັນຢູ່ຂອງປະຊາຊົນ ແລະ ຍັງໄດ້ຊີ້ນຳໃຫ້ການຈັດຕັ້ງບ້ານຈົ່ງເປັນເຈົ້າການຕິດຕາມສະພາບການນ້ຳຖ້ວມໃນຄັ້ງນີ້ ຫາກວ່າມີກໍລະນີເຫດສຸກເສີນແມ່ນໃຫ້ປະສານຫາຄະນະສະເພາະກິດຂັ້ນເມືອງຕະຫຼອດ 24 ຊົ່ວໂມງ ເພື່ອຈະໄດ້ລົງຊ່ວຍໄດ້ທັນເວລາ. ນອກນີ້ຍັງໄດ້ມອບນ້ຳດື່ມໃຫ້ການຈັດຕັ້ງທັງ 4 ບ້ານ ເພື່ອໄປມອບຊ່ວຍເຫຼືອແກ້ໄຂສຸກເສີນໃຫ້ແກ່ຄອບຄົວທີ່ໄດ້ຮັບຜົນກະທົບໃນຄັ້ງນີ້ຕາມຄວາມເໝາະສົມ.
ຂ່າວ-ພາບ: ແສງທອງ