Home ບຸນປະເພນີ ບັນຍາກາດບຸນທາດຫລວງ ປີນີ້ຄຶກຄື້ນຮັກສາໄດ້ ຄວາມສະຫງົບ ປອດໄພ

ບັນຍາກາດບຸນທາດຫລວງ ປີນີ້ຄຶກຄື້ນຮັກສາໄດ້ ຄວາມສະຫງົບ ປອດໄພ

0

ບຸນນະມັດສະການພະທາດຫລວງວຽງຈັນ ແລະ ງານຕະຫລາດນັດ ປະ ຈຳປີ 2022 ຈັດຂຶ້ນຢ່າງຍິ່ງໃຫຍ່ ແລະ ຄຶກຄື້ນກວ່າທຸກໆປີ ພາຍຫລັງທີ່ບໍ່ໄດ້ຈັດມາເປັນເວລາ 2 ປີ ເນື່ອງຈາກການລະບາດຂອງພະຍາດໂຄວິດ-19, ສະເພາະ ໃນວັນທີ 7 ພະຈິກ 2022, ກົງກັບມື້ຂຶ້ນ 14 ຄ່ຳເດືອນ 12, ເປັນມື້ທີ 4 ຂອງການຈັດງານບຸນ, ມວນຊົນ ທັງພາຍໃນ ແລະ ຕ່າງປະເທດ ໄດ້ຫລັງໄຫລກັນເຂົ້າມາທ່ຽວຊົມ, ກາບໄຫວ້ ສັກກະລະບູຊາ ພະທາດຫລວງວຽງຈັນ ແລະ ເລາະຊື້ສິນຄ້າຕ່າງໆ ຢ່າງຄຶກຄື້ນ ມວນຊື່ນ, ຮັກສາໄດ້ຄວາມເປັນລຽບບຽບຮຽບຮ້ອຍ, ສະຫງົບ, ປອດໄພ ແລະ ພາຍໃນງານໄດ້ມີການຄົບງັນ ຕາມຮີດຄອງປະເພນີ ເປັນຕົ້ນ ພິທີທາງສາສະໜາ, ສະແດງສິລະປະວັນນະຄະດີ, ໂຄສະນາຂາຍສິນຄ້າ ແລະ ອື່ນໆ ຊຶ່ງຄະນະກຳມະການຈັດງານ ໄດ້ກຳນົດ ເປີດໃຫ້ມວນຊົນເຂົ້າທ່ຽວຊົມ ເລີ່ມແຕ່ເວລາ 8:000 ໂມງຫາ 23:30 ໂມງ.

ບຸນນະມັດສະການພະທາດຫລວງ ແລະ ງານຕະຫລາດນັດ ປີນີ້, ຄະນະກຳມະ ການຈັດງານ ໄດ້ຈັດໃຫ້ມີຫລາຍກິດຈະກຳ ເພື່ອສົ່ງເສີມການທ່ອງທ່ຽວ, ການຄ້າ-ການລົງທຶນຂອງຜູ້ປະກອບການ ເປັນຕົ້ນ ງານຕະຫລາດນັດ ມີຮ້ານວາງສະແດງ ທັງໝົດ 1.350 ກວ່າຮ້ານ ປະກອຍດ້ວຍ ສິນຄ້າໂອດັອບ, ສິນຄ້າຄອບຄົວຕົວແບບ, ສິນຄ້າອຸດສາຫະກຳ, ກະສິກຳ ແລະ ບໍລິການ ທີ່ມາຈາກນະຄອນຫລວງວຽງຈັນ ແລະ ຈາກ 16 ແຂວງທົ່ວປະເທດ.

ນອກນັ້ນ, ຍັງມີສິນຄ້າຈາກນະຄອນຫລວງຮ່າໂນ້ຍ ສສ ຫວຽດ ນາມ, ນະຄອນຄຸນໝິງ ແຂວງຫູໜານ, ແຂວງຢຸນໜານ ສປ ຈີນ, ແຂວງໜອງຄາຍ ລາຊະອານາຈັກໄທ, ພ້ອມນີ້, ຍັງມີຮ້ານວາງສະແດງການທ່ອງທ່ຽວ, ເຂດທ່ອງທ່ຽວເຮືອນລາວ, ສະແດງນະວັດຕະກຳໃໝ່ ທາງລົດໄຟຄວາມໄວສູງ ແລະ ສິນຄ້າທົ່ວໄປອື່ນໆ, ມີຮ້ານຂາຍອາຫານ, ເຄື່ອງດື່ມ, ເຂົ້າຫລາມ, ປີ້ງໄກ່ ຢູ່ຂອບເຂດນອກເດີ່ນພະທາດຫລວງ ຕື່ມອີກ. ສະເພາະ ວັນທີ 7 ພະຈິກ ເວລາ 13:30 ໂມງ ໄດ້ພິທີແຫ່ຜາສາດເຜິ້ງ ອ້ອມຮອບກົມມະລຽນ ພະທາດຫລວງ 3 ຮອບ ເພື່ອເປັນການກາບໄຫວ, ສັດກະລະບູຊາ ພະທາດຫລວງ ແລະ ຄູບາອາຈານ.

ຂ່າວ-ພາບ: ທະນູທອງ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version