Home ຂ່າວພາຍໃນ ປຶກສາຫາລືວຽກຈັດສົ່ງແຮງງານລາວ ໄປເຮັດວຽກຢູ່ຕ່າງປະເທດ

ປຶກສາຫາລືວຽກຈັດສົ່ງແຮງງານລາວ ໄປເຮັດວຽກຢູ່ຕ່າງປະເທດ

0

ເມື່ອບໍ່ດົນມານີ້, ກົມການຈັດຫາງານ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ(ຮສສ) ຈັດກອງປະຊຸມປຶກສາຫາລືວຽກງານການຈັດສົ່ງແຮງງານລາວໄປເຮັດວຽກຢູ່ຕ່າງປະເທດ ພາຍໃຕ້ການເປັນປະທານ ຂອງ ທ່ານ ພົງໄຊສັກ ອິນຖາລາດ ຮອງລັດຖະມົນຕີກະຊວງ ຮສສ, ມີຫົວໜ້າກົມການຈັດຫາງານກະຊວງ ຮສສ, ປະທານສະມາຄົມທຸລະກິດ ບໍລິການຈັດຫາງານ, ບໍລິສັດຈັດຫາງານ, ຜູ້ຕາງຫນ້າອົງການຈັດຕັ້ງສາກົນເພື່ອການເຄື່ອນຍ້າຍຖິ່ນຖານ ແລະ ພ້ອມດ້ວຍວິຊາການກົມການຈັດຫາງານ ເຂົ້າຮ່ວມ ເພື່ອປຶກສາຫາລື ແລະ ແລກປ່ຽນຄຳຄິດເຫັນ ຮ່ວມກັບບັນດາຂະແຫນງການທີ່ກ່ຽວຂ້ອງ ເພື່ອເຮັດແນວໃດໃຫ້ບັນຫາດັ່ງກ່າວສາມາດແກ້ໄຂໄປໃນທິດທາງດຽວກັນ.

ທ່ານ ພົງໄຊສັກ ອິນຖາລາດ ໄດ້ມີຄໍາເຫັນວ່າ: ວຽກງານຈັດສົ່ງແຮງງານລາວໄປເຮັດວຽກຢູ່ຕ່າງປະເທດ ກໍເປັນວຽກງານໜຶ່ງ ທີ່ນອນຢູ່ໃນແຜນພັດທະນາວຽກງານແຮງງານ ແລະ ສະຫວັດດີການສັງຄົມ 5 ປີ ຄັ້ງທີ 5 (2021-2025) ແລະ ຄັ້ງທີ 6 (2026-2030) ເພື່ອສົ່ງເສີມໃຫ້ຜູ້ອອກແຮງງານລາວມີວຽກເຮັດງານທຳ, ສ້າງລາຍຮັບ, ພັດທະນາຄວາມຮູ້ຄວາມສາມາດ ແລະ ສີມືແຮງງານຢູ່ຕ່າງປະເທດ. ໃນໄລຍະຜ່ານມາ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ມີການສ້າງ ແລະ ປັບປຸງກົນໄກສຳການຄຸ້ມຄອງວຽກງານດັ່ງກ່າວ ໂດຍສຳເລັດການສ້າງກົດໝາຍວ່າດ້ວຍການຈັດຫາງານ ແລະ ການຫັນການບໍລິການຈັດຫາງານໃຫ້ທັນສະໄໝ ແນໃສ່ເຮັດໃຫ້ການບໍລິການໄດ້ຄຸນນະພາບ ສາມາດຕອບສະໜອງກັບຄວາມຕ້ອງການຂອງຜູ້ມາໃຊ້ບໍລິການ ແລະ ສັງຄົມ. ການສ້າງໂອກາດ ການມີວຽກເຮັດງານທໍາຢູ່ຕ່າງປະເທດ ໂດຍສະເພາະ ປະເທດທີ່ມີລາຍຮັບສູງ ແລະ ສະຫວັດດີການສັງຄົມທີ່ດີ ແມ່ນຊ່ອງທາງໜຶ່ງທີ່ຊ່ວຍໃນການພັດທະນາສີມື ແກ່ຜູ້ອອກແຮງງານໃນການຍົກສູງຄຸນະພາບການຜະລິດ, ນິໄສການເຮັດວຽກແບບອຸດສາຫະກໍາ, ພ້ອມທັງຍົກສູງຄຸນນະພາບຊີວິດການເປັນຢູ່ຂອງຜູ້ອອກແຮງງານ.

ນັບແຕ່ປີ 2021 ຈົນເຖິງເດືອນ ມິຖຸນາ 2025 ກະຊວງ ຮສສ ໄດ້ຈັດສົ່ງແຮງງານລາວໄປເຮັດວຽກຢູ່ຕ່າງປະເທດ ຈໍານວນ 350.567 ຄົນ, ຍິງ 190.994 ຄົນ, ການນຳສົ່ງເງິນກັບຄືນປະເທດ ຂອງແຮງງານລາວທີ່ໄປເຮັດວຽກຢູ່ຕ່າງປະເທດນັ້ນ ໄດ້ກາຍເປັນສ່ວນໜຶ່ງ ໃນການປະກອບສ່ວນນຳເຂົ້າເງິນຕາຕ່າງປະເທດຫລາຍສົມຄວນ ເຊິ່ງ 6 ເດືອນຕົ້ນປີ 2025 ມີຈໍານວນ 29.166.469 ໂດລາສະຫະລັດ. ສະນັ້ນ, ການສົ່ງຜູ້ອອກແຮງງານລາວໄປເຮັດວຽກຢູ່ຕ່າງປະເທດ ຕ້ອງຮັບປະກັນແຮງງານທີ່ມີຄຸນນະພາບ ໂດຍຜ່ານການຝຶກອົບຮົມ ແລະ ອອກໃບຢັ້ງຢືນການທົດສອບສີມື ເພື່ອໃຫ້ສາມາດສ້າງມູນຄ່າເພີ່ມ, ຮັບປະກັນທາງດ້ານລາຍຮັບ ແລະ ແຮງງານໄດ້ຮັບການປົກປ້ອງສິດ ແລະ ຜົນປະໂຫຍດໂດຍຊອບທຳ ບົນພື້ນຖານກອບການຮ່ວມມືຂອງສອງຝ່າຍ ເພື່ອເຮັດໃຫ້ການຈັດສົ່ງຜູ້ອອກແຮງງານລາວໄປເຮັດວຽກຢູ່ຕ່າງປະເທດ ມີຜົນກະທົບໜ້ອຍທີ່ສຸດຕໍ່ກັບຄວາມຕ້ອງການນຳໃຊ້ແຮງງານຂອງບັນດາຫົວໜ່ວຍແຮງງານຢູ່ຕາມຂະແໜງການຕ່າງໆ ໃຫ້ສາມາດຕອບສະໜອງກັບການສົ່ງເສີມການລົງທຶນຂອງນັກລົງທຶນພາຍໃນ ແລະ ນັກລົງທຶນຈາກຕ່າງປະເທດ.

ຂໍ້ມູນ-ພາບ: ຂ່າວສານ ຮສສ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version