Home ຂ່າວກິລາ ຄູຝຶກກອງທັບ ຕັ້ງເປົ້າພາທີມສ້າງຜົນງານຜ່ານເຂົ້າຮອບ 4 ທີມເຕະບານຊາຍ ຊຽງຂວາງເກມ

ຄູຝຶກກອງທັບ ຕັ້ງເປົ້າພາທີມສ້າງຜົນງານຜ່ານເຂົ້າຮອບ 4 ທີມເຕະບານຊາຍ ຊຽງຂວາງເກມ

0

ຄູຝຶກທັບນັກກິລາເຕະບານ ກະຊວງປ້ອງກັນປະເທດ ຫຼື ກອງທັບ ໝັ້ນໃຈຈະພາລູກທີມສ້າງຜົນງານໃຫ້ພົ້ນເດັ່ນຕິດ 1 ໃນ 4 ຜ່ານເຂົ້າຮອບ 4 ທີມສຸດທ້າຍ ໃນການແຂ່ງຂັນເຕະບານຊາຍ ງານມະຫາກຳກິລາແຫ່ງຊາດ ຄັ້ງທີ 11 ທີ່ແຂວງຊຽງຂວາງ ຮັບກຽດເປັນເຈົ້າພາບ ຈະຈັດຂຶ້ນ ໃນຕົ້ນເດືອນທັນວານີ້.

ທ່ານ ຮ້ອຍເອກ ໄກສອນ ໄຊຍະວົງ ອະດີດນັກກິລາເຕະບານທີມຊາດລາວ ທັງເປັນຫົວໜ້າຄູຝຶກທັບນັກກິລາເຕະບານກອງທັບ ເມື່ອບໍ່ດົນມານີ້ ໃຫ້ສຳພາດວ່າ: ທີມເຕະບານກອງທັບ ສົ່ງນັກກິລາທັງໜ້າໃໝ່ ປະສົມປະສານກັບນັກເກົ່າຈຳນວນໜຶ່ງ ແລະ ຍັງລໍຖ້າຄຳຕອບຈາກຄະນະນຳ ທີ່ໄດ້ເດີນທາງໄປຮ່ວມກອງປະຊຸມເຕັກນິກຢູ່ ແຂວງຊຽງຂວາງ ຈະແຈ້ງລາຍລະອຽດຕາມຫຼັງ ຊຶ່ງປັດຈຸບັນກໍໄດ້ກຽມນັກກິລາໄວ້ແລ້ວໃນເບື້ອງຕົ້ນ ຈຳນວນ 22 ຄົນ, ຜູ້ຮັກສາປະຕູ 3 ຄົນ ໄດ້ດຳເນີນການຝຶກຊ້ອມເກືອບ 2 ເດືອນ ໂດຍອີງຕາມແຜນຂອງກະຊວງ ພວກເຮົາໄດ້ມີການກຽມທີມຊ້າກວ່າທຸກແຂວງ ຊຶ່ງນັກກິລາສ່ວນໃຫຍ່ແມ່ນໄດ້ກຳນົດເອົາພາຍໃນກົມກອງ ໂດຍສະເພາະທີມ 941 ທີ່ຮ່ວມແຂ່ງຂັນລີກ ນະຄອນຫຼວງວຽງຈັນ ນຳໂດຍ ກິຕ້າ ສີສະຫວາດ ເປັນກັບຕັນທີມ ນັກເຕະທີ່ມີປະສົບການຫຼິ້ນກິລາແຫ່ງຊາດ ມາ 5 ສະໄໝ ໂດຍລວມແລ້ວທີມພວກເຮົານັບມາຮອດປັດຈຸບັນກໍມີຄວາມພ້ອມຫຼາຍດ້ານ ໂດຍສະເພາະທາງດ້ານເຕັກນິກ, ພະລະກຳລັງ ແລະ ຄວາມແຂງແກ່ນປະມານ 80-90 ເປີເຊັນ ຊຶ່ງຢູ່ໃນໄລຍະການປັບປຸງ ແລະ ເຊື່ອວ່າກ່ອນຈະເຂົ້າຮ່ວມແຂ່ງຂັນທີມຂອງພວກເຮົາຈະມີຄວາມພ້ອມເຕັມຮ້ອຍເປີເຊັນ ແລະ ຂ້າພະເຈົ້າໝັ້ນໃຈວ່າ ທີມກອງທັບ ຈະສາມາດສ້າງຜົນງານທະລຸເຂົ້າຮອບ 4 ທີມສຸດທ້າຍ ໃນເຕະບານຊາຍ ຊຽງຂວາງ ເກມ ໄດ້ຢ່າງແນ່ນອນ. ແນວໃດກໍດີ, ຂໍຝາກເຖິງທົ່ວກຳລັງກອງທັບ ທຸກກົມກອງໃນຂອບເຂດທົ່ວປະເທດ ສົ່ງກຳລັງໃຈເຊຍທີມກອງທັບ ໃຫ້ມີກຳລັງສ້າງຜົນງານສຳເລັດຕາມເປົ້າໝາຍທີ່ວາງໄວ້.

ທ່ານ ຮ້ອຍເອກ ໄກສອນ ໄຊຍະວົງ ໃຫ້ຮູ້ຕື່ມອີກວ່າ: ໃນການກຽມຄວາມພ້ອມທີມກອງທັບ ໄດ້ມີການລົງສະໜາມອຸ່ນເຄື່ອງມາແລ້ວ 2 ນັດ ເສຍໃຫ້ ແຂວງຄຳມ່ວນ 0-1 ແລະ ເສຍ ແຂວງອັດຕະປື 1-2 ເປົ້າໝາຍຕໍ່ໄປຈະສືບຕໍ່ລົງສະໜາມອຸ່ນເຄື່ອງຕື່ມອີກ 3 ນັດ ກ່ອນຈະເຂົ້າສູ່ຍຸດທະວິທີເຕັກນິກຕ່າງໆ ໂດຍເປົ້າໝາຍແມ່ນຈະຂໍອຸ່ນເຄື່ອງກັບທີມ ກະຊວງສາທາລະນະສຸກ ພິເສດເມື່ອບໍ່ດົນມານີ້ ກໍມີທ່ານ ນາງ ພິຈິກາ ບຸນກວ້າງ ປະທານບໍລິສັດ ມາດເຕີ ເທຣດ ລາວ ຈຳກັດ (Master Trade Lao) ກໍໄດ້ໃຫ້ການສະໜັບສະໜູນເງິນ ຈຳນວນ 50 ລ້ານກີບ.

ສຳລັບຜົນງານໃນງານມະຫາກຳກິລາແຫ່ງຊາດ ຜ່ານມາຂອງ ກອງທັບ ໃນປີ 2000 ວຽງຈັນ ເກມ ຍາດໄດ້ທີ 3, ປີ 2005 ທີ່ແຂວງສະຫວັນນະເຂດ ຍາດໄດ້ທີ 3, ປີ 2008 ທີ່ແຂວງຈຳປາສັກ ຍາດໄດ້ທີ 3, ປີ 2010 ທີ່ແຂວງຫຼວງພະບາງ ຍາດໄດ້ທີ 3 ແລະ ປີ 2014 ທີ່ແຂວງອຸດົມໄຊ ຕົກຮອບ 8 ທີມສຸດທ້າຍ.

ໂດຍ ສົງການ ພັນແພງດີ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version